ສະຫະລັດ ຍ້າຍນັກໂທດຊາວມາເລເຊຍ ສອງຄົນທີ່ຖືກຂັງຢູ່ຄຸກໃນອ່າວ ກວນຕານາໂມ ຂອງປະເທດຄິວບາ ກັບຄືີນປະເທດ ຫຼັງຈາກທີ່ພວກເຂົາຍອມສາລະພາບຜິດ ໃນຂໍ້ຫາທີ່ກ່ຽວຂ້ອງກັບເຫດການລະເບີດທີ່ເກາະບາຫຼີ ໃນ ອິນໂດເນເຊຍ ເມື່ອປີ 2002 ແລະຕົກລົງໃຫ້ຂໍ້ມູນເຖິງຜູ້ນຳຂະບວນການ ກໍ່ເຫດ ຕາມລາຍງານຂອງກະຊວງປ້ອງກັນປະເທດສະຫະລັດ
ຫຼັງຈາກຊະນະການເລືອກຕັ້ງ, ທ່ານ ທຣຳ ໄດ້ຂຽນຂໍ້ຄວາມຂອງຕົນລົງໃນສື່ສັງຄົມ ອອນລາຍ ໂດຍໄດ້ແຈ້ງວ່າ ລາວຈະປະກາດພາວະສຸກເສີນແຫ່ງຊາດ ແລະ ສົ່ງກອງທັບສະຫະລັດ ເພື່ອຊ່ວຍໃນການເນລະເທດ
ລັດຖະສະພາ ສະຫະລັດ ມີເວລາພຽງ 2 ວັນໃນການຫຼີກລ້ຽງການປີດໜ່ວຍງານຂອງ ລັດຖະບານບາງສ່ວນຫຼັງຈາກ ທ່ານ ດໍໂນລ ທຣໍາ ວ່າທີ່ປະທານາທິບໍດີໄດ້ຮັບເລືອກຕັ້ງ ຈາກພັກຣີພັບລີກັນ ປະຕິເສດຂໍ້ຕົກລົງຂອງສອງພັກການເມືອງເມື່ອວັນພຸດວານນີ້
ແມ່ນຫຍັງເກີດຂຶ້ນຢູ່ເທິງທ້ອງຟ້າທາງພາກຕາເວັນອອກຂອງສະຫະລັດ? ຫຼາຍອາທິດບໍ່ດົນມານີ້ ມີໂດຣນ ນັບບໍ່ຖ້ວນໄດ້ຖືກແນມເຫັນ - ແລະໝົດທຸກຄົນຈາກພົນລະເມືອງທົ່ວໄປ ຕະຫຼອດເຖິງວ່າທີປະທານາທິບໍດີ ຕ່າງກໍມີຄຳຖາມກ່ຽວກັບເລື້ອງນີ້
ບັນດາຜູ້ປະກອບການທີ່ນິຄົມອຸດສາຫະກຳ ວີເມັຕ (WeMet) ໃນເຂດກວນຫຢຸນ ທາງພາກຕາເວັນອອກຂອງຈີນ ກຳລັງກັງວົນຕໍ່ອະນາຄົດຂອງໂຮງງນຂອງພວກຕົນ ສືບເນື່ອງຈາກຄວາມຂັດແຍ້ງທາງການຄ້າຂອງຈີນກັບສະຫະລັດ
ຄະນະຜູ້ແທນທາງການທູດຂອງ ຈີນ ບໍ່ໄດ້ຕອບສະໜອງຕໍ່ການຂໍສະແດງຄວາມຄິດເຫັນໃນທັນທີ.
ດ້ວຍສຽງສ່ວນຫຼາຍທີ່ເປັນຝ່າຍເດໂມແຄຣັດ, ການປົກປ້ອງຄ່ານິຍົມທີ່ກ້າວຫນ້າຂອງລັດ ຈຶ່ງຄາດວ່າຈະໄດ້ຮັບການສະຫນັບສະຫນູນຢ່າງກວ້າງຂວາງ.
ທ່ານດໍໂນລ ທຣຳ ວ່າທີ່ປະທານາທິບໍດີ ໄດ້ສະເໜີຊື່ທ່ານ ແບຣນດັນ ຄາຣ ໃຫ້ເປັນຜູ້ນຳພາຄະນະກຳມາທິການການສື່ສານຂອງລັດຖະບານກາງ ຫຼື FCC ເຊິ່ງເປັນໜ່ວຍງານທີ່ຄຸ້ມຄອງການສື່ສານໃນສະຫະລັດ
ວ່າທີ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ໄມໂກລ ວອລທ໌ສ ສະມາຊິກສະພາພັກຣີພັບບລີກັນ ຈາກລັດຟລໍຣິດາ ກ່າວວ່າ ຕ້ອງການສືບສວນໃຫ້ເຖິງຕົ້ນຕໍປະກົດການທີ່ໂດຣນຈຳນວນຫຼາຍເຫີນຢູ່ເທິງທ້ອງຟ້າຝັ່ງທະເລຕາເວັນອອກຂອງສະຫະລັດ
ການປ່ຽນແປງຂອງສະພາບດິນຟ້າອາກາດສົ່ງຜົນໃຫ້ເກີດພາວະໂລກຮ້ອນແລະແຫ້ງແລ້ງຫຼາຍຂຶ້ນ ແລະເມື່ອເກີດເຫດໄຟປ່າ ຄວາມເສຍຫາຍຈຶ່ງລຸກລາມໄວຂຶ້ນກວ່າເກົ່າ ດ້ວຍເຫດນີ້ ທີມນັກສຶກສາລຸ້ນໃໝ່ຈຶ່ງທົດລອງພັດທະນາອຸປະກອນທີ່ໄວຕໍ່ຄວາມຮ້ອນເຊິ່ງຈະສາມາດໃຊ້ກວດຈັບໄຟປ່າໄດ້ຢ່າງວ່ອງໄວ
ເສດຖະກິດເປັນນຶ່ງໃນບັນຫາທີ່ໃຫຍ່ທີ່ສຸດສໍາລັບຜູ້ລົງຄະແນນສຽງໃນການເລືອກຕັ້ງປະທານາທິບໍດີສະຫະລັດປີນີ້. ໃນຂະນະທີ່ພວກເຂົາລໍຄອຍການກັບມາສູ່ອໍານາດຂອງທ່ານ ດໍໂນລ ທຣໍາ
ສະມາຊິກສະພາຫຼາຍຄົນ ສະຫນັບສະຫນູນເປົ້າຫມາຍທີ່ກຳນົດໄວ້ຂອງ ໂດຈ (DOGE) ໃນການຕັດລາຍຈ່າຍຂອງລັດຖະບານ.
ໂຫລດຕື່ມອີກ
No live streaming currently available