ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ຢຸດຕິການໂຄສະນາຫາສຽງເລືອກຕັ້ງຄືນໃໝ່ຂອງທ່ານໃນວັນອາທິດມື້ນີ້ ຫຼັງຈາກບັນດາສະມາຊິກພັກເດໂມແຄຣັດ ໄດ້ສູນເສຍຄວາມເຊື່ອໃນຄວາມສາມາດໃນການຕອບສະໜອງ ແລະຄວາມສາມາດໃນການເອົາຊະນະທ່ານ ທຣຳ ໃນຂະນະດຽວກັນກໍ່ສະໜັບສະໜູນຮອງປະທານາທິບໍດີ ຄາມາລາ ແຮຣີສ ໃຫ້ມາເປັນຜູ້ສະໝັກລົງແຂ່ງຂັນຂອງພັກແທນທ່ານ
ທ່ານ ຊູເມີ ໄດ້ກ່າວຕໍ່ທ່ານ ໄບເດັນ ໃນກອງປະຊຸມຂອງວັນເສົາທີ່ຜ່ານມາວ່າ ມັນຈະເປັນການດີກວ່າສຳລັບປະເທດ ແລະ ພັກເດໂມແຄຣັດ ຖ້າທ່ານສິ້ນສຸດການໂຄສະນາຫາສຽງເລືອກຕັ້ງຄືນ
“ດີ. ຂ້າພະເຈົ້າຮູ້ສຶກດີ,” ທ່ານ ໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວ, ໂດຍໄດ້ຍົກນິ້ວໂປ້ຂຶ້ນໃນຂະນະທີ່ທ່ານກຽມຂຶ້ນເຮືອບິນ Air Force One ໄປລັດ ເດລາແວ.
ທ່ານ ທຣຳ ໄດ້ລອດຈາກຄວາມຕາຍຢ່າງຫວຸດຫວິດໃນວັນເສົາທີ່ຜ່ານມາ.
ບົດແກ້ໄຂລັດຖະທຳມະນູນຂໍ້ທີສອງຂອງ ສະຫະລັດ ໄດ້ຮັບປະກັນສິດທິໃນການພົກພາອາວຸດປືນ.
ຫຼັງຈາກມີການຄາດຄະເນມາຫຼາຍເດືອນ, ທ່ານ ດໍໂນລ ທຣຳ ກໍໄດ້ປະກາດຄູ່ຮ່ວມລົງແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີຂອງທ່ານ. ທ່ານ ເຈ ດີ ແວນສ໌ ໄດ້ເຂົ້າຮ່ວມໃນການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສັງກັດພັກຣີພັບບລີກັນ ດັ່ງກັບນຶ່ງໃນຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີທີ່ໜຸ່ມທີ່ສຸດ ນັບຕັ້ງແຕ່ທ່ານ ຣິເຈີດ ນິກສັນ ໃນປີ 1952
ຜູ້ບັນຊາການກະຊວງພາຍໃນໃຫ້ຄໍາໝັ້ນ ທີ່ຈະດໍາເນີນການສືບສວນສອບສວນແບບອິດສະຫຼະ
ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນຈັນວານນີ້ ໄດ້ເລືອກທ່ານ ເຈ.ດີ. ແວນສ໌ (J.D. Vance) ສະມາຊິກສະພາສູງຈາກລັດ ໂອໄຮໂອ ທາງພາກ ຕາເວັນຕົກກາງຂອງສະຫະລັດ ເປັນຜູ້ລົງສະໝັກແຂ່ງຂັນຮ່ວມກັບທ່ານ ໃນການເລືອກ ຕັ້ງປະທານາທິບໍດີໃນເດືອນພະຈິກ
ການພະຍາຍາມລອບສັງຫານທ່ານ ດໍໂນລ ທຣຳ ໄດ້ຊີ້ໃຫ້ເຫັນຈຸດອ່ອນຫຼາຍຢ່າງຂອງໜ່ວຍຕຳຫຼວດລັບ
ວັງ ເຄຣັມລິນ ກ່າວໃນວັນອາທິດວານນີ້ວ່າ ຕົນບໍ່ເຊື່ອວ່າລັດຖະບານສະຫະລັດຕ້ອງຮັບຜິດຊອບຕໍ່ຄວາມພະຍາຍາມລອບສັງຫານ ຕໍ່ຜູ້ສະໝັກຊິງຕໍາແໜ່ງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນເສົາທີ່ຜ່ານມາ ແຕ່ໄດ້ກ່າວຫາວ່າ ມັນໄດ້ສ້າງບັນຍາກາດທີ່ຍຸແຍ່ໃຫ້ເກີດການໂຈມຕີ
ທ່ານກ່າວຕື່ມວ່າ ຂ້າພະເຈົ້າຂໍຮຽກຮ້ອງບໍ່ໃຫ້ທຸກຄົນເດົາ ກ່ຽວກັບ ແຮງຈູງໃຈຂອງການພະຍາຍາມລອບສັງຫານ ຫຼື ກຸ່ມທີ່ລາວເປັນສະມາຊິກ.”
ໂຫລດຕື່ມອີກ
No live streaming currently available