ທ່ານ ດໍໂນລ ທຣຳ ສືບຕໍ່ເສັ້ນທາງໄປສູ່ການຖືກສະເໜີຊື່ເລືອກຕັ້ງເປັນປະທານາທິບໍດີຂອງພັກຣີພັບບລີກັນ ລຸນຫຼັງທີ່ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ຢູ່ລັດນິວແຮມເຊີ
ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ກ່າວວ່າ ການໂຈມຕີທາງອາກາດ ແນໃສ່ສະ ຖານທີ່ສາມແຫ່ງຢູ່ໃນພາກຕາເວັນຕົກຂອງອີຣັກ ທີ່ໄດ້ຖືກນຳໃຊ້ໂດຍ ກຸ່ມຄາຕາອິບ ເຮັສໂບລາ ຫຼື HK ແລະກຸ່ມຕົວແທນຂອງອີຣ່ານອື່ນໆ
ໄຊຊະນະດັ່ງກ່າວເປັນຄັ້ງທີສອງໃນການແຂ່ງຂັນຫຼາຍຄັ້ງສຳລັບທ່ານທຣຳພາຍ ຫຼັງຈາກໄດ້ຮັບໄຊຊະນະເມື່ອອາທິດແລ້ວນີ້ ໃນການເລືອກຕັ້ງຂອງພັກຢູ່ລັດໄອໂອວາ ຂະນະທີ່ທ່ານພະຍາຍາມຮາທາງທີ່ຈະໄດ້ຮັບການສະເໜີຊື່ລົງແຂ່ງຂັນກັບປະທານາທິບໍດີ ໂຈ ໄບເດັນ ອີກຄັ້ງນຶ່ງ ໃນການເລືອກຕັ້ງທົ່ວໄປ
ໃນຂະນະທີ່ລັດຖະສະພາສະຫະລັດ ພະຍາຍາມຕົກລົງກັນກ່ຽວກັບມາດຕະການການປະຕິຮູບຄົນເຂົ້າເມືອງ, ຜູ້ປົກຄອງລັດ ສັງກັດພັກເດໂມແຄຣັດ ໃນ 9 ລັດ ໄດ້ເພີ່ມສຽງຕໍ່ການຮຽກຮ້ອງ ໃຫ້ມີການດຳເນີນການ
ໜ່ວຍເລືອກຕັ້ງທັງຫຼາຍ ຈະບໍ່ປິດຈົນກວ່າຕອນແລງມື້ນີ້ ຢູ່ເຂດຕ່າງໆໂດຍສ່ວນໃຫຍ່ຂອງລັດ ແຕ່ຢູ່ໃນເມືອງນ້ອຍໆ ດິກວີລ ນອຕຈ໌ ຊຶ່ງພວກມີສິດປ່ອນບັດ ກໍໄດ້ປ່ອນບັດໄປແລ້ວ ບໍ່ດົນຫຼັງຈາກທ່ຽງຄືນ ໂດຍມີທັງໝົດຫົກສຽງ ໃຫ້ແກ່ທ່ານນາງເຮລີ
ປະທານາທິບໍດີ ໂຈ ໄບເດັນ ບໍ່ໄດ້ຢູ່ໃນການປ່ອນບັດລົງຄະແນນໃນມື້ວັນອັງຄານ, ທ່ານນາງ ເຮລີ ສາມາດຍຸຕິ ທ່ານທຣໍາ ໄດ້ບໍ?
ການສໍາຫຼວດຄວາມຄິດເຫັນໃໝ່ຂອງອົງການຂ່າວ CNN ໃນວັນອາທິດວານນີ້ ໄດ້ສະແດງໃຫ້ເຫັນວ່າ ທ່ານທຣໍາ ມີໂອກາດທີ່ຈະໄດ້ຮັບ 50 ເປີເຊັນຂອງການລົງຄະແນນສຽງ ໃນລັດນິວແຮມເຊີ
ຜູ້ແຂ່ງຂັນຊິງຕໍາແໜ່ງປະທານາທິບໍດີ ທ່ານຣອນ ດີແຊນຕິສ (Ron DeSantis), ຊຶ່ງຄັ້ງນຶ່ງເຄີຍຖືກເບິ່ງວ່າ ເປັນໂອກາດທີ່ດີທີ່ສຸດຂອງພັກຣີພັບບລີກັນ ໃນການແຊງໜ້າທ່ານ ດໍໂນລ ທຣຳ, ໄດ້ຖອນໂຕອອກຈາກການແຂ່ງຂັນຂັ້ນຕົ້ນໃນວັນອາທິດວານນີ້
ປະທານສະພາຕ່ຳ ທ່ານໄມຄ໌ ຈອນສັນ ແລະບັນດາສະມາຊິກຈາກພັກຣີພັບບລີກັນອື່ນໆ ກໍໄດ້ຕ້ອງຕິລັດຖະບານທ່ານໄບເດັນສຳລັບນະໂຍບາຍກ່ຽວກັບຄົນເຂົ້າເມືອງທັງຫຼາຍຂອງຕົນ ແລະໄດ້ກ່າວວ່າ ການປະນິປະນອມຂອງສະພາສູງ ບໍ່ມີໂອກາດທີ່ຈະຜ່ານສະພາຂອງພວກເພິ່ນໄດ້
ລັດຖະສະພາໄດ້ສົ່ງຮ່າງກົດໝາຍການໃຊ້ຈ່າຍ ໄລຍະສັ້ນ ໃຫ້ປະທານາທິບໍດີ ໂຈ ໄບເດັນ ເພື່ອຫລີກລ້ຽງການປິດລັດຖະບານບາງສ່ວນ ທີ່ກໍາລັງຈະເກີດຂຶ້ນແລະສະຫນອງທຶນ ໃຫ້ແກ່ໜ່ວຍງານຕ່າງໆ ຂອງລັດຖະບານກາງ ຈົນເຖິງເດືອນມີນາ
ອະດີດປະທານາທິບໍດີ ກ່າວບໍ່ພໍໃຈສຽງດັງ ກ່ຽວກັບການເປັນພະຍານຂອງແມ່ຍິງຄົນນຶ່ງທີ່ວ່າ ທ່ານເຮັດໃຫ້ນາງເສຍຊື່ສຽງ ລຸນຫຼັງທີ່ນາງກ່າວຫາທ່ານວ່າ ລ່ວງລະເມີດທາງເພດ
ປະທານາ ທິບໍດີ ໂຈ ໄບເດັນ ໄດ້ຈັດກອງປະຊຸມກັບບັນດາຜູ້ນຳຂັ້ນສູງສຸດຂອງລັດຖະສະ ພາ ຢູ່ທີ່ທຳນຽບຂາວ ເພື່ອກົດດັນໃຫ້ຮັບເອົາຊຸດງົບປະມານມູນຄ່າ 110 ຕື້ໂດລາ ທີ່ລວມທັງຂໍ້ຕົກລົງທີ່ອາດເປັນໄປໄດ້ ໃນດ້ານຄົນເຂົ້າເມືອງ
ໂຫລດຕື່ມອີກ
No live streaming currently available