ທ່ານນາງ ອໍຣິງ (Oring) ເກັບຮັກສາຈົດຫມາຍ ແລະໄປສະນີຍະບັດທີ່ທ່ານນາງໄດ້ພິມທຸກສະບັບໄວ້
ການກວດຍຶດອຸປະກອນອິນເຕີເນັດດາວທຽມ ສຕາຣລິ້ງ (Starlink) ຂອງໄທ ເພື່ອຄວບຄຸມອາຊະຍາກຳທາງໄຊເບີ້ ໃນປະເທດເພື່ອນບ້ານ ສົ່ງຜົນກະທົບຢ່າງຫລີກລ້ຽງບໍ່ໄດ້ຕໍ່ພົນລະເຮືອນໃນມຽນມາ ທີ່ຕ້ອງການອຸປະກອນດຽວກັນ ເພື່ອສື່ສານແລະຮັບການຊ່ອຍເຫຼືອທາງມະນຸດສະທຳທ່າມກາງພາວະສົງຄາມກາງເມືອງ
ຮ່າງງົບປະມານທີ່ໄດ້ຮັບການສະໜັບສະໜູນຈາກ ທ່ານ ດໍໂນລ ທຣໍາ ໄດ້ລົ້ມແຫຼວໃນສະ ພາຕ່ຳ ເມື່ອວັນພະຫັດວານນີ້ ຫຼັງຈາກສະມາຊິກພັກຣີພັບລີກັນຫຼາຍສິບຄົນ ມີຄວາມເຫັນ ຂັດແຍ້ງກັນ.
ວົງການບູຮານນະຄະດີຕື່ນຕະລຶງ ເມື່ອຊາຍຜູ້ນຶ່ງຄົ້ນພົບຊາກຟອສຊິລ ຄາງກະໄຕຊ້າງດຶກດຳບັນທີ່ເອີ້ນວ່າ ມາສໂຕດອນ ຂະນະທີ່ກຳລັງເຮັດສວນ ຢູ່ຫຼັງບານໃນລັດ ນິວຢອກ ເມື່ອເດືອນກັນຍາທີ່ຜ່ານມາ
ສະຫະລັດ ຍ້າຍນັກໂທດຊາວມາເລເຊຍ ສອງຄົນທີ່ຖືກຂັງຢູ່ຄຸກໃນອ່າວ ກວນຕານາໂມ ຂອງປະເທດຄິວບາ ກັບຄືີນປະເທດ ຫຼັງຈາກທີ່ພວກເຂົາຍອມສາລະພາບຜິດ ໃນຂໍ້ຫາທີ່ກ່ຽວຂ້ອງກັບເຫດການລະເບີດທີ່ເກາະບາຫຼີ ໃນ ອິນໂດເນເຊຍ ເມື່ອປີ 2002 ແລະຕົກລົງໃຫ້ຂໍ້ມູນເຖິງຜູ້ນຳຂະບວນການ ກໍ່ເຫດ ຕາມລາຍງານຂອງກະຊວງປ້ອງກັນປະເທດສະຫະລັດ
ຫຼັງຈາກຊະນະການເລືອກຕັ້ງ, ທ່ານ ທຣຳ ໄດ້ຂຽນຂໍ້ຄວາມຂອງຕົນລົງໃນສື່ສັງຄົມ ອອນລາຍ ໂດຍໄດ້ແຈ້ງວ່າ ລາວຈະປະກາດພາວະສຸກເສີນແຫ່ງຊາດ ແລະ ສົ່ງກອງທັບສະຫະລັດ ເພື່ອຊ່ວຍໃນການເນລະເທດ
ລັດຖະສະພາ ສະຫະລັດ ມີເວລາພຽງ 2 ວັນໃນການຫຼີກລ້ຽງການປີດໜ່ວຍງານຂອງ ລັດຖະບານບາງສ່ວນຫຼັງຈາກ ທ່ານ ດໍໂນລ ທຣໍາ ວ່າທີ່ປະທານາທິບໍດີໄດ້ຮັບເລືອກຕັ້ງ ຈາກພັກຣີພັບລີກັນ ປະຕິເສດຂໍ້ຕົກລົງຂອງສອງພັກການເມືອງເມື່ອວັນພຸດວານນີ້
ແມ່ນຫຍັງເກີດຂຶ້ນຢູ່ເທິງທ້ອງຟ້າທາງພາກຕາເວັນອອກຂອງສະຫະລັດ? ຫຼາຍອາທິດບໍ່ດົນມານີ້ ມີໂດຣນ ນັບບໍ່ຖ້ວນໄດ້ຖືກແນມເຫັນ - ແລະໝົດທຸກຄົນຈາກພົນລະເມືອງທົ່ວໄປ ຕະຫຼອດເຖິງວ່າທີປະທານາທິບໍດີ ຕ່າງກໍມີຄຳຖາມກ່ຽວກັບເລື້ອງນີ້
ບັນດາຜູ້ປະກອບການທີ່ນິຄົມອຸດສາຫະກຳ ວີເມັຕ (WeMet) ໃນເຂດກວນຫຢຸນ ທາງພາກຕາເວັນອອກຂອງຈີນ ກຳລັງກັງວົນຕໍ່ອະນາຄົດຂອງໂຮງງນຂອງພວກຕົນ ສືບເນື່ອງຈາກຄວາມຂັດແຍ້ງທາງການຄ້າຂອງຈີນກັບສະຫະລັດ
ຄະນະຜູ້ແທນທາງການທູດຂອງ ຈີນ ບໍ່ໄດ້ຕອບສະໜອງຕໍ່ການຂໍສະແດງຄວາມຄິດເຫັນໃນທັນທີ.
ດ້ວຍສຽງສ່ວນຫຼາຍທີ່ເປັນຝ່າຍເດໂມແຄຣັດ, ການປົກປ້ອງຄ່ານິຍົມທີ່ກ້າວຫນ້າຂອງລັດ ຈຶ່ງຄາດວ່າຈະໄດ້ຮັບການສະຫນັບສະຫນູນຢ່າງກວ້າງຂວາງ.
ທ່ານດໍໂນລ ທຣຳ ວ່າທີ່ປະທານາທິບໍດີ ໄດ້ສະເໜີຊື່ທ່ານ ແບຣນດັນ ຄາຣ ໃຫ້ເປັນຜູ້ນຳພາຄະນະກຳມາທິການການສື່ສານຂອງລັດຖະບານກາງ ຫຼື FCC ເຊິ່ງເປັນໜ່ວຍງານທີ່ຄຸ້ມຄອງການສື່ສານໃນສະຫະລັດ
ໂຫລດຕື່ມອີກ
No live streaming currently available