ທ່ານເດວິດ ແພັກເກີ້ ຜູ້ທີ່ອອກມາເປັນພະຍານໃນວັນພະຫັດມື້ນີ້ ກ່ຽວກັບການກ່າວອ້າງຂອງແມ່ຍິງຄົນນຶ່ງທີ່ພົວພັນກັບ ທ່ານ ທຣໍາ ຖືກຈ່າຍເງິນແນວໃດເພື່ອມິດງຽບກ່ອນການເລືອກຕັ້ງປີ 2016
ຕົວເລກ 2 ຕື້ ແລະຍັງຄົງເພີ້ມຂຶ້ນເລື້ອຍໆ, Gen Alpha (ຜູ້ທີ່ເກີດລະຫວ່າງ ປີ 2010 ຫາ 2024) ຄາດວ່າຈະເປັນຄົນລຸ້ນທີ່ຫຼາຍທີ່ສຸດໃນປະຫວັດສາດ. ແລະເຖິງແມ່ນສະມາຊິກທີ່ອາຍຸຫຼາຍທີ່ສຸດ ຈະມີອາຍຸພຽງແຕ່ 14 ປີກໍຕາມ
ເຈົ້າໜ້າທີ່ຕຳຫຼວດໄດ້ປະທະກັບພວກປະທ້ວງທີ່ເປັນນັກສຶກສາໃນລັດເທັກຊັສ ແລະລັດຄາລິຟໍເນຍ ໃນຂະນະທີ່ການຕັ້ງຄ້າຍແຫ່ງໃໝ່ ໄດ້ເກີດຂຶ້ນໃນວັນພຸດວານນີ້ ຢູ່ທີ່ມະຫາວິທະຍາໄລຮາວາດ ແລະມະຫາວິທະຍາໄລອື່ນໆ ໃນຂະນະທີ່ພວກຜູ້ນຳໂຮງຮຽນໄດ້ຊອກຫາວິທີທີ່ຈະສະກັດກັ້ນກະແສການປະທ້ວງທີ່ສະໜັບສະໜູນປາແລັສໄຕນ໌ ທີ່ກໍາລັງເພີ້ມຫຼາຍຂຶ້ນ
ທີມກົດໝາຍຂອງຜູ້ລົງສະໝັກປະທານາທິບໍດີຈາກພັກຣີພັບບລິກັນ ຈະທໍາການໂຕ້ແຍ້ງວ່າທ່ານເປັນຜູ້ບໍລິສຸດ ກ່ຽວກັບການກະທໍາທີ່ເກີດຂຶ້ນໃນລະຫວ່າງທີ່ທ່ານດໍາລົງຕໍາແໜ່ງເປັນປະທານາທິບໍດີຢູ່ນັ້ນ
ໃນບັນດາຊຸດຮ່າງກົດໝາຍການຊ່ວຍເຫຼືອດ້ານການທະຫານທີ່ຮັບຜ່ານ ໃນວັນອັງຄານແລ້ວນີ້, ສະພາສູງສະຫະລັດ ໄດ້ອະນຸມັດຮ່າງກົດໝາຍທີ່ຮຽກຮ້ອງໃຫ້ ByteDance ທີ່ເປັນບໍລິສັດແມ່ຂອງ TikTok ຂາຍພື້ນທີ່ທາງອິນເຕີເນັດສຳລັບເນື້ອໃນທີ່ເປັນວິດີໂອ, ຖ້າບໍ່ດັ່ງນັ້ນ ລັດຖະບານອາດຫ້າມແອັບຯນີ້
