ບັນດາສະມາຊິກສະພາສູງຈາກພັກຣີພັບບລີກັນ ໄດ້ນຳສະເໜີທຶນສຳລັບດ້ານຄວາມໝັ້ນຄົງເຂດຊາຍແດນ ແລະການປ່ຽນແປງກົດໝາຍຄົນເຂົ້າເມືອງ ສະ ຫະລັດຂອງເຂົາເຈົ້າເອງໃນການແລກປ່ຽນກັບຄະແນນສຽງຂອງພວກເຂົາເຈົ້າ ທີ່ຈະອະນຸມັດການຊ່ອຍເຫຼືອຊຸດໃໝ່ແກ່ຢູເຄຣນ
ນີ້ແມ່ນເທື່ອທຳອິດ ທີ່ປະທານາທິບໍດີຣັດເຊຍ ໄດ້ກ່າວຢ່າງເປັນການເປີດເຜີຍ ກ່ຽວກັບຄະດີ ຂອງທ່ານເກີສໂກວິສ
ທ່ານ ຮັນເຕີ ໄບເດັນ, ລູກຊາຍຂອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ໃນວັນພຸດວານນີ້ ໄດ້ຂັດຂືນຄຳສັ່ງຂອງລັດຖະສະພາ ເພື່ອໄປໃຫ້ການແບບປິດລັບ ກ່ຽວກັບການດຳເນີນທຸລະກິດຢູ່ຕ່າງປະເທດ ທີ່ເຮັດໃຫ້ທ່ານມີລາຍໄດ້ຫຼາຍລ້ານໂດລາ, ພ້ອມກັບປະກາດວ່າ ພໍ່ຂອງທ່ານ ບໍ່ມີສ່ວນກ່ຽວຂ້ອງກັບເລື່ອງການເງິນຂອງທ່ານ
ກົດໝາຍມະນຸດສະທຳສາກົນ ຫ້າມການໂຈມຕີແບບບໍ່ຈຳແນກ ທີ່ບໍ່ແຍກໃຫ້ເຫັນຢ່າງຈະແຈ້ງ ລະຫວ່າງຈຸດປະສົງທາງທະຫານ ແລະບຸກຄົນ ຫຼືຊັບສິນຂອງພົນລະເຮືອນ
ການສືບສວນສອບສວນຂອງເຂົາເຈົ້າໄດ້ກໍ່ໃຫ້ເກີດຄຳຖາມ ກ່ຽວກັບ ຈັນຍາບັນ
ຫຼາຍກວ່າ 1,200 ຄົນ ໄດ້ຖືກຟ້ອງ ໃນຄະດີກໍ່ອາຊະຍາກຳ ຂອງລັດຖະບານກາງ ນັບແຕ່ການກໍ່ຈະລາຈົນ
ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວຖະແຫລງໂຕ້ແຍ້ງຢ່າງເປີດເຜີຍຕໍ່ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນທັນຢາຮູ ໃນວັນອັງຄານວານນີ້ ເຖິງຢ່າງນັ້ນກໍຕາມ ທ່ານກໍຍັງໃຫ້ການສະໜັບສະໜຸນ ແກ່ອິສຣາແອລຢ່າງແຂງຂັນຢູ່
ຄວາມໂກດແຄ້ນ ແລະຄວາມເຄັ່ງຕຶງທີ່ບໍ່ຫຼຸດລົງກ່ຽວກັບຂໍ້ຂັດແຍ່ງທີ່ກຳລັງດໍາເນີນຢູ່ ລະຫວ່າງອິສຣາແອລ ແລະກຸ່ມຮາມາສ ອາດຈະແຜ່ລາມເຂົ້າໄປສູ່ລະດູການວັນພັກໃນສະຫະລັດອາເມຣິກາ, ເຊິ່ງອາດຈະເຮັດໃຫ້ ການຊຸມນຸມສາທາລະນະຂະຫນາດໃຫຍ່ຕົກຢູ່ໃນຄວາມສ່ຽງ, ອີງຕາມການກ່າວຂອງໜ່ວຍງານບັງຄັບໃຊ້ກົດຫມາຍແລະເຈົ້າຫນ້າທີ່ກະຊວງຮັກສາຄວາມປອດໄພພາຍໃນ
ທັງ ທ່ານ ທຣໍາ ແລະ ທ່ານ ໄບເດັນ ກ່າວວ່າ ພວກເພິ່ນທັງສອງກໍາລັງດໍາເນີນງານ ເພື່ອຊ່ວຍຮັກສາອາເມຣິກາ ຈາກການຂົ່ມຂູ່ທີ່ມາຈາກປະເທດອື່ນ
ການສຳຫຼວດ, ທີ່ຖືກດຳເນີນຂຶ້ນໂດຍບໍລິສັດຢັ່ງຫາງສຽງ Morning Consult, ພົບວ່າປະຊາຊົນ ອາເມຣິກັນ 44 ເປີເຊັນເຊື່ອວ່າການຟ້ອງຮ້ອງນັ້ນຄວນດຳເນີນໄປໜ້າ
ການໂຈມຕີນັ້ນ ເປັນຄັ້ງຫຼ້າສຸດໂດຍພວກຫົວຮຸນແຮງຮູທີ ທີ່ໜຸນຫຼັງໂດຍອີຣ່ານ ຢູ່ໃນ ຫຼືຢູ່ໃກ້ທະເລແດງ ນອກເໜືອຈາກນັ້ນ ຍັງໄດ້ສົ່ງໂດຣນຫຼາຍລຳ ແລະຍິງລູກສອນໄຟ ທີ່ແນໃສ່ອິສຣາແອລ ນຳດ້ວຍ
ທ່ານໄບເດັນ ໄດ້ຂໍຮ້ອງລັດຖະສະພາ ຊຸດທຶນໃນຍາມສົງຄາມ ມູນຄ່າ 110 ຕື້ໂດລາ ສຳລັບຢູເຄຣນ ແລະອິສຣາແອລ, ພ້ອມດ້ວຍບູລິມະສິດດ້ານຄວາມໝັ້ນຄົງແຫ່ງຊາດອື່ນໆອີກ. ຢູເຄຣນ ຈະໄດ້ຮັບທຶນຫຼາຍກວ່າ 61 ຕື້ໂດລາ
ໂຫລດຕື່ມອີກ
No live streaming currently available