ປະຊາກອນຂອງເຂດກາຊາ ກໍາລັງຕົກຢູ່ໃນສະພາບຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮີບດ່ວນ ລຸນຫຼັງເກີດບັນຫາຂັດແຍ້ງທີ່ຮ້າຍແຮງແກ່ຍາວມາໄດ້ແປດເດືອນ, ແລະສະຫະລັດ ກໍໄດ້ຫັນໄປໃຊ້ການນຳສົ່ງທາງອາກາດແລະທາງທະເລ, ໃນຂະນະທີ່ ອິສຣາແອລ ໄດ້ຂັດຂວາງການສົ່ງຄວາມຊ່ວຍເຫຼືອໃນທາງບົກ
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນພຸດວານນີ້ ໄດ້ສະແດງ ຄວາມຍິນດີກັບນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣນດຣາ ໂມດີ (Narendra Modi) ສໍາລັບໄຊຊະນະໃນການເລືອກຕັ້ງຂອງທ່ານ, ແລະ ວໍຊິງຕັນ ກ່າວວ່າ ຕົນຫວັງວ່າຈະມີການຮ່ວມມືກັບ ນິວ ເດລີ ຕໍ່ໄປ ເພື່ອຮັບ ປະກັນພາກພື້ນອິນໂດ-ແປຊີຟິກ ທີ່ເສລີ
ກະຊວງການຕ່າງປະເທດສະຫະລັດ ໄດ້ອະນຸມັດການຂາຍອາໄຫຼ່ ແລະ ອາໄຫຼ່ ສຳລັບສ້ອມແປງເຮືອບິນລົບ F-16 ໃຫ້ໄຕ້ຫວັນ ໃນມູນຄ່າປະມານ 80 ລ້ານໂດລາ, ໜ່ວຍງານຮ່ວມມືດ້ານການປ້ອງກັນປະເທດຂອງທຳນຽບຫ້າແຈ ກ່າວໃນວັນພຸດວານນີ້, ອີງຕາມອົງການຂ່າວ Reuters
ລັດຖະມົນຕີກະຊວງພະລັງງານຂອງ ສະຫະລັດ ທ່ານນາງ ເຈັນນີເຟີ້ ແກຣນໂຮມ (Jennifer Granholm) ກ່າວໃນວັນອັງຄານວານນີ້ວ່າ ການເກັບ ພາສີນຳເຂົ້າລົດໄຟຟ້າຂອງຈີນ ເພີ່ມຂຶ້ນເປັນ 4 ເທົ່າ ໃນເດືອນສິງຫາ ຜ່ານມາ ເປັນຫຼາຍກວ່າ 100 ເປີເຊັນ ຕາມທີ່ໄດ້ວາງແຜນໄວ້ນັ້ນ ແມ່ນມີຄວາມສຳຄັນ ຢ່າງຍິ່ງຕໍ່ສະຖານະພາບຂອງຂະແໜງລົດຍົນຂອງ ສະຫະລັດ
ໂຄງການ Starliner ໄດ້ປະສົບກັບຄວາມລົ້ມແຫຼວ ແລະ ການເລື່ອນເວລາທີ່ມີຄວາມເສຍຫາຍລາຄາແພງເປັນເວລາຫຼາຍປີ
ເປັນໄປໄດ້ຍາກທີ່ ທ່ານ ທຣໍາ ຈະໄດ້ຮັບຄະແນນສຽງຫຼາຍກວ່າ 3% ນັ້ນ, ຕາມການຄາດຄະເນຂອງຜູ້ແທນຈາກລັດເວີມອນທ໌, ທ່ານນາງ ແອນ ເລີເພເທີຍລ໌
ທ້າວ ຢຸນເຮ ຫວັງ ໄດ້ຖືກຈັບກຸມ ໃນວັນທີ 24 ພຶດສະພາ, ລາວຖືກກ່າວຫາວ່າ ເປັນຜູ້ສ້າງ ໂປແກຣມ ບັອທເນັດ 911 S5 ເຊິ່ງເປັນຕົວແທນໃຫ້ບໍລິການດ້ານທີ່ຢູ່ທັງຫຼາຍດັ່ງກ່າວ
ດຣ. ນາຕາຊາ ແບກດາຊາຣຽນ, ຫົວໜ້າຜູ້ບໍລິຫານທາງດ້ານການແພດຂອງລັດ ມິຊິແກນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາບໍ່ເຫັນສັນຍານຂອງການຕິດເຊື້ອຈາກຄົນຕໍ່ຄົນຢ່າງຕໍ່ເນື່ອງ”
ບັນດາເຈົ້າໜ້າທີ່ອາວຸໂສຂອງສະຫະລັດ ແລະ ສາທາລະນະລັດ ປະຊາຊົນ ຈີນ ໄດ້ດຳເນີນການເຈລະຈາທາງການທູດ ໃນນະຄອນຫຼວງ ວໍຊິງຕັນ ໃນວັນ ພະຫັດວານນີ້ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ, ແລະ ປຶກສາຫາລືກ່ຽວກັບຄວາມ ພະຍາຍາມຢ່າງຕໍ່ເນື່ອງ ເພື່ອຮັກສາການຊ່ອງທາງການຕິດຕໍ່ສື່ສານ ລະຫວ່າງ ກອງທັບ ກັບ ກອງທັບ ແລະຍົກລະດັບການຮ່ວມມື
ການໂຄສະນາຫາສຽງຂອງທ່ານ ທຣຳ ໄດ້ກ່າວຫາໃນຖະແຫຼງການສະບັບນຶ່ງວ່າທ່ານບໍ່ສາມາດທີ່ຈະໄດ້ຮັບການດຳເນີນຄະດີທີ່ເປັນທຳໃນນຶ່ງຂອງບັນດາເຂດທີ່ມີເສລີນິຍົມກວ່າຂອງປະເທດ
ຄຳພິພາກສາຂອງຄະນະຕຸລາການ ໃນວັນພະຫັດ ຕອນບາຍມື້ນີ້ ໄດ້ເປັນທີ່ສິ້ນສຸດຂອງການດຳເນີນຄະດີ ເຊິ່ງສຸມໃສ່ຂໍ້ກ່າວອ້າງທີ່ໜ້າລັງກຽດຂອງການປົກປິດເລື້ອງເພດສຳພັນ ແລະທາງດ້ານການເງິນ ແລະເປັນການເປີດທາງທີ່ຈະເຮັດໃຫ້ທ່ານທຣຳ ອາດຖືກຂັງຄຸກໄລຍະນຶ່ງ
“ລັດຕ່າງໆຢູ່ພາກໃຕ້ ແລະພາກກາງຂອງສະຫະລັດ ກຳລັງຈະຖືກກະທົບຢ່າງ ໜັກທີ່ສຸດ” ທ່ານນາງ ພໍລາ ຊຣູສເບີຣີ ນັກຄົ້ນຄວ້າ ກ່ຽວກັບແມງໄມ້ ຢູ່ມະຫາວິທະຍາໄລລັດແມຣີແລນກ່າວ
ໂຫລດຕື່ມອີກ
No live streaming currently available