ວ່າທີ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ໄມໂກລ ວອລທ໌ສ ສະມາຊິກສະພາພັກຣີພັບບລີກັນ ຈາກລັດຟລໍຣິດາ ກ່າວວ່າ ຕ້ອງການສືບສວນໃຫ້ເຖິງຕົ້ນຕໍປະກົດການທີ່ໂດຣນຈຳນວນຫຼາຍເຫີນຢູ່ເທິງທ້ອງຟ້າຝັ່ງທະເລຕາເວັນອອກຂອງສະຫະລັດ
ການປ່ຽນແປງຂອງສະພາບດິນຟ້າອາກາດສົ່ງຜົນໃຫ້ເກີດພາວະໂລກຮ້ອນແລະແຫ້ງແລ້ງຫຼາຍຂຶ້ນ ແລະເມື່ອເກີດເຫດໄຟປ່າ ຄວາມເສຍຫາຍຈຶ່ງລຸກລາມໄວຂຶ້ນກວ່າເກົ່າ ດ້ວຍເຫດນີ້ ທີມນັກສຶກສາລຸ້ນໃໝ່ຈຶ່ງທົດລອງພັດທະນາອຸປະກອນທີ່ໄວຕໍ່ຄວາມຮ້ອນເຊິ່ງຈະສາມາດໃຊ້ກວດຈັບໄຟປ່າໄດ້ຢ່າງວ່ອງໄວ
ເສດຖະກິດເປັນນຶ່ງໃນບັນຫາທີ່ໃຫຍ່ທີ່ສຸດສໍາລັບຜູ້ລົງຄະແນນສຽງໃນການເລືອກຕັ້ງປະທານາທິບໍດີສະຫະລັດປີນີ້. ໃນຂະນະທີ່ພວກເຂົາລໍຄອຍການກັບມາສູ່ອໍານາດຂອງທ່ານ ດໍໂນລ ທຣໍາ
ສະມາຊິກສະພາຫຼາຍຄົນ ສະຫນັບສະຫນູນເປົ້າຫມາຍທີ່ກຳນົດໄວ້ຂອງ ໂດຈ (DOGE) ໃນການຕັດລາຍຈ່າຍຂອງລັດຖະບານ.
ຜົນງານຫລ້າສຸດຈາກຄ້າຍ ມາຣ໌ເວລ ວ່າດ້ວຍຮູບເງົາປະເພດຊຸບເປີຮີໂຣ້ພັນດິບ “ເຄຣເວັ້ນ ເດິະ ຮັນເຕີ້” (Kraven the Hunter) ລົ້ມບໍ່ເປັນທ່າໃນການເປີດ ສາຍໃນອາທິດທຳອິດ ຂະນະທີ່ເຈົ້າຂອງຕຳແໜ່ງຮູບເງົາທີ່ສ້າງລາຍໄດ້ສູງສຸດ ປະຈຳສັບປະດາ ຍັງຍຶດຕຳແໜ່ງອັນດັບນຶ່ງໄວ້ເປັນອາທິດທີ 3 ຕາມລາຍງານ
ການໃຊ້ຄວາມຮຸນແຮງຕໍ່ຄົນເຊື້ອສາຍເອເຊຍທີ່ມີແຮງຈູງໃຈຈາກຄວາມຄຽດຊັງດ້ານເຊື້ອຊາດຜິວພັນ ຍັງເປັນຄວາມທ້າທາຍທີ່ເກີດຂຶ້ນໃນ ສະຫະລັດ ແລະ ສົ່ງຜົນຕໍ່ຊຸມຊົນຊາວໄທ ຢູ່ທີ່ນັ້ນ. ທີ່ຜ່ານມາມີຄວາມພະຍາຍາມຢ່າງຕໍ່ເນື່ອງ ຂອງອົງການຕ່າງໆໃນຊຸມຊົນໄທ ເພື່ອຫາແນວທາງປ້ອງກັນ, ແກ້ໄຂ ແລະ ຊ່ອຍເຫຼືອຜູ້ປະສົບເຫດການດັ່ງກ່າວ
ການໂຈມຕີຂອງຈີນຕໍ່ຖານທັບອາກາດອາດເຮັດໃຫ້ເຮືອບິນຂອງກອງທັບສະຫະລັດ ໃນພາກພື້ນ ອິນໂດ-ປາຊີຟິກ ບໍ່ສາມາດປະຕິບັດການໄດ້ໃນກໍລະນີເກີດຄວາມຂັດແຍ້ງ ລາຍງານການສຶກສາສະບັບໃໝ່ລະບຸ ພ້ອມທັງແນະນໍາວ່າ ສະຫະລັດ ຄວນລົງທຶນກັບ ເຮືອບິນບໍ່ໃຊ້ຄົນຂັບລາຄາປະຢັດແລະການສ້ອມແປງທາງແລ່ນເຮືອບິນ ຫຼື ຣັນເວ.
