ຜູ້ພິພາກສາ ທ່ານເອັນໂກຣອນ ໄດ້ກ່າວຕໍ່ບັນດາທະນາຄວາມຂອງທ່ານທຣຳ ແລະໄອຍະການຂອງນິວຢອກ ທ່ານນາງເລີທິເຊຍ ເຈມສ໌ ວ່າ ການໂຈມຕີໃດໆຕໍ່ພະນັກງານຂອງທ່ານ ແມ່ນ “ຮັບເອົາບໍ່ໄດ້, ບໍ່ເໝາະສົມ ແລະຈະບໍ່ຍອມໃຫ້ເກີດຂຶ້ນພາຍໃຕ້ກໍລະນີໃດໆກໍຕາມ”
ເງິນອາດຈະບໍ່ຊື້ຄວາມສຸກໄດ້, ແຕ່ການວິເຄາະໃຫມ່ກ່ຽວກັບບັນດາລັດໃນສະ ຫະລັດ ທີ່ມີຄວາມສຸກທີ່ສຸດແລະບໍ່ມີຄວາມສຸກທີ່ສຸດ ຊີ້ໃຫ້ເຫັນວ່າ ການຂາດເງິນສົດສາມາດເຮັດໃຫ້ເກີດຄວາມທຸກທໍລະມານຂອງບຸກຄົນ.
ສໍານວນຟ້ອງທີ່ແຍກກັນໃນລັດຟລໍຣິດາ ສະແດງໃຫ້ເຫັນເປັນຄັ້ງທີສອງທີ່ໄອຍະການສະຫະລັດ ແນເປົ້າໝາຍໃສ່ບໍລິສັດຜະລິດສານເຄມີຂອງຈີນ
ເຈົ້າຄອງນະຄອນອ້າງວ່າ ຜູ້ຍົກຍ້າຍຖິ່ນຖານປະມານ 12,000 ຄົນໄດ້ມາຮອດເມືອງທີ່ມີປະຊາກອນ 28,000 ຄົນ ພາຍໃນອາທິດດຽວ
ການໂຈມຕີຕ່າງໆ, ອີງຕາມບໍລິສັດ Check Point ນັ້ນ, ໄດ້ເພັ່ງເລັງໃສ່ການໃຊ້ໂປຣແກຣມ ໄວຣັສ ຫຼື Malware ທີ່ຖືກອອກແບບເພື່ອລັກຂໍ້ມູນ ແລະ ປະຫວັດ
ທ່ານແຄວິນ ເມັກຄາຣທີ ສັງກັດພັກຣີພັບບລີກັນ ໄດ້ຖືກປົດອອກຈາກຕຳແໜ່ງປະທານສະພາຕ່ຳຂອງທ່ານໃນການລົງຄະແນນ 216 ຕໍ່ 210 ສຽງ ທີ່ໄດ້ເກີດມາຈາກການທ້າທາຍທີ່ບໍ່ຄ່ອຍເຫັນຈາກພັກຂອງທ່ານເອງ
ທ່ານເກດສ໌ ໄດ້ກ່າວຫາວ່າ ທ່ານແມັກຄາທີ ລະເລີຍການປະຕິເສດຄໍາຫມັ້ນສັນ ຍາຕໍ່ບັນດາສະມາຊິກສະພາຝ່າຍຂວາຈັດ ໃນເວລາທີ່ ທ່ານແມັກຄາທີ ຂຶ້ນເປັນປະທານສະພາໃນເດືອນມັງກອນ ເພື່ອຕັດການໃຊ້ຈ່າຍຂອງລັດຖະບານ ສູ່ລະ ດັບກ່ອນການແຜ່ລະບາດຂອງ coronavirus ກ່ອນປີ 2020 ແລະບໍ່ຜ່ານກົດ ຫມາຍທີ່ສໍາຄັນດ້ວຍການລົງຄະແນນສຽງຂອງພັກເດໂມແຄັດ.
ທ່ານນາງບັດເລີ້ ຈະເປັນແມ່ຍິງຜິວດຳພຽງຄົນດຽວ ທີ່ຮັບໜ້າທີ່ໃນສະພາສູງສະຫະລັດ ແລະເປັນສະມາຊິກ LGBTQ ທີ່ເປີດເຜີຍຄົນທຳອິດ ທີ່ຕາງໜ້າໃຫ້ແກ່ລັດຄາລີຟໍເນຍ ໃນສະພາດັ່ງກ່າວ
ສຽງນອງນັນທີ່ດັງຢູ່ຕະຫຼອດເວລາເຖິງຂັ້ນທີ່ໄດ້ເຮັດໃຫ້ທ້າວຫງຽນ ບັດນີ້ວັດແທກສຽງທີ່ສົ່ງຜົນກະທົບ ບໍ່ພຽງແຕ່ລາວເທົ່ານັ້ນ ຫາກມັນຍັງສົ່ງຜົນກະທົບຕໍ່ຊຸມຊົນຊາວເອເຊຍທີ່ເຖົ້າແກ່ ຜູ້ດຳລົງຊີວິດຢ່າງໜຽວແນັ້ນຢູ່ໃນຄຸ້ມນີ້
ທ່ານ ໄບເດັນ ໄດ້ປະຕິເສດການຊີ້ແນະທີ່ວ່າບັນຊີທະນາຄານຂອງທ່ານ ໄດ້ເພີ່ມຂຶ້ນດ້ວຍເງິນທຶນຕ່າງໆ ຈາກລູກຊາຍຂອງທ່ານ, ທ່ານເວົ້າວ່າ “ເງິນຢູ່ໃສ?”
ຢູ່ໃນຄຳປາໄສທີ່ລັດອາຣີໂຊນາ ທາງພາກຕາເວັນຕົກ ທ່ານໄບເດັນ ໄດ້ກ່າວຫາວ່າ ທ່ານທຣໍາ “ມີແນວຄິດອັນຕະລາຍ” ທີ່ວ່າ ທ່ານມີອຳນາດທີ່ບໍ່ມີໃຜຄວບຄຸມ ແລະຢູ່ເໜືອກົດໝາຍ
ຖ້າຫາກລັດຖະບານກາງປິດລົງ ມີພຽງແຕ່ບຸກຄົນທີ່ຈຳເປັນເທົ່ານັ້ນ ຈະໄດ້ເຮັດວຽກ. ສ່ວນພະນັກງານຄົນອືີ່ນໆຂອງລັດຖະບານກາງຈະບໍ່ໄດ້ຮັບອະນຸຍາດໃຫ້ເຮັດວຽກ. ເພາະສະນັ້ນ ມີຈະເປັນຜົນກະທົບແນວໃດ ຕໍ່ພວກຄົນເຂົ້າເມືອງ ຢູ່ໃນສະຫະລັດ?
ໂຫລດຕື່ມອີກ
No live streaming currently available