ສະຫະລັດ ແລະ ອີຣັກ ຈະເລີ່ມການເຈລະຈາເພື່ອຢຸດຕິການປະຕິບັດງານກອງກຳລັງປະສົມສາກົນ ທີ່ນຳພາໂດຍສະຫະລັດ ຢູ່ໃນອີຣັກ ແລະ ການຫັນປ່ຽນໄປສູ່ການຮ່ວມມືລະຫວ່າງສອງປະເທດ, ໂດຍເປັນການສືບຕໍ່ຂະບວນການ ທີ່ຖືກຂັດຂວາງໂດຍສົງຄາມ ອິສຣາແອລ ແລະກຸ່ມຮາມາສ
ທ່ານບລິງເກັນ ໄດ້ເດີນທາງໄປຍັງໄນຈີເຣຍ ຈາກກົດດີວົວ ບ່ອນທີ່ທ່ານໄດ້ພົບປະກັບປະທານາທິບໍດີ ຂອງກົດດີວົວ ທ່ານອາລາສຊານ ອວດຕາຣາ ແລະໄດ້ປຶກສາຫາລືກັນກ່ຽວກັບຄວາມທ້າທ້າຍຕ່າງໆດ້ານຄວາມໝັ້ນຄົງໃນຂົງເຂດ
ໃນຂະນະທີ່ກອງກໍາລັງຂອງຢູເຄຣນ ມີບັນຫາ ໃນການຕໍ່ສູ້ຕ້ານການຮຸກຮານຂອງຣັດເຊຍ ເນື່ອງຈາກການສະຫນອງລູກສອນໄຟ ແລະອາວຸດຍຸດໂທປະກອນອື່ນໆ ທີ່ຫຼຸດໜ້ອຍລົງ
ທ່ານເຄີບີ ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນວັນອັງຄານຜ່ານມານີ້ວ່າ ຄວາມສາມາດໃນການໄດ້ຮັບຜົນປະໂຫຍດຈາກຄວາມສຳພັນນີ້ຂອງທ່ານກິມ ແມ່ນໜ້າເປັນຫ່ວງ ແຕ່ທ່າທີໃນດ້ານການປ້ອງກັນຂອງ ສະຫະລັດ ແລະເກົາຫຼີໃຕ້ ຢູ່ແຫຼມເກົາຫຼີ “ແມ່ນເໝາະສົມຕໍ່ຄວາມສ່ຽງນັ້ນ”
ຂໍ້ຕົກລົງນີ້ ຈະປ່ອຍເງິນຊ່ວຍເຫຼືອຕ່າງປະເທດ ໃນມູນຄ່າ 106 ຕື້ໂດລາສຳລັບຢູເຄຣນ ອິສຣາແອລ ແລະໄຕ້ຫວັນ ໃນຂະນະທີ່ອອກກົດເຂັ້ມງວດຂຶ້ນກວ່າເກົ່າ ເພື່ອຄວບຄຸມຄົນເຂົ້າເມືອງ
ທ່ານ ດໍໂນລ ທຣຳ ສືບຕໍ່ເສັ້ນທາງໄປສູ່ການຖືກສະເໜີຊື່ເລືອກຕັ້ງເປັນປະທານາທິບໍດີຂອງພັກຣີພັບບລີກັນ ລຸນຫຼັງທີ່ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ຢູ່ລັດນິວແຮມເຊີ
ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ກ່າວວ່າ ການໂຈມຕີທາງອາກາດ ແນໃສ່ສະ ຖານທີ່ສາມແຫ່ງຢູ່ໃນພາກຕາເວັນຕົກຂອງອີຣັກ ທີ່ໄດ້ຖືກນຳໃຊ້ໂດຍ ກຸ່ມຄາຕາອິບ ເຮັສໂບລາ ຫຼື HK ແລະກຸ່ມຕົວແທນຂອງອີຣ່ານອື່ນໆ
ໄຊຊະນະດັ່ງກ່າວເປັນຄັ້ງທີສອງໃນການແຂ່ງຂັນຫຼາຍຄັ້ງສຳລັບທ່ານທຣຳພາຍ ຫຼັງຈາກໄດ້ຮັບໄຊຊະນະເມື່ອອາທິດແລ້ວນີ້ ໃນການເລືອກຕັ້ງຂອງພັກຢູ່ລັດໄອໂອວາ ຂະນະທີ່ທ່ານພະຍາຍາມຮາທາງທີ່ຈະໄດ້ຮັບການສະເໜີຊື່ລົງແຂ່ງຂັນກັບປະທານາທິບໍດີ ໂຈ ໄບເດັນ ອີກຄັ້ງນຶ່ງ ໃນການເລືອກຕັ້ງທົ່ວໄປ
ໃນຂະນະທີ່ລັດຖະສະພາສະຫະລັດ ພະຍາຍາມຕົກລົງກັນກ່ຽວກັບມາດຕະການການປະຕິຮູບຄົນເຂົ້າເມືອງ, ຜູ້ປົກຄອງລັດ ສັງກັດພັກເດໂມແຄຣັດ ໃນ 9 ລັດ ໄດ້ເພີ່ມສຽງຕໍ່ການຮຽກຮ້ອງ ໃຫ້ມີການດຳເນີນການ
ໜ່ວຍເລືອກຕັ້ງທັງຫຼາຍ ຈະບໍ່ປິດຈົນກວ່າຕອນແລງມື້ນີ້ ຢູ່ເຂດຕ່າງໆໂດຍສ່ວນໃຫຍ່ຂອງລັດ ແຕ່ຢູ່ໃນເມືອງນ້ອຍໆ ດິກວີລ ນອຕຈ໌ ຊຶ່ງພວກມີສິດປ່ອນບັດ ກໍໄດ້ປ່ອນບັດໄປແລ້ວ ບໍ່ດົນຫຼັງຈາກທ່ຽງຄືນ ໂດຍມີທັງໝົດຫົກສຽງ ໃຫ້ແກ່ທ່ານນາງເຮລີ
ປະທານາທິບໍດີ ໂຈ ໄບເດັນ ບໍ່ໄດ້ຢູ່ໃນການປ່ອນບັດລົງຄະແນນໃນມື້ວັນອັງຄານ, ທ່ານນາງ ເຮລີ ສາມາດຍຸຕິ ທ່ານທຣໍາ ໄດ້ບໍ?
ການສໍາຫຼວດຄວາມຄິດເຫັນໃໝ່ຂອງອົງການຂ່າວ CNN ໃນວັນອາທິດວານນີ້ ໄດ້ສະແດງໃຫ້ເຫັນວ່າ ທ່ານທຣໍາ ມີໂອກາດທີ່ຈະໄດ້ຮັບ 50 ເປີເຊັນຂອງການລົງຄະແນນສຽງ ໃນລັດນິວແຮມເຊີ
ໂຫລດຕື່ມອີກ
No live streaming currently available