ກາຍເປັນທຳນຽມປະຕິບັດໃນຊ່ວງຄຣິສມາສທົ່ວໂລກໄປແລ້ວ ທີ່ເດັກນ້ອຍ ຈາກທົ່ວທຸກມຸມໂລກ ຈະຕິດຕາມການເດີນທາງຂອງແຊນຕ້າ ຄລອດສ໌ ທີ່ມຸ້ງໜ້າສົ່ງຂອງຂວັນໃຫ້ເດັກໆໄປຮອບໂລກ 24 ຊົ່ວໂມງສຸດທ້າຍກ່ອນວັນ ຄຣິສມາສ
ຄຳປະກາດນີ້ ຈະຊ່ອຍຮັກສາຊີວິດຂອງນັກໂທດທີ່ຖືກຕັດສິນປະຫານຊີວິດ ຈາກຄະດີຄາດຕະກຳເຈົ້າໜ້າທີ່ຕຳຫຼວດ ແລະທະຫານຄາດຕະກຳຜູ້ອື່ນ ໃນພື້ນທີ່ຂອງລັດຖະບານກາງ ຫຼືກໍ່ເຫດປຸ້ນທະນາຄານໂດຍມີຜູ້ເສຍຊີວິດ ລວມທັງຄະດີຢາເສບຕິດ ແລະສັງຫານເຈົ້າໜ້າທີ່ຫຼືນັກໂທດຄົນອື່ນ ໃນສະຖານທີ່ຄຸມຂັງຂອງລັດຖະບານກາງ
ໃນຂະນະທີ່ຄົນອາເມລິກັນຈຳນວນຫຼວງຫຼາຍລວມຕົວກັນທີ່ໂຕະອາຫານໃນຊ່ວງມື້ພັກຂອບໃຈພະເຈົ້າທີ່ຜ່ານມາ ລາຍງານຫລ້າສຸດພົບວ່າ ໃນເມືອງທີ່ໃຫຍ່ທີ່ສຸດຂອງອາເມຣິກາ, ປະຊາຊົນຈຳນວນຫຼວງຫຼາຍເພີ້ມຂຶ້ນເລື້ອຍໆໄດ້ປະສົບບັນຫາຂາດແຄນອາຫານ
ວ່າທີ່ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ໄດ້ຟື້ນຟູແຜນການທີ່ເຄີຍວາງເອົາໄວ້ໃນສະໄໝ ທີ່ຂຶ້ນເປັນຜູ້ນໍາສະຫະລັດຄັ້ງທຳອິດ ສຳລັບການການຊື້ເກາະ ກຣີນແລນ ຈາກປະເທດ ເດັນມາກ. ຫຼັງຂົ່ມຂູ່ວ່າຈະຢຶດຄອງປະເທດ ປານາມາ ຄືນມາເປັນຂອງສະຫະລັດອີກຄັ້ງ
ຫາກເປັນເຊັ່ນນັ້ນອົງກອນນີ້ຈະອ່ອນແອລົງຢ່າງຫຼວງຫຼາຍ.
ສະຖານທີ່ວາງສະແດງໃໝ່ຢູ່ນະຄອນຫຼວງ ວໍຊິງຕັນ ໄດ້ຊ່ວຍອະທິບາຍ ກ່ຽວກັບ ສິ່ງທີ່ບໍ່ຄ່ອຍຮູ້ຈັກກັນຫຼາຍຂອງຊັ້ນຕ່າງໆໃນທະເລ ແລະ ພວກສັດສາວາສິ່ງຕ່າງໆທີ່ອາໄສຢູ່ທີ່ນັ້ນ
'Sonic the Hedgehog 3,' ທີ່ນໍາເອົາໂຕລະຄອນຂວັນໃຈນັກຫຼິ້ນເກມ ມາລົງສາຍເປັນພາກທີສາມແລ້ວ, ເຊິ່ງເປີດໂຕດ້ວຍລາຍໄດ້ 62 ລ້ານໂດລາ
ຂະນະເກີດເຫດ ກອງທັບ ສະຫະລັດ ກຳລັງໂຈມຕີທາງອາກາດໃສ່ກຸ່ມກະບົດ ຮູຕີ.
ທ່ານນາງ ອໍຣິງ (Oring) ເກັບຮັກສາຈົດຫມາຍ ແລະໄປສະນີຍະບັດທີ່ທ່ານນາງໄດ້ພິມທຸກສະບັບໄວ້
ການກວດຍຶດອຸປະກອນອິນເຕີເນັດດາວທຽມ ສຕາຣລິ້ງ (Starlink) ຂອງໄທ ເພື່ອຄວບຄຸມອາຊະຍາກຳທາງໄຊເບີ້ ໃນປະເທດເພື່ອນບ້ານ ສົ່ງຜົນກະທົບຢ່າງຫລີກລ້ຽງບໍ່ໄດ້ຕໍ່ພົນລະເຮືອນໃນມຽນມາ ທີ່ຕ້ອງການອຸປະກອນດຽວກັນ ເພື່ອສື່ສານແລະຮັບການຊ່ອຍເຫຼືອທາງມະນຸດສະທຳທ່າມກາງພາວະສົງຄາມກາງເມືອງ
ຮ່າງງົບປະມານທີ່ໄດ້ຮັບການສະໜັບສະໜູນຈາກ ທ່ານ ດໍໂນລ ທຣໍາ ໄດ້ລົ້ມແຫຼວໃນສະ ພາຕ່ຳ ເມື່ອວັນພະຫັດວານນີ້ ຫຼັງຈາກສະມາຊິກພັກຣີພັບລີກັນຫຼາຍສິບຄົນ ມີຄວາມເຫັນ ຂັດແຍ້ງກັນ.
ວົງການບູຮານນະຄະດີຕື່ນຕະລຶງ ເມື່ອຊາຍຜູ້ນຶ່ງຄົ້ນພົບຊາກຟອສຊິລ ຄາງກະໄຕຊ້າງດຶກດຳບັນທີ່ເອີ້ນວ່າ ມາສໂຕດອນ ຂະນະທີ່ກຳລັງເຮັດສວນ ຢູ່ຫຼັງບານໃນລັດ ນິວຢອກ ເມື່ອເດືອນກັນຍາທີ່ຜ່ານມາ
ໂຫລດຕື່ມອີກ
No live streaming currently available