ຢູ່ໃນການຕັດສິນຂອງທ່ານໃນວັນອັງຄານທີ່ຜ່ານມາ ຜູ້ພິພາກສາເຂດສະຫະລັດ ທ່ານຈອນ ທິກາ ຢູ່ເມືອງໂອກແລນ ລັດຄາລິຟໍເນຍ ໄດ້ເຫັນວ່າກົດລະບຽບນີ້ບໍ່ຖືກຕ້ອງຕາມກົດໝາຍ ໂດຍກ່າວວ່າ ເຂົາເຈົ້າກຳນົດເງື່ອນໄຂໃຫ້ແກ່ບັນດາຜູ້ຂໍລີ້ໄພ ທີ່ບໍ່ໄດ້ຕັ້ງໃຈໂດຍລັດຖະສະພາ
ສອງປະເທດໄດ້ເຊັນຂໍ້ຕົກລົງດ້ານຄວາມໝັ້ນຄົງນຳກັນໃນປີນີ້ ໂດຍອະນຸຍາດໃຫ້ສະຫະລັດພັດທະນາ ແລະປະຕິບັດງານຢູ່ທ່າເຮືອ ແລະສະໜາມບິນຕ່າງໆໃນປາປົວນີວກີນີ
ທ່ານຮັນເຕີ ໄບເດັນ ໄດ້ໄປຂຶ້ນສານລັດຖະບານກາງ ໃນເມືອງວີລລິງຕັນ ທາງພາກຕາເວັນອອກຂອງລັດເດລາແວ ເພື່ອຍອມຮັບຜິດ ຕໍ່ຂໍ້ກ່າວຫາຕ່າງໆທີ່ວ່າ ທ່ານບໍ່ໄດ້ຈ່າຍພາສີໃນປີ 2017 ແລະ 2018 ຫຼາຍກວ່າ 100,000 ໂດລາ ຂອງລາຍໄດ້ຫຼາຍກວ່າ 1 ລ້ານ 5 ແສນໂດລາ ໃນທັງສອງປີດັ່ງກ່າວ
ສະຫະປະຊາຊາດ ແລະສະຫະລັດ ໄດ້ຮຽກຮ້ອງໃຫ້ປ່ອຍປະທານາທິບໍດີໂມຮຳເມດ ບາຊູມ ຂອງໄນເຈີ
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ ໄດ້ເດີນທາງ ໄປເຖິງນະຄອນຫລວງ ປອດມໍເຣສບີ ຂອງປາປົວນີວກີນີ ໃນຕອນແລງວັນພຸດມື້ນີ້
ອະດີດທະຫານມາຣິນສະຫະລັດ ຜູ້ທີ່ໄດ້ຖືກປ່ອຍໂຕໂດຍຣັດເຊຍ ປີກາຍນີ້ ໃນການແລກປ່ຽນຊະເລີຍ ໄດ້ຮັບບາດເຈັບ ໃນຂະນະທີ່ສູ້ລົບໃຫ້ແກ່ຢູເຄຣນຕໍ່ຕ້ານກຳລັງທະຫານມົສກູ ອີງຕາມຄຳເວົ້າຂອງກະຊວງຕ່າງປະເທດສະຫະລັດ
ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວວ່າ ການຊ່ອຍເຫຼືອແມ່ນແນໃສ່ເພື່ອ “ເສີມຂະຫຍາຍກອງກຳລັງທີ່ກ້າຫານຂອງຢູເຄຣນ ຢູ່ໃນສະໜາມລົບ” ແລະ “ຊ່ອຍໃຫ້ພວກເຂົາເຈົ້າຢຶດເອົາດິນແດນອະທິປະໄຕຂອງຢູເຄຣນ ກັບຄືນມາ”
ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານແມັຕທິວ ມີລເລີ ໄດ້ກ່າວໃນຖະແຫລງການວ່າ ວໍຊິງຕັນ “ລຳບາກໃຈ” ທີ່ວ່າ ການເລືອກຕັ້ງ ຊຶ່ງພັກ CPP ຂອງນາຍົກລັດຖະມົນຕີ ຮຸນ ເຊນ ໄດ້ປະເຊີນກັບພັກຝ່າຍຄ້ານ ທີ່ບໍ່ສາມາດຢູ່ລອດໄດ້ນັ້ນ ແມ່ນ “ທັງບໍ່ເສລີ ຫຼື ເປັນທຳ.”
ການເດີນທາງຂອງທ່ານບລິງເກັນນັ້ນ ຈະເປັນຄັ້ງທີສາມໄປຍັງເຂດເອເຊຍ ໃນຮອບສອງເດືອນທີ່ຜ່ານມາ ພາຍຫຼັງຈາກການເດີນທາງຢ້ຽມຢາມຈີນ ເມື່ອເດືອນແລ້ວນີ້ ແລະຫາກໍຢ້ຽມຢາມອິນໂດເນເຊຍ ສຳລັບການເຈລະຈາກັບບັນດາເຈົ້າໜ້າທີ່ຂອງປະເທດໃນເອເຊຍຕາເວັນອອກສຽງໃຕ້ ເມື່ອອາທິດແລ້ວນີ້ເອງ
ສູງກາງຄົ້ນຄວ້າພີວໄດ້ສໍາຫຼວດຜູ້ໃຫຍ່ຊາວອາເມຣິກັນເຊື້ອສາຍເອເຊຍ ຫຼາຍກວ່າ 7,000 ຄົນ ໃນລະຫວ່າງເດືອນກໍລະກົດ 2022 ຫາເດືອນມັງກອນ 2023
ໃນເດືອນເມສາຜ່ານມາ ໂຊລ ແລະວໍຊິງຕັນ ໄດ້ກ່າວວ່າ ຖ້າຫາກວ່າ ພຽງຢາງນຳໃຊ້ອາວຸດນິວເຄລຍຂອງຕົນ ຕໍ່ບັນດາພັນທະມິດ ເກົາຫຼີເໜືອຈະປະເຊີນກັບການຕອບໂຕ້ດ້ວຍນິວເຄລຍ ແລະຈະ “ສິ້ນສຸດ” ລະບອບການປົກຄອງຂອງຕົນ
ສະມາຊິກສະພາຕ່ຳສະຫະລັດ ສັງກັດພັກເດໂມແຄຣັດ ເກົ້າທ່ານ ບໍ່ໄດ້ເຂົ້າຮ່ວມຮັບຟັງການກ່າວຄຳປາໄສຂອງທ່ານເຮີສອກ ໂດຍລວມມີ ສະມາຊິກສະພາຕ່ຳ ທ່ານນາງ ຣາຊີດາ ທາແລບ ທີ່ເປັນຊາວປາແລສໄຕນ໌ ອາເມຣິກັນ ພຽງຄົນດຽວໃນລັດຖະສະພາ
ໂຫລດຕື່ມອີກ
No live streaming currently available