ການເຄື່ອນໄຫວນັ້ນມີຂຶ້ນຂະນະທີ່ກຸ່ມຮູຕີ ໄດ້ເລີ້ມຕົ້ນການໂຈມຕີສິບກວ່າຄັ້ງຕໍ່ກຳປັ່ນພານິດຢູ່ໃນທະເລແດງ. ກຸ່ມນີ້ ກ່າວວ່າ ການໂຈມຕີກຳປັ່ນຂອງຕົນນັ້ນ ເປັນການຕອບໂຕ້ ຕໍ່ປະຕິບັດການທາງທະຫານຂອງອິສຣາແອລ ຢູ່ໃນກາຊາ ພາຍຫຼັງຈາກການໂຈມຕີຂອງກຸ່ມຮາມາສຕໍ່ອິສຣາແອລ ໃນວັນທີ 7 ຕຸລາ
ທ່ານ ດໍໂນລ ທຣຳ ໃນຕອນກາງຄືນວັນຈັນທີ່ຜ່ານມາ ໄດ້ຮັບໄຊຊະນະໃນກອງປະຊຸມການເລືອກຕັ້ງ ປະທານາທິບໍດີລັດຂອງພັກຣີພັບລີກັນ ໃນລັດໄອໂອວາ
ໜ່ວຍທະຫານຊີລ ໄດ້ຂຶ້ນໄປເທິງເຮືອສຳເພົາທີ່ກຳລັງແລ່ນຢູ່ໃກ້ແຄມຝັ່ງທະເລຂອງໂຊມາເລຍໃນເຂດນ່ານນ້ຳສາກົນຂອງທະເລອາຣາເບຍ ແລ້ວໄດ້ຢຶດເອົາລູກສອນໄຟຂີປະນາວຸດແລະລູກສອນໄຟນຳວິຖີ ທີ່ຜະລິດໂດຍອີຣ່ານ ລວມທັງເຄື່ອງຂັບເຄື່ອນ ເຄື່ອງນຳວິຖີ ແລະຫົວອາວຸດສົງຄາມສຳລັບລູກສອນໄຟຂີປະນາວຸດລັດສະໝີປານກາງຂອງຮູຕີ ແລະລູກສອນໄຟນຳວິຖີຕໍ່ຕ້ານກຳປັ່ນ
ສະຫະລັດໄດ້ສະເຫຼີມສະຫຼອງວັນພັກ ທ່ານມາຕິນ ລູເທີ ຄິງ ຈູເນຍ (Martin Luther King Jr.) ໃນວັນຈັນວານນີ້ ດ້ວຍການສວນສະໜາມພາເຣດ, ພິທີສວດມົນ ແລະກິດຈະກຳອາສາສະໝັກ ເພື່ອເປັນການໃຫ້ກຽດແກ່ຜູ້ທີ່ເປັນສັນ ຍາລັກ ໃຫ້ແກ່ມື້ລາງຜູ້ນຳສິດທິພົນລະເມືອງທີ່ໄດ້ເສຍຊີວິດໄປແລ້ວ
ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຊະນະການປະຊຸມເລືອກຕັ້ງຂອງພັກຢູ່ລັດໄອໂອວາ ໃນຄືນວັນຈັນວານນີ້, ໂດຍນັບເປັນການແຂ່ງຂັ້ນສະເໜີຊື່ແບບລັດຕໍ່ລັດ ຄັ້ງທຳອິດ ທີ່ພັກຣີພັບບລີກັນ ຈະໃຊ້ໃນການເລືອກຜູ້ສະໝັກ ທີ່ຈະປະເຊີນໜ້າກັບປະທານາທິບໍດີ ໂຈ ໄບເດັນ ໃນການເລືອກຕັ້ງທົ່ວໄປເດືອນພະຈິກ
ອະດີດປະທານາທິບໍດີ ດໍໂນລ ທຣຳ ຜູ້ທີ່ໄດ້ໃຊ້ເວລາໂດຍສ່ວນຫຼາຍຂອງອາ ທິດກ່ອນໜ້າການປະຊຸມລົງຄະແນນສຽງພາຍໃນພັກ ຢູ່ນອກລັດດັ່ງກ່າວ ແລະໄດ້ຍົກເລີກການໄປປາກົດຕົວສ່ວນຫຼາຍ ຍ້ອນສະພາບອາກາດນັ້ນ
ປະທານາທິບໍດີ ໂຈ ໄບເດັນ ກຳລັງເດີນທາງໄປຍັງນະຄອນຟີລາແດລເຟຍ ເພື່ອອາສາສະໝັກ ຢູ່ທີ່ອົງການເພື່ອການບັນເທົາຄວາມອຶດຢາກ
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ມີແຜນ ທີ່ຈະພົບປະກັບ ທ່ານຫລິວ ຈ້ຽນເຊົາ ນັກການທູດອະວຸໂສ ແລະ ຜູ້ແຂ່ງຂັນລຳດັບຕົ້ນໆ ທີ່ຈະເປັນລັດຖະມົນຕີການຕ່າງປະເທດ ຄົນຕໍ່ໄປຂອງຈີນ, ຢູທີ່ວໍຊິງຕັນ ໃນວັນສຸກມື້ນີ້
ທ່ານທຣຳ ເກືອບວ່າໄດ້ເລີ້ມການກ່າວໂຈມຕີ ຢ່າງຄຽດແຄ້ນໃນທັນທີ ຕໍ່ຫົວໜ້າໄອຍະການຂອງລັດນິວຢອກ ທ່ານນາງ ເລທິເຊຍ ເຈມສ໌
ການໂຕ້ວາທີໂດຍມີການຖົກຖຽງກັນມີຂຶ້ນຢູ່ຟາມແຫ່ງນຶ່ງໃນລັດໄອໂອວາ ທາງພາກຕາເວັນຕົກຕອນກາງຂອງສະຫະລັດ ຊຶ່ງຈະຈັດການສະເໜີຊື່ບັນດາຜູ້ສະໝັກເປັນປະທານາທິບໍດີ ຄັ້ງທຳອິດຂອງປະເທດ ພາຍໃນບໍ່ເຖິງນຶ່ງອາທິດ
ລະບົບອາກາດອັນດຽວກັນນີ້ ຍັງໄດ້ພາໃຫ້ເກີດຝົນຕົກໜັກ ໝາກເຫັບຕົກ ແລະລົມທໍເນໂດ ພັດເຂົ້າຖະຫຼົ່ມ ຢູ່ໃນເຂດພາກໃຕ້ຂອງປະເທດ
ສະມາຊິກສະພາສູງກ່າວວ່າ ການເຈລະຈາທາງໄກໃນຊ່ວງໄລຍະວັນພັກ ເຮັດໃຫ້ມີຄວາມຄືບໜ້າຈໍານວນນຶ່ງ
ໂຫລດຕື່ມອີກ
No live streaming currently available