“ຄວາມສ່ຽງທີ່ກຳລັງປະເຊີນຕໍ່ຊາວອາເມຣິກັນໝົດທຸກຄົນ ຕ້ອງການຄວາມເອົາ ໃຈໃສ່ຈາກພວກເຮົາ - ດຽວນີ້” ຜູ້ອຳນວຍການອົງການ FBI ທ່ານຄຣິສໂຕເຟີ ເຣ ໄດ້ກ່າວຕໍ່ຄະນະກຳມະການທີ່ຖືກເລືອກຂອງສະພາກ່ຽວກັບພັກຄອມມິວນິສ ຂອງຈີນ
ຄຳປາໄສຂອງ ທ່ານ ຊູລລິວານ ແມ່ນບົດສະຫຼຸບຫຼ້າສຸດ ໂດຍສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ໃນການຮັກສາສະຖຽນລະພາ ທາງດ້ານການພົວພັນ ລະຫວ່າງ ສະຫະລັດ ແລະ ຈີນ
ທ່ານດໍໂນລ ທຣຳ ທີ່ມີອິດທິພົນຕໍ່ບັນດາສະມາຊິກສະພາຕ່ຳ ນຳພາໂດຍພັກຣີພັບບລີກັນ ຜູ້ທີ່ກຳຮ່າງງົບປະມານໄວ້ ຍ້ອນສິ່ງທີ່ພວກເຂົາເຈົ້າກ່າວວ່າ ແມ່ນຄວາມເປັນຫ່ວງກ່ຽວກັບຄົນເຂົ້າເມືອງ ແລະຄວາມປອດໄພ ຢູ່ຊາຍແດນທາງພາກໃຕ້ ຂອງສະຫະລັດ ຕິດກັບເມັກຊິໂກ
ໃນຖະແຫລງການຕໍ່ບັນດານັກຂ່າວ ທ່ານປະທານາທິບໍດີ ໂຈ ໄບເດັນ ໃນວັນອັງຄານວານນີ້ ໄດ້ກ່າວວ່າ ທ່ານໄດ້ຕັດສິນໃຈກ່ຽວກັບມາດຕະການທາງດ້ານທະຫານ ໃນການຕອບໂຕ້ຕໍ່ການໂຈມຕີໃສ່ຖານທັບຂອງສະຫະລັດ ໃນຈໍແດນ ໃກ້ກັບຊາຍແດນຂອງອີຣັກ ແລະຊີເຣຍ ທີ່ໄດ້ສັງຫານ ທະຫານອາເມຣິກັນສາມຄົນ ແລະເຮັດໃຫ້ອີກຫຼາຍກວ່າ 40 ຄົນ ໄດ້ຮັບບາດເຈັບ
ພວກເຫຍື່ອຂອງການຄາດຕະກຳ ຜູ້ທີ່ອາໄສຢູ່ໃນລັດແມຣີແລນໃນເວລານີ້ ຊຶ່ງກ່ອນໜ້ານີ້ ໄດ້ຫລົບໜີເຂົ້າມາໃນສະຫະລັດ ຫຼັງຈາກທີ່ພວກເຂົາ ໄດ້ໂຕນໜີອອກຈາກອີຣ່ານ
ບົດລາຍງານຂອງອົງການ FBI ທີ່ຫາກໍເປີດເຜີຍອອກມາກ່າວວ່າ ໂຮງຮຽນເປັນສະຖານທີ່ອັນດັບສາມ ທີ່ອາຊະຍາກໍາກ່ຽວກັບຄວາມຄຽດຊັງເກີດຂຶ້ນເປັນສ່ວນຫຼາຍ
ການເດີນທາງກັບໄປຖານທັບ ຂອງໂດຣນ ສະຫະລັດ ໃນປະມານເວລາດຽວກັນ ກັບການໂຈມຕີຂອງໂດຣນນັ້ນ ແມ່ນຖືກລາຍງານທຳອິດ ໂດຍໜັງສືພິມ Wall Street Journal
ການແຂ່ງຂັນຮອບຊິງຊະນະເລີດ ແມ່ນນຶ່ງໃນລາຍການໂທລະພາບທີ່ມີຄົນເບິ່ງຫຼາຍທີ່ສຸດຂອງປີ. ເກມການແຂ່ງຂັນໃນປີກາຍນີ້ພົບວ່າ ມີຜູ້ຊົມຕິດຕາມຫຼາຍກວ່າ 115 ລ້ານຄົນຢູ່ໃນສະຫະລັດ
ການຮ່ວມມືກັນ ມີຂຶ້ນຫຼັງຈາກປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ສັນຍາໃນລະຫວ່າງກອງປະຊຸມສຸດຍອດ ກັບປະທານາທິບໍດີໂຈ ໄບເດັນ ໃນເດືອນພະຈິກ ທີ່ຈະປາບປາມການຄ້າຢາດັ່ງກ່າວ
ທຳນຽບຂາວກ່າວວ່າ ການເຮັດແທ້ງລູກແມ່ນມີຢູ່ໃນການລົງຄະແນນສຽງໃນປີ 2024.
ຂໍ້ຕົກລົງ ຈະໃຫ້ອິດສະຫຼະແກ່ການຊ່ວຍເຫຼືອດ້ານການຕ່າງປະເທດໃນຈໍານວນເງິນ 106 ຕື້ໂດລາ ໃນລະຫວ່າງທີ່ກົດຂໍ້ບັງຄັບກ່ຽວກັບຄົນເຂົ້າເມືອງ ເຂັ້ມງວດຂຶ້ນ
ສະຫະລັດ ແລະ ອີຣັກ ຈະເລີ່ມການເຈລະຈາເພື່ອຢຸດຕິການປະຕິບັດງານກອງກຳລັງປະສົມສາກົນ ທີ່ນຳພາໂດຍສະຫະລັດ ຢູ່ໃນອີຣັກ ແລະ ການຫັນປ່ຽນໄປສູ່ການຮ່ວມມືລະຫວ່າງສອງປະເທດ, ໂດຍເປັນການສືບຕໍ່ຂະບວນການ ທີ່ຖືກຂັດຂວາງໂດຍສົງຄາມ ອິສຣາແອລ ແລະກຸ່ມຮາມາສ
ໂຫລດຕື່ມອີກ
No live streaming currently available