ທ່ານ ໂຄເຮັນກ່າວວ່າ 'ທ່ານ ທຣໍາ ກໍໄດ້ປອມແປງການຊໍາລະເງິນຄືນໃຫ້ ທ່ານ ໂຄເຮັນ ເປັນຄ່າທໍານຽມທາງດ້ານກົດຫມາຍ'
ປະທານາທິບໍດີ ໂຈ ໄບເດັນ, ໃນວັນຈັນວານນີ້ ໄດ້ອອກຄຳສັ່ງຫ້າມບໍລິສັດຂຸດຄົ້ນເງິນ crypto ທີ່ໄດ້ຮັບການສະໜັບສະໜູນ ຈາກຈີນ ຈາກການເປັນເຈົ້າຂອງທີ່ດິນ ໃກ້ກັບຖານລູກສອນໄຟນິວເຄລຍ ໃນລັດ ໄວໂອມິງ (Wyoming)
ທ່ານບລິງເກັນ ໄດ້ເດີນທາງຮອດນະຄອນຫຼວງຂອງປະເທດດັ່ງກ່າວ ໃນຊ່ວງເວລາຕອນເຊົ້າ ໃນການເດີນທາງທີ່ບໍ່ໄດ້ແຈ້ງໃຫ້ຮູ້ ເພື່ອສົ່ງສິ່ງທີ່ບັນດາເຈົ້າໜ້າທີ່ສະຫະລັດ ເອີ້ນວ່າ “ຂໍ້ຄວາມທີ່ໜັກແໜ້ນຂອງການເຮັດໃຫ້ໝັ້ນໃຈຂຶ້ນຕື່ມ” ໃນຊ່ວງເວລາ ທີ່ກອງກຳລັງຂອງຢູເຄຣນ ພວມປະເຊີນກັບການໂຈມຕີຢ່າງໜັກໂດຍກອງທັບຣັດເຊຍ ໃນພາກຕາເວັນອອກຂອງຢູເຄຣນ
ບັນດາທີມງານໄດ້ກະກຽມມາເປັນເວລາຫຼາຍອາທິດ ເພື່ອຈະທຳການລະເບີດ ຊາກຫັກພັງຂອງຂົວທີ່ມີຄວາມຍາວກະປະມານ 152 ແມັດ ແລະມີນ້ຳໜັກເຖິງ 600 ໂຕນ ເພື່ອທຳລາຍໃຫ້ແຕກຫັກລົງ
ທ່ານ ໂຄເຮັນ, ອາຍຸ 57 ປີ, ເຄີຍເຮັດວຽກໃຫ້ ທ່ານ ທຣໍາ, ມະຫາເສດຖີອະສັງຫາລິມະຊັບນິວຢອກ ນັບຕັ້ງແຕ່ຕົ້ນປີ 2000 ເປັນຕົ້ນມາ, ກ່ອນທີ່ ທ່ານ ທຣໍາ ຈະກາຍມາເປັນນັກການເມືອງ
ເຮືອບິນລົບຂອງກອງທັບອາກາດສອງລຳໄດ້ກຽມພ້ອມໃນການຕໍ່ສູ້ຂອງເຮືອບິນໃນລັດ ຄາລິຟໍເນຍ ເຊິ່ງລຳນຶ່ງແມ່ນບັນຊາໂດຍຄົນຂັບເຮືອບິນ ແລະ ອີກລຳນຶ່ງບໍ່ແມ່ນ
“ໄພຂົ່ມຂູ່ຕໍ່ປະຊາທິປະໄຕ” ໄດ້ແຊງໜ້າ ບັນຫາເສດຖະກິດ ແລະ ການຍົກຍ້າຍຖິ່ນຖານໄປແລ້ວ ຖືເປັນຄວາມກັງວົນຫຼັກ ຂອງຜູ້ມີສິດເລືອກຕັ້ງ ກ່ອນຈະມີການເລືອກຕັ້ງປະທານນາທິບໍດີຂອງສະຫະລັດ ປີ 2024
ທະນາຍຄວາມຕໍ່ສູ້ຄະດີໃຫ້ອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ດູຫມິ່ນນັກສະແດງໜັງສະແດງໜັງຜູ້ໃຫຍ່ ນາງ ສຕອມມີ ເດນຽລສ໌ (Stormy Daniels) ວ່າເປັນຄົນຂີ້ຕົວະເພື່ອເງິນ ໃນການໄຕ່ສວນຄະດີອາຍາ ຂອງນາງ ຢູ່ໃນການດຳເນີນຄະດີທາງອາຍາຂອງທ່ານ ໃນວັນພະຫັດວານນີ້
ໃນເດືອນມີນາ ປີ 2024, ກະຊວງການເງິນຂອງສະຫະລັດ, ພາຍຫຼັງຈາກການນຳພາຂອງສະຫະພາຢູໂຣບທີ່ໄດ້ວາງມາດຕະການລົງໂທດຕໍ່ ທ້າວ ແກມບາຊີດສ໌, ຄູ່ຮ່ວມທຸລະກິດຂອງລາວ, ແລະບັນດາບໍລິສັດຂອງພວກເຂົາເຈົ້າ
ກະຊວງການຄ້າສະຫະລັດກ່າວວ່າ ສະຫະລັດໄດ້ຍົກເລີກໃບອະນຸຍາດບາງ ສ່ວນສຳລັບການສົ່ງອອກໄປໃຫ້ບໍລິສັດເທັກໂນໂລຈີໃຫຍ່ Huawei ຂອງຈີນ, ເຊິ່ງໄດ້ຮັບການຄັດຄ້ານຈາກປັກກິ່ງໃນວັນພຸດວານນີ້
ຮອງໂຄສົກທຳນຽບຫ້າແຈ ທ່ານນາງ ຊາບຣີນາ ຊິງ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານວານນີ້ວ່າ ກອງທັບບົກກຳລັງສືບສວນສອບສວນ ເຫດການດັ່ງກ່າວ ແລະການລາພັກໃດໆໄປຍັງຣັດເຊຍ ແມ່ນໄດ້ “ຖືກຫ້າມຢ່າງເຄັ່ງຄັດ” ອີງຕາມການຊີ້ນຳດ້ານຂໍ້ມູນການເດີນທາງໄປຕ່າງປະເທດຂອງກະຊວງປ້ອງ ກັນປະເທດ
TikTok ກ່າວໃນວັນອັງຄານວານນີ້ວ່າ ຕົນໄດ້ຍື່ນຟ້ອງລັດຖະບານກາງ ເພື່ອຄັດຄ້ານກົດໝາຍທີ່ລົງນາມໂດຍປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ທີ່ຈະບັງຄັບໃຫ້ມີການຂາຍ ຫຼືຫ້າມໃຊ້ແອັບສື່ສັງຄົມອອນລາຍດັ່ງກ່າວ
ໂຫລດຕື່ມອີກ
No live streaming currently available