ປະຊາຊົນພາກຕາເວນອອກຂອງສະຫະລັດກຽມຕົວຜະເຊີນກັບປະກົດການທຳມະຊາດຮຸນແຮງສອງແບບຕິດຕໍ່ກັນຊຶ່ງຈະເຮັດໃຫ້ເກີດຝົນຕົກໜັກ ລົມແຮງ ແລະ ອັນຕະລາຍຕ່າງ ໆ ປະກົດການມແມ່ນໍ້າໃນຊັ້ນບັນຍາກາດ ( Atmospheric river ) ແລະ ບອມໄຊໂຄລນ ( bomb cyclone)
ທ່ານນາງ ເລກ, ຜູ້ທີ່ມີຄວາມເຄັ່ງຄັດ ກ່ຽວກັບ ຄົນເຂົ້າເມືອງ, ແມ່ນນັກຂ່າວໂທລະພາບໃນນະຄອນ ຟີນິກສ໌ ເກືອບສາມທົດສະວັດ ຈົນກວ່າລາວໄດ້ລາອອກໃນປີ 2021.
ໃນທຸກມື້ນີ້, ຜູ້ຢູ່ອາໄສຊາວພື້ນເມືອງ ໃນຮູບແບບກຸ່ມ ແມ່ນມີອັດຕາຄວາມທຸກຍາກສູງທີ່ສຸດໃນປະເທດ.
ບໍລິສັດ ກູໂກລ ເປີດເຜີຍຄວາມສຳເລັດຄັ້ງສຳຄັນ ໃນວົງການຄອມພິວເຕີ ດ້ານຊິປ ການຄຳນວນລະດັບຄວນຕ້ຳ (Quantum) ຫຼັງຈາກຊິປ ຄວນຕ້ຳ ລຸ້ນໃໝ່ ທີ່ເອີ້ນວ່າ “ວີລໂລ້” (Willow) ໄດ້ສະແດງພະລັງການປະມວນຜົນຂໍ້ມູນ ທີ່ລະບົບຊຸບເປີຄອມພິວເຕີຕ້ອງໃຊ້ເວລາເຖິງ 10 ເຊັບທີລລຽນປີ (Septillion) ຫຼືເທົ່າກັບ 10 ພັນຕື້ປີ
“The Brutalist” ໄດ້ຮັບສະເໜີຊື່ເຂົ້າຊິງ 7 ສາຂາ ລວມທັງຮູບເງົາປະເພດ ດຣາມ້າຍອດຢ້ຽມ ແລະດາຣານຳຊາຍຍອດຢ້ຽມ ໂດຍຮູບເງົານີ້ມາຈາກຄ້າຍ A24 ເລື່ອງນີ້ກຳລັງຈະອອກສາຍໃນໄວໆ
ໂຫລດຕື່ມອີກ
No live streaming currently available