ສະຫະລັດ ໄດ້ຍິງບາລລູນ ຈີນ ໜ່ວຍນຶ່ງຕົກ ແລະ ວັດຖຸຈາກລະດັບສູງທີ່ມີຄວາມສົງໄສອື່ນໆອີກຫຼາຍອັນ, ດ້ວຍການໃຊ້ອາວຸດທີ່ທັນສະໄໝ
ລັດຖະບານ ອາດຈະໝົດເງິນກ່ອນການຊໍາລະໜີ້ຂອງຕົນ ເຊິ່ງຈະເລີ້ມຕົ້ນຂຶ້ນໃນວັນທີ 1 ມິຖຸນາ ນີ້
ກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ (DHS) ໄດ້ອອກຄຳເຕືອນໃໝ່ ຢູ່ໃນລະບົບເຕືອນກ່ຽວກັບການກໍ່ການຮ້າຍແຫ່ງຊາດໃນວັນພຸດວານນີ້ ໂດຍກ່າວວ່າ ຄວາມໂກດແຄ້ນ ທີ່ປະສົມປະ ສານ ບັນດາແນວຄິດ ແລະໂອກາດຕ່າງໆ “ຍັງເປັນໄພຂົ່ມຂູ່ຢ່າງສະໝໍ່າສະເໝີ ແລະຢ່າງຮ້າຍແຮງຕໍ່ປະເທດຊາດ
ບໍລິສັດ Microsoft ໄດ້ເນັ້ນໜັກໃສ່ ເກາະກວມ ຊຶ່ງເປັນດິນແດນຂອງສະຫະ ລັດຢູ່ໃນມະຫາສະໝຸດປາຊີຟິກ ໂດຍມີຖານທັບທີ່ສຳຄັນໆ ຊຶ່ງເປັນນຶ່ງໃນເປົ້າໝາຍຂອງການໂຈມຕີ ແຕ່ໄດ້ກ່າວວ່າ ມີກິດຈະກຳທີ່ “ປອງຮ້າຍ” ຍັງໄດ້ຖືກກວດພົບຢູ່ແຫ່ງອື່ນ ໃນສະຫະລັດນຳດ້ວຍ
ທຳນຽບຫ້າແຈບໍ່ສາມາດທີ່ຈະຢືນຢັນຄວາມໜ້າເຊື່ອຖືຂອງພາບຕ່າງໆທີ່ມີຍານພາຫະນະ ທີ່ຖືກກ່າວຫາວ່າ ສະໜອງໃຫ້ໂດຍ ສະຫະລັດ ຢູ່ໃນ ຣັດເຊຍ
ການຢັ່ງຫາງສຽງແຫ່ງຊາດ ສະແດງໃຫ້ເຫັນວ່າ ທ່ານດິແຊນຕິສ ມີຄະແນນເປັນອັນດັບສອງ ຮອງຈາກທ່ານທຣຳ ແຕ່ກໍຍັງຫາງໄກກັນຢູ່
ດິນແດນທີ່ຢູ່ພາຍໃຕ້ການຄວບຄຸມຂອງສະຫະລັດກໍາລັງຢູ່ໃນພາວະສຸກເສີນ ເນື່ອງຈາກພາຍຸໃຕ້ຝຸ່ນ Mawar ກໍາລັງພັດເຂົ້າໃສ່ຂົງເຂດແຫ່ງນີ້ ໃນຄວາມແຮງລະດັບ 4
ການເຈລະຈາລະຫວ່າງລັດຖະບານພັກເດໂມແຄຮັດຂອງປະທານາທິບໍດີສະຫະ ລັດ ທ່ານໂຈ ໄບເດັນ ແລະບັນດາສະມາຊິກຢູ່ໃນພັກຣີພັບບລິກກັນ ທີ່ຄວບຄຸມສະພາຕໍ່າ ກ່ຽວກັບຂີດຈຳກັດເພດານໜີ້ສິນຂອງລັດຖະບານ ຈະເລີ້ມຂຶ້ນອີກໃນວັນພຸດມື້ນີ້
ນັກພັດທະນາຊອບແວໃນລັດນິວເຈີຊີ ທີ່ໄອຍະການກ່າວວ່າ ຄັ້ງນຶ່ງໄດ້ຖ່າຍຮູບສະຖານທີ່ສໍາຄັນໃນນະຄອນນິວຢອກ, ບອສຕັນ ແລະນະຄອນຫຼວງວໍຊິງຕັນດີຊີ, ສຳລັບການໂຈມຕີຂອງຜູ້ກໍ່ການຮ້າຍ ທີ່ອາດຈະເປັນໄປໄດ້ ໄດ້ຖືກຕັດສິນໂທດຈໍາຄຸກ 12 ປີ
ສະຫະລັດຈະບໍ່ພິຈາລະນາການຍົກເລີກມາດຕະການລົງໂທດໃນປັດຈຸບັນ ຕໍ່ຫົວໜ້າປ້ອງກັນປະເທດຂອງຈີນ, ທ່ານ ຫລີ ຊາງຟູ (Li Shangfu), ກະຊວງການຕ່າງປະເທດສະຫະລັດກ່າວວັນຈັນວານນີ້
ທ່ານໂຈ ໄບເດັນ ແລະ ທ່ານເຄວິນ ແມັກຄາທີ ພົບປະກັນອີກເທື່ອນຶ່ງ ໃນວັນຈັນວານນີ້ ເພື່ອໂອ້ລົມກັນຢ່າງເຄັ່ງເຂັມ ຢູ່ຫ້ອງການຮູບຊົງໄຂ່ຂອງທຳນຽບຂາວ ກ່ຽວກັບການຍົກຂີດຈຳກັດ ການກູ້ຢືມເງິນ
ສຳນວນຟ້ອງດັ່ງກ່າວ ໄດ້ຍື່ນຂື້ນຫາສານຂອງລັດຖະບານກາງ ໂດຍສະຫະພັນແຫ່ງເສລີພາບ ຂອງພົນລະເມືອງຊາວອາເມຣິກັນ
ໂຫລດຕື່ມອີກ
No live streaming currently available