ທຳນຽບຫ້າແຈ ຍັງບໍ່ໄດ້ບອກວ່າ ຄວນເປັນຈະຫຼວດຂອງບໍລິສັດໃດທີ່ຕົນຈະທໍາ ການເລືອກ, ແຕ່ໄດ້ຢ້ຳວ່າ ມີ 7 ບໍລິສັດໄດ້ທໍາການປະມູນເຂົ້າໃນໂຄງການດັ່ງ ກ່າວ
EU announcing sanctions on Chinese electric vehicles
ໃນການຕອບຕໍ່ຄຳສອບຖາມຂອງວີໂອເອພະແນກພາສາເກົາຫຼີ, ໂຄສົກກະຊວງ ການຕ່າງປະເທດສະຫະລັດ ໄດ້ກ່າວໃນວັນຈັນຜ່ານມານີ້ ວ່າ “ມັນສຳຄັນຍິ່ງ ສຳລັບປະຊາຊົນຂອງເກົາຫຼີເໜືອ ທີ່ຈະເຂົ້າເຖິງຂໍ້ມູນທີ່ເປັນອິດສະຫຼະ ທີ່ບໍ່ໄດ້ ຖືກຄວບຄຸມໂດຍລະບອບການປົກຄອງຂອງ ສປປ ເກົາຫຼີ (DPRK)”
ພື້ນທີ່ທີ່ມີປະຊາກອນຊາວຈີນໜາແໜ້ນທີ່ສຸດຂອງນະຄອນລອສແອນເຈີເລສ ແມ່ນຢູ່ໃນເຂດຊານເມືອງທາງພາກຕາເວັນອອກ ຄື ຮ່ອມພູ ແຊນ ເກບຣີແອລ (San Grabriel Valley)
ການປະທ້ວງກ່ຽວກັບສົງຄາມ ອິສຣາແອລ ແລະກຸ່ມຮາມັສ ໄດ້ພາໃຫ້ເກີດຄວາມຂັດແຍ້ງກັນລະຫວ່າງຕຳຫຼວດ ແລະ ສື່ມວນຊົນ ຢູ່ໃນທົ່ວສະຫະລັດ. ທັງຕຳຫຼວດ ແລະບັນດານັກຂ່າວ ໄປທີ່ການປະທ້ວງ ພ້ອມກັບພາລະໜ້າທີ່ ທີ່ຕ້ອງເຮັດ. ແຕ່ບັນດານັກຂ່າວ ກ່າວວ່າ ຕຳຫຼວດມັກຈະຂັດຂວາງບໍ່ໃຫ້ພວກເຂົາ ເຮັດໜ້າທີ່ຂອງພວກເຂົາ
ເມື່ອທ້າຍເດືອນແລ້ວນີ້ ຈີນໄດ້ປະກາດວ່າ ໜ່ວຍຍາມຝັ່ງຂອງຕົນຈະໄດ້ຮັບອຳນາດໃນການສືບສວນ ແລະຄວບຄຸມໂຕ “ຊາວຕ່າງປະເທດຜູ້ທີ່ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະຜົນປະໂຫຍດຂອງຈີນ” ໄວ້ໄດ້ເຖິງ 60 ວັນ ຢູ່ບໍລິເວນນ່ານນໍ້າທີ່ມີບັນຫາຂັດແຍ້ງກັນນັ້ນ
ເຈົ້າໜ້າທີ່ລັດຖະບານຈີນ ແລະສະຫະລັດ ກ່າວວ່າ ນັກສຶກສາອາເມຣິກັນ 4 ຄົນ ຈາກມະຫາວິທະຍາໄລນ້ອຍໆໃນລັດ ໄອໂອວາ ໄດ້ຮັບບາດເຈັບຈາກເຫດການໂຈມຕີດ້ວຍການແທງໃນສວນສາທາລະນະແຫ່ງນຶ່ງ ຢູ່ແຂວງຈີ້ຫຼິນ (Jilin) ທາງພາກຕາເວັນອອກສຽງເໜືອຂອງ ຈີນ ໃນວັນຈັນວານນີ້, ອີງຕາມອົງການຂ່າວ Reuters.
ປະຊາກອນຂອງເຂດກາຊາ ກໍາລັງຕົກຢູ່ໃນສະພາບຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮີບດ່ວນ ລຸນຫຼັງເກີດບັນຫາຂັດແຍ້ງທີ່ຮ້າຍແຮງແກ່ຍາວມາໄດ້ແປດເດືອນ, ແລະສະຫະລັດ ກໍໄດ້ຫັນໄປໃຊ້ການນຳສົ່ງທາງອາກາດແລະທາງທະເລ, ໃນຂະນະທີ່ ອິສຣາແອລ ໄດ້ຂັດຂວາງການສົ່ງຄວາມຊ່ວຍເຫຼືອໃນທາງບົກ
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນພຸດວານນີ້ ໄດ້ສະແດງ ຄວາມຍິນດີກັບນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣນດຣາ ໂມດີ (Narendra Modi) ສໍາລັບໄຊຊະນະໃນການເລືອກຕັ້ງຂອງທ່ານ, ແລະ ວໍຊິງຕັນ ກ່າວວ່າ ຕົນຫວັງວ່າຈະມີການຮ່ວມມືກັບ ນິວ ເດລີ ຕໍ່ໄປ ເພື່ອຮັບ ປະກັນພາກພື້ນອິນໂດ-ແປຊີຟິກ ທີ່ເສລີ
ກະຊວງການຕ່າງປະເທດສະຫະລັດ ໄດ້ອະນຸມັດການຂາຍອາໄຫຼ່ ແລະ ອາໄຫຼ່ ສຳລັບສ້ອມແປງເຮືອບິນລົບ F-16 ໃຫ້ໄຕ້ຫວັນ ໃນມູນຄ່າປະມານ 80 ລ້ານໂດລາ, ໜ່ວຍງານຮ່ວມມືດ້ານການປ້ອງກັນປະເທດຂອງທຳນຽບຫ້າແຈ ກ່າວໃນວັນພຸດວານນີ້, ອີງຕາມອົງການຂ່າວ Reuters
ລັດຖະມົນຕີກະຊວງພະລັງງານຂອງ ສະຫະລັດ ທ່ານນາງ ເຈັນນີເຟີ້ ແກຣນໂຮມ (Jennifer Granholm) ກ່າວໃນວັນອັງຄານວານນີ້ວ່າ ການເກັບ ພາສີນຳເຂົ້າລົດໄຟຟ້າຂອງຈີນ ເພີ່ມຂຶ້ນເປັນ 4 ເທົ່າ ໃນເດືອນສິງຫາ ຜ່ານມາ ເປັນຫຼາຍກວ່າ 100 ເປີເຊັນ ຕາມທີ່ໄດ້ວາງແຜນໄວ້ນັ້ນ ແມ່ນມີຄວາມສຳຄັນ ຢ່າງຍິ່ງຕໍ່ສະຖານະພາບຂອງຂະແໜງລົດຍົນຂອງ ສະຫະລັດ
ໂຄງການ Starliner ໄດ້ປະສົບກັບຄວາມລົ້ມແຫຼວ ແລະ ການເລື່ອນເວລາທີ່ມີຄວາມເສຍຫາຍລາຄາແພງເປັນເວລາຫຼາຍປີ
ໂຫລດຕື່ມອີກ
No live streaming currently available