ໂດຍອະດີດປະທານາທິບໍດີ ດໍໂນລ ທຣຳ ສະແດງຄວາມຄິດຄຳເຫັນແບບໜັກແໜ້ນວ່າ ຖ້າຫາກໄດ້ຖືກເລືອກ, ທ່ານຈະບໍ່ປົກປ້ອງ ບັນດາສະມາຊິກ NATO ທີ່ບໍ່ບັນລຸເປົ້າໝາຍການໃຊ້ຈ່າຍດ້ານປ້ອງກັນປະເທດ, ແລະ ບັນດາບ້ວງເງິນຊ່ວຍດ້ານການທະຫານສຳລັບຕ່າງປະເທດ ທີ່ຍັງຕິດຂັດຢູ່ສະພາ
ຕຳແໜ່ງຂອງທ່ານ ແຄມແບລ ເປັນຜູ້ປະສານງານເຂດອິນໂດ-ປາຊີຟິກ ນັ້ນຈະຖືກປ່ອຍໃຫ້ຫວ່າງ, ໜັງສືພິມ Financial Times ໄດ້ລາຍງານໃນວັນທີ 6 ກຸມພາທີ່ຜ່ານມາ
ທ່ານ ຈອນສັນ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ວ່າ “ພວກເຮົາຈະສືບຕໍ່ຮຽກຮ້ອງວ່າ ກ່ອນພວກເຮົາຈະຮັບມືກັບບັນຫາຕ່າງໆໃນທົ່ວໂລກ ພວກເຮົາຕ້ອງຮັບມືກັບບັນຫາຂອງເຮົາເອງກ່ອນ
ການດຳເນີນຄະດີແມ່ນມີກຳນົດຈະເກີດຂຶ້ນໃນວັນທີ 26 ກຸມພາ
ບັນຫາທີ່ກ່ຽວຂ້ອງກັບ “ອຸປະກອນອີເລັກໂທຣນິກນ້ອຍອັນນຶ່ງ” ຊຶ່ງໄດ້ “ຢູ່ໃນຂັ້ນຕອນຂອງການຖືກສັບປ່ຽນ” ໂວກສແວເກັນ ໄດ້ກ່າວ
ທຳນຽບຂາວ ພ້ອມດ້ວຍເຈົ້າໜ້າ ທີ່ລະດັບສູງອື່ນໆ ກໍາລັງພະຍາຍາມສ້າງຄວາມໝັ້ນໃຈ ໃຫ້ກັບປະຊາຊົນອາເມຣິກັນ ຫຼັງຈາກສະມາຊິກສະພາຄົນສຳຄັນທ່ານນຶ່ງ ໄດ້ສົ່ງສັນຍານເຕືອນ ກ່ຽວກັບ “ໄພຂົ່ມຂູ່ດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ຮຸນແຮງ” ທີ່ສະຫະລັດ ກຳລັງປະເຊີນຢູ່
ທ່ານໄບເດັນ ເວົ້າວ່າ “ຮ່າງກົດໝາຍທີ່ທັງສອງພັກການເມືອງອະນຸມັດ ສົ່ງສັນຍານຕໍ່ຊາວຢູເຄຣນທັງຫຼາຍ ແລະຕໍ່ບັນດາຄູ່ພາຄີຂອງພວກເຮົາ ແລະຕໍ່ບັນດາພັນທະມິດຂອງພວກເຮົາຢູ່ທົ່ວໂລກວ່າ ອາເມຣິກາສາມາດເຊື່ອຖືໄດ້”
ທັງໝົດມັນທຽບເທົ່າກັບຊ່ວງເວລາທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງ ສະຫະລັດ
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ ລອຍ ອອສຕິນ ອອກຈາກໂຮງໝໍ ພໍດີທັນເວລາ ເພື່ອກ່າວຄຳປາໄສ ຕໍ່ບັນດາພັນທະມິດ ໃນການປະຊຸມສຳຄັນ ທີ່ແນໃສ່ການສະໜັບສະໜູນ ໃຫ້ແກ່ຢູເຄຣນຫຼາຍຂື້ນ
ຜູ້ນຳສຽງສ່ວນຫຼາຍສະພາສູງທ່ານ ຈັກ ຊູເມີ ໄດ້ກ່າວວ່າມາດຕະການທີ່ວ່ານັ້ນແມ່ນ “ນຶ່ງໃນຮ່າງກົດໝາຍຄັ້ງປະຫວັດສາດທີ່ສຸດ
ຮ່າງກົດໝາຍລວມມີ ທຶນ 61 ຕື້ໂດລາ ສຳລັບຢູເຄຣນ, 14 ຕື້ສຳລັບ ອິສຣາແອລ, ເກືອບ 5 ຕື້ ເພື່ອສະໜັບສະໜຸນບັນດາຄູ່ພາຄີໃນເຂດອິນໂດ-ປາຊີຟິກ ທີ່ລວມທັງ ໄຕ້ຫວັນ, ແລະການຊ່ວຍເຫຼືອດ້ານອື່ນໆ
ທ່ານອອສຕິນ ໄດ້ຖືກນຳສົ່ງໄປຍັງສູນກາງການແພດແຫ່ງຊາດ ວອລເຕີ ຣີດ (Walter Reed) ຂອງທະຫານ ໃນວັນອາທິດຜ່ານມານີ້ ສຳລັບອັນທີ່ທຳນຽບຫ້າແຈ ໄດ້ອະທິບາຍວ່າ ເປັນ “ບັນຫາທາງດ້ານພົກປັດສະວະ ທີ່ຫາກໍເກີດຂຶ້ນ”
ໂຫລດຕື່ມອີກ
No live streaming currently available