ການລະເມີດດັ່ງກ່າວ ໄດ້ເຮັດໃຫ້ເກີດການໂຈະຂັ້ນຕອນຂອງການຮຽກຮ້ອງຄ່າທົດແທນຄືນເປັນວົງກວ້າງ, ໂດຍສົ່ງຜົນກະທົບຕໍ່ຄົນເຈັບ ແລະຜູ້ໃຫ້ບໍລິການ ໃນທົ່ວປະເທດ
ຕຳຫຼວດໄດ້ເຕົ້າໂຮມກັນໃນຕອນເຊົ້າວັນພະຫັດມື້ນີ້ ຢູ່ທີ່ວິທະຍາເຂດຂອງມະຫາວິທະຍາໄລຄາລິຟໍເນຍ, ນະຄອນ ລອສ ແອນເຈີລີສ (Los Angeles), ບ່ອນທີ່ຜູ້ບໍລິຫານປະກາດວ່າ ຄ້າຍທີ່ພັກຊົ່ວຄາວຂອງການປະທ້ວງທີ່ສະໜັບສະໜູນຊາວປາແລັສໄຕນ໌ ແມ່ນຜິດກົດໝາຍ ແລະເຈົ້າໜ້າທີ່ໄດ້ບອກໃຫ້ປະຊາຊົນເກັບທຸກຢ່າງອອກຈາກພື້ນທີ່
ລັດມິຊິແກນ ເປັນອີກລັດນຶ່ງທີ່ຈະຕັດສິນຊີ້ຂາດກ່ຽວກັບການລົງຄະແນນສຽງເລືອກຕັ້ງປະທານາທິບໍດີ
ນອກຈາກການພົບເຫັນວ່າທ່ານລະເມີດຕໍ່ຄຳສັ່ງຂອງສານແລ້ວ, ທ່ານ ເມີຊານ ກໍໄດ້ສັ່ງໃຫ້ທ່ານທຣຳ ລຶບຂໍ້ຄວາມໂຈມຕີ 9 ອັນອອກຈາກສື່ສັງຄົມ Truth Social, ເຊິ່ງທ່ານທຣຳ ກໍໄດ້ເຮັດຕາມຄຳສັ່ງບໍ່ດົນຫຼັງຈາກນັ້ນ
ທ່ານໂຄສົກຂອງມະຫາວິທະຍາໄລກ່າວວ່າ 'ພວກເຮົາເສຍໃຈ ທີ່ບັນດາຜູ້ປະທ້ວງໄດ້ເລືອກທີ່ຈະເຮັດ ໃຫ້ສະຖານະການເຄັ່ງຕຶງຂຶ້ນໂດຍຜ່ານການກະທໍາຕ່າງໆຂອງພວກເຂົາເຈົ້າ'
ສື່ມວນຊົນຂອງລັດໃນປະເທດຈີນ, ບ່ອນທີ່ການປະທ້ວງທາງສັງຄົມກໍາລັງທໍ້ຖອຍໃຈ ຫຼືຖືກລົງໂທດຢ່າງແຂງແຮງ, ໄດ້ສະຫນັບສະຫນູນການປະທ້ວງຂອງຊາວປາແລັສໄຕນ໌ ໃນວິທະຍາເຂດຂອງສະຫະລັດ ໃນເວລາດຽວກັນ ກໍປະຕິເສດສິ່ງທີ່ພວກເຂົາອະທິບາຍວ່າ ເປັນການປາບປາມຢ່າງເຄັ່ງຄັດຕໍ່ເສລີພາບໃນການປາກເວົ້າຂອງເຈົ້າຫນ້າທີ່
ການຮັບຜ່ານການແກ້ໄຂດັ່ງກ່າວ ຈະລຶບກົດໝາຍການເຮັດແທ້ງລູກ 6 ອາທິດຂອງລັດ ຟລໍຣິດາ ອອກໄປ, ເຊິ່ງນາງ ວາສສາລໂລ ເວົ້າວ່າມັນບໍ່ສາມາດເຂົ້າໃຈໄດ້
ໃນລະຫວ່າງສົງຄາມ ຫວຽດນາມ, ອົງການສືບລັບ ຫຼື CIA ແລະ ກອງທັບ ສະຫະລັດ ໄດ້ເກນເອົາຊາວ ອິວ ມຽນ ໃນປະເທດ ລາວ ທີ່ຢູ່ໃກ້ຄຽງ, ເຊິ່ງ ຫຼາຍຄົນແມ່ນຊາວນາ, ເພື່ອເຂົ້າຮ່ວມໃນສົງຄາມກອງໂຈນ
ພາຍຸຫຼາຍຫົວໄດ້ເລີ້ມພັດເຂົ້າທະລົ່ມລັດໂອກລາໂຮມາ ໃນຕອນແລງວັນເສົາທີ່ ຜ່ານມາ ເຮັດໃຫ້ຢ່າງໜ້ອຍ 100 ຄົນໄດ້ຮັບບາດເຈັບ, ສ້າງຄວາມເສຍຫາຍ ແກ່ໂຮງໝໍແຫ່ງນຶ່ງຢູ່ໃນຊານເມືອງ, ຖະໜົນຫຼາຍສາຍຖືກນ້ຳຖ້ວມ ແລະໄດ້ເຮັດ ໃຫ້ໄຟຟ້າຂອງບັນດາລູກຄ້າ 40,000 ຄົນດັບໃນຊ່ວງນຶ່ງ
ສະຫະພັນບານເຕະສະຫະລັດ ຫຼື USSF ແລະ ພັນທະມິດເມັກຊິໂກ ໄດ້ຍົກເລີກການສະເໜີຮ່ວມກັນໃນການເປັນເຈົ້າພາບບານເຕະໂລກຍິງປີ 2027 ໃນວັນຈັນວານນີ້ ແລະກ່າວວ່າ ພວກເຂົາເຈົ້າຈະສຸມໃສ່ຄວາມພະຍາຍາມເປັນເຈົ້າພາບຈັດການແຂ່ງຂັນໃນປີ 2031 ແທນ, ອີງຕາມອົງການຂ່າວ ເອພີ
ນັກສຶກສາຜູ້ທີ່ບໍ່ໄດ້ອອກຈາກສະຖານທີ່ຕັ້ງຄ້າຍພາຍໃນບ່າຍ 2 ໂມງຕາມເວລາຂອງຊາຍຝັ່ງຕາເວັນອອກ ແລະ ບໍ່ເຊັນເອກະສານທີ່ສັນຍາຈະປະຕິບັດຕາມນະໂຍບາຍຂອງມະຫາວິທະຍາໄລນັ້ນ ຈະປະເຊີນກັບການຖືກສັ່ງພັກຮຽນ
ນຶ່ງໃນຜູ້ຖືກລາງວັນທີນຶ່ງ ຫຼື jackpot ຂອງ Powerball ມູນຄ່າ 1.3 ຕື້ໂດລາ ໃນເດືອນນີ້ ແມ່ນຊາວອົບພະຍົບຈາກປະເທດລາວ ທີ່ເປັນມະເຮັງມາໄດ້ 8 ປີ ແລະຫາກໍໄດ້ຮັບການປິ່ນປົວດ້ວຍການໃຊ້ເຄມີບໍາບັດຄັ້ງຫຼ້າສຸດ ໃນອາທິດທີ່ຜ່ານມານີ້, ອີງຕາມອົງການຂ່າວ ເອພີ
ໂຫລດຕື່ມອີກ
No live streaming currently available