ນອກຈາກການພົບເຫັນວ່າທ່ານລະເມີດຕໍ່ຄຳສັ່ງຂອງສານແລ້ວ, ທ່ານ ເມີຊານ ກໍໄດ້ສັ່ງໃຫ້ທ່ານທຣຳ ລຶບຂໍ້ຄວາມໂຈມຕີ 9 ອັນອອກຈາກສື່ສັງຄົມ Truth Social, ເຊິ່ງທ່ານທຣຳ ກໍໄດ້ເຮັດຕາມຄຳສັ່ງບໍ່ດົນຫຼັງຈາກນັ້ນ
ທ່ານໂຄສົກຂອງມະຫາວິທະຍາໄລກ່າວວ່າ 'ພວກເຮົາເສຍໃຈ ທີ່ບັນດາຜູ້ປະທ້ວງໄດ້ເລືອກທີ່ຈະເຮັດ ໃຫ້ສະຖານະການເຄັ່ງຕຶງຂຶ້ນໂດຍຜ່ານການກະທໍາຕ່າງໆຂອງພວກເຂົາເຈົ້າ'
ສື່ມວນຊົນຂອງລັດໃນປະເທດຈີນ, ບ່ອນທີ່ການປະທ້ວງທາງສັງຄົມກໍາລັງທໍ້ຖອຍໃຈ ຫຼືຖືກລົງໂທດຢ່າງແຂງແຮງ, ໄດ້ສະຫນັບສະຫນູນການປະທ້ວງຂອງຊາວປາແລັສໄຕນ໌ ໃນວິທະຍາເຂດຂອງສະຫະລັດ ໃນເວລາດຽວກັນ ກໍປະຕິເສດສິ່ງທີ່ພວກເຂົາອະທິບາຍວ່າ ເປັນການປາບປາມຢ່າງເຄັ່ງຄັດຕໍ່ເສລີພາບໃນການປາກເວົ້າຂອງເຈົ້າຫນ້າທີ່
ການຮັບຜ່ານການແກ້ໄຂດັ່ງກ່າວ ຈະລຶບກົດໝາຍການເຮັດແທ້ງລູກ 6 ອາທິດຂອງລັດ ຟລໍຣິດາ ອອກໄປ, ເຊິ່ງນາງ ວາສສາລໂລ ເວົ້າວ່າມັນບໍ່ສາມາດເຂົ້າໃຈໄດ້
ໃນລະຫວ່າງສົງຄາມ ຫວຽດນາມ, ອົງການສືບລັບ ຫຼື CIA ແລະ ກອງທັບ ສະຫະລັດ ໄດ້ເກນເອົາຊາວ ອິວ ມຽນ ໃນປະເທດ ລາວ ທີ່ຢູ່ໃກ້ຄຽງ, ເຊິ່ງ ຫຼາຍຄົນແມ່ນຊາວນາ, ເພື່ອເຂົ້າຮ່ວມໃນສົງຄາມກອງໂຈນ
ພາຍຸຫຼາຍຫົວໄດ້ເລີ້ມພັດເຂົ້າທະລົ່ມລັດໂອກລາໂຮມາ ໃນຕອນແລງວັນເສົາທີ່ ຜ່ານມາ ເຮັດໃຫ້ຢ່າງໜ້ອຍ 100 ຄົນໄດ້ຮັບບາດເຈັບ, ສ້າງຄວາມເສຍຫາຍ ແກ່ໂຮງໝໍແຫ່ງນຶ່ງຢູ່ໃນຊານເມືອງ, ຖະໜົນຫຼາຍສາຍຖືກນ້ຳຖ້ວມ ແລະໄດ້ເຮັດ ໃຫ້ໄຟຟ້າຂອງບັນດາລູກຄ້າ 40,000 ຄົນດັບໃນຊ່ວງນຶ່ງ
ສະຫະພັນບານເຕະສະຫະລັດ ຫຼື USSF ແລະ ພັນທະມິດເມັກຊິໂກ ໄດ້ຍົກເລີກການສະເໜີຮ່ວມກັນໃນການເປັນເຈົ້າພາບບານເຕະໂລກຍິງປີ 2027 ໃນວັນຈັນວານນີ້ ແລະກ່າວວ່າ ພວກເຂົາເຈົ້າຈະສຸມໃສ່ຄວາມພະຍາຍາມເປັນເຈົ້າພາບຈັດການແຂ່ງຂັນໃນປີ 2031 ແທນ, ອີງຕາມອົງການຂ່າວ ເອພີ
ນັກສຶກສາຜູ້ທີ່ບໍ່ໄດ້ອອກຈາກສະຖານທີ່ຕັ້ງຄ້າຍພາຍໃນບ່າຍ 2 ໂມງຕາມເວລາຂອງຊາຍຝັ່ງຕາເວັນອອກ ແລະ ບໍ່ເຊັນເອກະສານທີ່ສັນຍາຈະປະຕິບັດຕາມນະໂຍບາຍຂອງມະຫາວິທະຍາໄລນັ້ນ ຈະປະເຊີນກັບການຖືກສັ່ງພັກຮຽນ
ນຶ່ງໃນຜູ້ຖືກລາງວັນທີນຶ່ງ ຫຼື jackpot ຂອງ Powerball ມູນຄ່າ 1.3 ຕື້ໂດລາ ໃນເດືອນນີ້ ແມ່ນຊາວອົບພະຍົບຈາກປະເທດລາວ ທີ່ເປັນມະເຮັງມາໄດ້ 8 ປີ ແລະຫາກໍໄດ້ຮັບການປິ່ນປົວດ້ວຍການໃຊ້ເຄມີບໍາບັດຄັ້ງຫຼ້າສຸດ ໃນອາທິດທີ່ຜ່ານມານີ້, ອີງຕາມອົງການຂ່າວ ເອພີ
ອາດມີຄວາມແຕກຕ່າງກັນ ໃນການແຂ່ງຂັນທີ່ມີຄວາມໃກ້ຄຽງກັນທີ່ສຸດ ລະຫວ່າງ ທ່ານ ໄບເດັນ ແລະ ທ່ານ ທຣໍາ ບໍ?
ຈຳນວນການຈັບກຸມທົ່ວປະເທດແມ່ນໃກ້ຈະຮອດ 900 ຄົນ
ປັນຍາປະດິດ ຫຼື AI ແມ່ນຢູ່ອ້ອມຮອບຊີວິດດ້ານການເມືອງຂອງສະຫະລັດ, ນັບຕັ້ງແຕ່ການລະດົມທຶນຈົນເຖິງການໂຄສະນາຫາສຽງ. ສະມາຊິກສະພາບາງຄົນ ກຳລັງຫາທາງທີ່ຈະກວດກາການນໍາໃຊ້ເນື້ອໃນທີ່ສ້າງຂຶ້ນໂດຍ AI ໃນການເລືອກຕັ້ງປະທານາທິບໍດີ ປີນີ້ ໃຫ້ດີຂຶ້ນກວ່າເກົ່າ
ໂຫລດຕື່ມອີກ
No live streaming currently available