ທ່ານຄູນສ໌ ຍັງໄດ້ກ່າວກ່ຽວກັບ ການເຂົ້າຮ່ວມໃນກອງປະຊຸມລັບຂອງສະພາສູງ ທີ່ໃກ້ຈະມາເຖິງນີ້ ກ່ຽວກັບການຮົ່ວໄຫລຂອງເອກະສານລັບ ຫຼາຍກວ່າ 100 ສະບັບ ເມື່ອບໍ່ດົນມານີ້ ໂດຍສະມາຊິກກອງກຳລັງພິທັກອາກາດແຫ່ງຊາດ ສະຫະລັດ.
ທ້າວ ເທເຊຣາ ແມ່ນມີກຳນົດໄປໃຫ້ຄຳໃຫ້ການໃນສານຢູ່ນະຄອນບອສຕັນ ໃນວັນພຸດວານນີ້.
ຄວາມຮຸນແຮງໄດ້ຫຼຸດລົງມາໄປທົ່ວຫຼາຍສິບເມືອງ ລຸນຫຼັງການເພີ້ມຂຶ້ນຂອງ ການຍິງກັນ, ການຄາດຕະກຳ ແລະການປຸ້ນຈີ້ກັນທີ່ຖືກກະຕຸ້ນໂດຍການລະ ບາດໃຫຍ່ຂອງພະຍາດໂຄວິດ-19 ໃນໄລຍະປີ 2020-2021
ເຈົ້າໜ້າທີ່ສະຫະລັດ ໃນລັດຖະສະພາ ແລະທຳນຽບຂາວ ໃນວັນອັງຄານວານນີ້ ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ສູ້ລົບກັນຂອງຊູດານຢຸດລົງ ຫລັງຈາກມີການ ປະທະກັນເປັນເວລາ 4 ມື້ໃນນະຄອນຫຼວງ
ປະທານາທິບໍດີເກົາຫຼີໃຕ້, ທ່ານຢູນ ຊຸກ ຢອລ ຈະມາທີ່ວໍຊິງຕັນໃນທ້າຍເດືອນນີ້ ເພື່ອປຶກສາຫາລືກ່ຽວກັບຄວາມພະຍາຍາມຂອງໂຊລໃນການຍົກລະດັບການຂັດຂວາງຕໍ່ເກົາຫຼີເຫນືອ
ອົງການສັນຕິບານກາງ (FBI) ໄດ້ຈັບຊາວນະຄອນນິວຢອກສອງຄົນ ໃນຂໍ້ຫາປະຕິບັດງານລັບ ໃນການຕັ້ງຫ້ອງການຕຳຫລວດທີ່ຜິດກົດໝາຍ ໃຫ້ແກ່ ກະຊວງຮັກສາຄວາມປອດໄພສາທາລະນະຂອງຈີນ ຢູ່ໃນຄຸ້ມຂອງຊາວຈີນ ທີ່ເອີ້ນກັນວ່າ Chinatown
ທ່ານແອນໂທນີ ບລິງເຄັນ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳຂອງສອງຝ່າຍທີ່ສູ້ລົບກັນຂອງຊູດານ ແລະໄດ້ຮຽກຮ້ອງໃຫ້ເຂົາເຈົ້າຕົກລົງເຫັນດີນຳກັນໃນການຢຸດຍິງ ຂະນະທີ່ມີຜູ້ເສຍຊີວິດເກືອບຮອດ 200 ຄົນ
ກອງບັນຊາການສູນກາງຂອງສະຫະລັດ ໃນວັນຈັນວານນີ້ ໄດ້ຢືນຢັນການເສຍຊີວິດຂອງທ້າວ ອັບ-ອາລ-ຮາດີ ມາມູດ ອາລ-ຮາຈີ ອາລີ ໃນລະຫວ່າງການປະຕິບັດງານຢູ່ ໃນພາກເໜືອຂອງຊີເຣຍ
ໂຄສົກທຳນຽບຫ້າແຈ ທ່ານນາງ ຊາບຣີນາ ຊິງ ໄດ້ກ່າວຕໍ່ບັນດານັກຂ່າວເມື່ອວັນຈັນວານນີ້ວ່າ “ພວກເຮົາໄດ້ມາທີ່ນີ້ເພື່ອຊອກຫາຂໍ້ເທັດຈິງ ແລະ ວ່າການທົບທວນນີ້ຈະເຮັດຫຍັງ.”
ທະຫານສະຫະລັດ ແລະ ຟິລິບປິນໄດ້ດຳເນີນການຊ້ອມລົບທາງທະຫານ ບາລິກາຕານ (Balikatan) ໃນຟີລິບປິນ ໃນຂະນະທີ່ຜູ້ນໍາຂອງທັງສອງປະເທດ ໄດ້ພົບປະກັນຢູ່ທີ່ວໍຊິງຕັນ ເຊິ່ງຖືເປັນການພົບປະກັນຄັ້ງທໍາອິດໃນຮອບ 7 ປີ.
“ຫົວໃຈຊາວໄອຣ໌ແລນທີ່ຊ່ວຍຈຸດໄຟເຍືອງທາງແຫ່ງເສລີພາບຢູ່ໃນປະເທດຂອງຂ້າພະເຈົ້າ ແລະໄດ້ຈຸດປະກາຍ ຈິດວິນຍານ ແຫ່ງການປະຕິວັດ ຂອງປະເທດ. ເລືອດຊາວໄອຣ໌ແລນຈາກທົ່ວເກາະນີ້ ທີ່ມອບໃຫ້ດ້ວຍຄວາມເຕັມໃຈ ເພື່ອເອກະ ລາດຂອງປະເທດຂອງຂ້າພະເຈົ້າ” ທ່ານກ່າວ.
ທ່ານຫລີ ສ້ຽວຊານ ແລະລູກຊາຍໄວລຸ້ນຂອງລາວ ມາຈາກຈີນ ໄດ້ມາຮອດສະຫະ ລັດເມື່ອບໍ່ດົນມານີ້. ພວກເຂົາເຈົ້າ ແມ່ນນຶ່ງໃນຈຳນວນພວກຍົກຍ້າຍຖິ່ນຖານຊາວຈີນ ທີ່ມີຈຳນວນເພີ່ມຂຶ້ນຢູ່ຊາຍແດນສະຫະລັດ ແລະເມັກຊິໂກເພື່ອຂໍລີ້ໄພ
ໂຫລດຕື່ມອີກ
No live streaming currently available