ຂໍ້ມູນຂອງບົດລາຍງານ ສະແດງໃຫ້ເຫັນວ່າ ມີພວກຍົກຍ້າຍຖິ່ນຖານ 1,457 ຄົນໄດ້ເສຍຊີວິດ ແລະຫາຍສາບສູນ ໃນທົ່ວເຂດອາເມຣິກາ ທີ່ໄດ້ຖືກບັນທຶກ ໃນປີ 2022, ໂດຍມີ 686 ຄົນ ເສຍຊີວິດແລະຫາຍສາບສູນໃນຂົງເຂດຊາຍແດນລະຫວ່າງ ສະຫະລັດ ແລະເມັກຊິໂກ ພຽງລຳພັງ
ຮອງລັດຖະມົນຕີກະຊວງຍຸຕິທໍາ ກ່າວຕໍ່ກຸ່ມຜູ້ບໍລະຫານທີ່ປະຕິບັດຕາມກົດລະບຽບວ່າ ກະຊວງໄດ້ປະຕິບັດການບັງຄັບໃຊ້ຈໍານວນໂຕເລກທີ່ຈົດບັນທຶກຕໍ່ ໃນຊ່ວງສອງປີທີ່ຜ່ານມາ
ການຂາດ ສະພາຕໍ່າທີ່ຍັງມີການເຮັດວຽກຢູ່, ແລະຄວາມເປັນໄປໄດ້ທີ່ຈະເສຍເວລາຫຼາຍຂຶ້ນໃນການລະບຸໂຕ ແລະເລືອກເອົາຜູ້ສະຫມັກສຳລັບຕໍາແຫນ່ງທີ່ສາມາດຮວບຮວມເອົາການສະໜັບສະໜຸນທີ່ຈໍາເປັນ, ສົ່ງຜົນໃຫ້ຮ່າງກົດໝາຍດ້ານງົບປະມານທີ່ສໍາຄັນຫຼາຍສະບັບຕ້ອງຢຸດສະງັກ
ພົນເຮືອເອກ ຣອບ ບາວເອີ, ຜູ້ທີ່ເປັນປະທານຂອງຄະນະກຳມະການທະຫານ NATO, ໄດ້ກ່າວວ່າ ຢູໂຣບ ຕ້ອງການທີ່ຈະຂະຫຍາຍການຜະລິດໃນຂະນະທີ່ສົງຄາມດັ່ງກ່າວກ້າວເຂົ້າສູ່ເດືອນທີ 20
ຜູ້ພິພາກສາ ທ່ານເອັນໂກຣອນ ໄດ້ກ່າວຕໍ່ບັນດາທະນາຄວາມຂອງທ່ານທຣຳ ແລະໄອຍະການຂອງນິວຢອກ ທ່ານນາງເລີທິເຊຍ ເຈມສ໌ ວ່າ ການໂຈມຕີໃດໆຕໍ່ພະນັກງານຂອງທ່ານ ແມ່ນ “ຮັບເອົາບໍ່ໄດ້, ບໍ່ເໝາະສົມ ແລະຈະບໍ່ຍອມໃຫ້ເກີດຂຶ້ນພາຍໃຕ້ກໍລະນີໃດໆກໍຕາມ”
ເງິນອາດຈະບໍ່ຊື້ຄວາມສຸກໄດ້, ແຕ່ການວິເຄາະໃຫມ່ກ່ຽວກັບບັນດາລັດໃນສະ ຫະລັດ ທີ່ມີຄວາມສຸກທີ່ສຸດແລະບໍ່ມີຄວາມສຸກທີ່ສຸດ ຊີ້ໃຫ້ເຫັນວ່າ ການຂາດເງິນສົດສາມາດເຮັດໃຫ້ເກີດຄວາມທຸກທໍລະມານຂອງບຸກຄົນ.
ສໍານວນຟ້ອງທີ່ແຍກກັນໃນລັດຟລໍຣິດາ ສະແດງໃຫ້ເຫັນເປັນຄັ້ງທີສອງທີ່ໄອຍະການສະຫະລັດ ແນເປົ້າໝາຍໃສ່ບໍລິສັດຜະລິດສານເຄມີຂອງຈີນ
ເຈົ້າຄອງນະຄອນອ້າງວ່າ ຜູ້ຍົກຍ້າຍຖິ່ນຖານປະມານ 12,000 ຄົນໄດ້ມາຮອດເມືອງທີ່ມີປະຊາກອນ 28,000 ຄົນ ພາຍໃນອາທິດດຽວ
ການໂຈມຕີຕ່າງໆ, ອີງຕາມບໍລິສັດ Check Point ນັ້ນ, ໄດ້ເພັ່ງເລັງໃສ່ການໃຊ້ໂປຣແກຣມ ໄວຣັສ ຫຼື Malware ທີ່ຖືກອອກແບບເພື່ອລັກຂໍ້ມູນ ແລະ ປະຫວັດ
ທ່ານແຄວິນ ເມັກຄາຣທີ ສັງກັດພັກຣີພັບບລີກັນ ໄດ້ຖືກປົດອອກຈາກຕຳແໜ່ງປະທານສະພາຕ່ຳຂອງທ່ານໃນການລົງຄະແນນ 216 ຕໍ່ 210 ສຽງ ທີ່ໄດ້ເກີດມາຈາກການທ້າທາຍທີ່ບໍ່ຄ່ອຍເຫັນຈາກພັກຂອງທ່ານເອງ
ທ່ານເກດສ໌ ໄດ້ກ່າວຫາວ່າ ທ່ານແມັກຄາທີ ລະເລີຍການປະຕິເສດຄໍາຫມັ້ນສັນ ຍາຕໍ່ບັນດາສະມາຊິກສະພາຝ່າຍຂວາຈັດ ໃນເວລາທີ່ ທ່ານແມັກຄາທີ ຂຶ້ນເປັນປະທານສະພາໃນເດືອນມັງກອນ ເພື່ອຕັດການໃຊ້ຈ່າຍຂອງລັດຖະບານ ສູ່ລະ ດັບກ່ອນການແຜ່ລະບາດຂອງ coronavirus ກ່ອນປີ 2020 ແລະບໍ່ຜ່ານກົດ ຫມາຍທີ່ສໍາຄັນດ້ວຍການລົງຄະແນນສຽງຂອງພັກເດໂມແຄັດ.
ທ່ານນາງບັດເລີ້ ຈະເປັນແມ່ຍິງຜິວດຳພຽງຄົນດຽວ ທີ່ຮັບໜ້າທີ່ໃນສະພາສູງສະຫະລັດ ແລະເປັນສະມາຊິກ LGBTQ ທີ່ເປີດເຜີຍຄົນທຳອິດ ທີ່ຕາງໜ້າໃຫ້ແກ່ລັດຄາລີຟໍເນຍ ໃນສະພາດັ່ງກ່າວ
ໂຫລດຕື່ມອີກ
No live streaming currently available