ດຣ. ໄມໂກລ ໂວໂຣບີ ນັກຊີວະວິທະຍາດ້ານວິວັດທະນາການ ຢູ່ມະຫາວິທະຍາໄລ ອາຣິໂຊນາ ໄດ້ກ່າວວ່າ ອີງຕາມຂໍ້ມູນໃໝ່ ມັນປາກົດວ່າ ການຕິດແປດກັບ ໄວຣັສ H5N1 ໃນນົມງົວ ໄດ້ເກີດຂຶ້ນຜ່ານການແຜ່ເຊື້ອໃນເຫດການພຽງຄັ້ງດຽວຈາກນົກໂຕນຶ່ງ ໄປຫາງົວໂຕນຶ່ງ ໃນຕອນໃດຕອນນຶ່ງ ເມື່ອທ້າຍປີ 2023 ເປັນໄປໄດ້ສູງໃນເດືອນທັນວາ
ການລົງຄະແນນສຽງ 79-18 ມີຂຶ້ນຫຼັງຈາກມີຄວາມຫຼ້າຊ້າມາຫຼາຍເດືອນ
ການດຳເນີນຄະດີຢູ່ນິວຢອກຂອງອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ມີກຳນົດຈະເລີ້ມຄືນໃໝ່ໃນວັນອັງຄານມື້ນີ້ ໂດຍສານຈະພິຈາລະນາການໂຕ້ແຍ້ງກ່ຽວກັບວ່າ ທ່ານ ທຣຳ ໄດ້ລະເມີດຄຳສັ່ງຫ້າມບໍ່ໃຫ້ມີຄຳເຫັນ ເຊິ່ງຫ້າມທ່ານດູຖູກພະຍານ ແລະບຸກຄົນສຳຄັນໃນຄະດີ ຫຼື ບໍ່
ບັນດາສະມາຊິກສະພາຈຳນວນນຶ່ງ ມີຄວາມກັງວົນວ່າ ສິນຄ້າທັງຫຼາຍທີ່ຂາຍຢູ່ໃນເວັບໄຊເຫຼົ່ານີ້ ອາດເຊື່ອມໂຍງກັບການບັງຄັບໃຊ້ແຮງງານຊາວວີເກີ
ໃນວັນອາທິດທີ່ຜ່ານມາ TikTok ໄດ້ຍົກເອົາບັນຫາຄວາມກັງວົນກ່ຽວກັບເສລີພາບໃນການປາກເວົ້າສໍາລັບຮ່າງກົດໝາຍສະບັບນຶ່ງທີ່ຮັບຜ່ານໂດຍສະພາພາຕໍ່າຂອງສະຫະລັດ ທີ່ຈະຫ້າມແອັບຯສື່ສັງຄົມທີ່ເປັນທີ່ນິຍົມໃນສະຫະລັດ ຖ້າເຈົ້າຂອງທີ່ເປັນຄົນຈີນ, ByteDance, ບໍ່ຂາຍຫຸ້ນຂອງຕົນພາຍໃນນຶ່ງປີ, ອີງຕາມອົງການຂ່າວຣອຍເຕີສ໌
ໄອຍະການກ່າວຫາວ່າ ທ່ານ ທຣໍາ ໄດ້ວາງແຜນໃນປີ 2016, ກ່ອນຊະນະການເລືອກຕັ້ງ, ເພື່ອປິດບັງການຈ່າຍເງິນແບບລັບໆໃຫ້ແກ່ແມ່ຍິງສອງຄົນ
ແອັບໂປລ ໄດ້ກ່າວໃນຖະແຫລງການວ່າ “ກົມບໍລິຫານທາງໄຊເບີສເປສຂອງຈີນ ໄດ້ສັ່ງການໃຫ້ຖອນພວກແອັບທັງຫຼາຍເຫຼົ່ານັ້ນ ອອກຈາກຮ້ານຄ້າທີ່ຕັ້ງຢູ່ໃນຈີນ ໂດຍພື້ນຖານກ່ຽວກັບຄວາມເປັນຫ່ວງດ້ານຄວາມໝັ້ນຄົງແຫ່ງຊາດ”
ໂຫລດຕື່ມອີກ
No live streaming currently available