ບໍລິສັດດັ່ງກ່າວ ທີ່ມີສຳນັກງານຕັ້ງຢູ່ນະຄອນພິຕສເບີກ ຂອງລັດເພັນຊີລເວເນຍ ແນເປົ້າໝາຍທີ່ຈະເປັນບໍລິສັດເອກະຊົນແຫ່ງທຳອິດ ທີ່ຈະປະສົບຜົນສຳເລັດໃນການລົງຈອດຢູ່ດວງເດືອນ ອັນເປັນສິ່ງທີ່ພຽງສີ່ປະເທດເທົ່ານັ້ນ ສາມາດເຮັດໄດ້ຢ່າງສຳເລັດ
ຂໍ້ຕົກລົງນີ້ ແມ່ນແນໃສ່ເພື່ອຫຼີກລ່ຽງ ການປິດລັດຖະບານເປັນບາງສ່ວນ ທີ່ອາດມີຂຶ້ນໃນທ້າຍເດືອນນີ້ ປະທານສະພາຕ່ຳ ທ່ານໄມຄ໌ ຈອນສັນ ກ່າວ
ສະຫະລັດຈະເປີດການດໍາເນີນງານຄືນໃໝ່ ຢູ່ທີ່ຂົວສາກົນ ໃນເມືອງອີໂກລ ພາສ, ລັດເທັກຊັສ, ສອງແຫ່ງໃນລັດແອຣິໂຊນາ ແລະອີກແຫ່ງນຶ່ງໃກ້ກັບນະຄອນແຊນດີເອໂກ, ລັດຄາລິຟໍເນຍ
ອະດີດປະທານາທິບໍດີດໍໂນລ ທຣຳ ກຳລັງຍື່ນຂໍອຸທອນ ຕໍ່ຄຳຕັດສິນຂອງເຈົ້າໜ້າທີ່ເລືອກຕັ້ງ ສັງກັດພັກເດໂມແຄຣັດຂອງລັດເມນ ທີ່ວ່າທ່ານບໍ່ສາມາດມີຊື່ລົງສະໝັກເລືອກຕັ້ງຢູ່ທີ່ນັ້ນໄດ້ ເພາະທ່ານ ໄດ້ລະເມີດຄຳສັ່ງຫ້າມ ຕາມລັດຖະທຳມະນູນ ຕໍ່ຜູ້ທີ່ “ມີສ່ວນພົວພັນໃນການກໍ່ກະບົດ” ບໍ່ໃຫ້ດຳລົງຕຳແໜ່ງ
ອະດີດປະທານາທິບໍດີ ອ້າງເອົາການຍົກເວັ້ນຈາກການດໍາເນີນຄະດີ ໃນຂໍ້ກ່າວຫາທາງອາຍາ ໂດຍຕ້ອງການໃຫ້ມີຊື່ຂອງທ່ານ ຢູ່ໃນບັດເລືອກຕັ້ງປີ 2024 ອີກຄັ້ງ
ພາເຣດດອກກຸຫຼາບດຶງດູດເອົາຫຼາຍແສນຄົນ ໃຫ້ໄປຢືນລຽງລາຍ ຢູ່ຕາມເສັ້ນທາງ ໃນການສວນສະໜາມປະຈຳປີ ເພື່ອສະຫຼອງວັນພັກ
ທ່ານນາງຊີນນາ ແບລໂລສ໌ ກາຍເປັນເຈົ້າໜ້າທີ່ເລືອກຕັ້ງຜູ້ທຳອິດທີ່ເອົາມາດຕະການຝ່າຍດຽວ ເພື່ອຫ້າມທ່ານທຣຳບໍ່ໃຫ້ລົງແຂ່ງຂັນ ພາຍໃຕ້ບົດແກ້ໄຂລັດຖະທຳມະນູນຂໍ້ທີ 14 ວ່າດ້ວຍການກະບົດ ຫຼືການຈະລາຈົນ
ການຍິງສົ່ງດັ່ງກ່າວນີ້ ມີຂຶ້ນຫຼັງຈາກບໍ່ປະສົບຜົນສໍາເລັດໃນຂັ້ນຕົ້ນ ແລະຫຼ້າຊ້າມາຫຼາຍກວ່າສອງອາທິດ
ສານສູງສຸດຂອງລັດ ມິຊິແກນ ກຳນົດໃຫ້ອະດີດປະທານາທິບໍດີ ດໍໂນລ ທຣຳ ຢູ່ໃນການລົງເລືອກຕັ້ງຂັ້ນຕົ້ນຂອງລັດ, ອີງຕາມອົງການຂ່າວ ເອພີ
ທ່ານກ່າວຕື່ມອີກວ່າ ອາວຸດແລະອຸປະກອນຕ່າງໆ ແມ່ນ ໄດ້ຮັບການສະໜອງໃຫ້ ພາຍໃຕ້ການເບີກຖອນອອກມາໃຫ້ແກ່ ຢູເຄຣນ ໂດຍກົງ
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ກ່າວໃນວັນພຸດວານນີ້ວ່າ ສະຫະລັດຈະບໍ່ຢຸດເຊົາຈົນກວ່າ ທ່ານ ພອລ ວີແລນ (Paul Whelan) ຄົນອາເມຣິກັນ ທີ່ຖືກຂັງຄຸກຢູ່ໃນຣັດເຊຍ ຈະກັບຄືນບ້ານຢ່າງປອດໄພ
ການໂຈມຕີທາງອາກາດຂອງສະຫະລັດ ໄດ້ສັງຫານສະມາຊິກ ຂອງກຳລັງຮັກສາຄວາມປອດໄພຂອງຕົນຜູ້ນຶ່ງ ອີຣັກໄດ້ກ່າວໃນວັນອັງຄານວານນີ້ ແລະເຮັດໃຫ້ປະຊາຊົນອີກ 18 ຄົນບາດເຈັບ ທີ່ລວມທັງພົນລະເຮືອນນຳດ້ວຍ ອີງຕາມລາຍງານຂ່າວ
ໂຫລດຕື່ມອີກ
No live streaming currently available