ທັງ ທ່ານ ທຣໍາ ແລະ ທ່ານ ໄບເດັນ ກ່າວວ່າ ພວກເພິ່ນທັງສອງກໍາລັງດໍາເນີນງານ ເພື່ອຊ່ວຍຮັກສາອາເມຣິກາ ຈາກການຂົ່ມຂູ່ທີ່ມາຈາກປະເທດອື່ນ
ການສຳຫຼວດ, ທີ່ຖືກດຳເນີນຂຶ້ນໂດຍບໍລິສັດຢັ່ງຫາງສຽງ Morning Consult, ພົບວ່າປະຊາຊົນ ອາເມຣິກັນ 44 ເປີເຊັນເຊື່ອວ່າການຟ້ອງຮ້ອງນັ້ນຄວນດຳເນີນໄປໜ້າ
ການໂຈມຕີນັ້ນ ເປັນຄັ້ງຫຼ້າສຸດໂດຍພວກຫົວຮຸນແຮງຮູທີ ທີ່ໜຸນຫຼັງໂດຍອີຣ່ານ ຢູ່ໃນ ຫຼືຢູ່ໃກ້ທະເລແດງ ນອກເໜືອຈາກນັ້ນ ຍັງໄດ້ສົ່ງໂດຣນຫຼາຍລຳ ແລະຍິງລູກສອນໄຟ ທີ່ແນໃສ່ອິສຣາແອລ ນຳດ້ວຍ
ທ່ານໄບເດັນ ໄດ້ຂໍຮ້ອງລັດຖະສະພາ ຊຸດທຶນໃນຍາມສົງຄາມ ມູນຄ່າ 110 ຕື້ໂດລາ ສຳລັບຢູເຄຣນ ແລະອິສຣາແອລ, ພ້ອມດ້ວຍບູລິມະສິດດ້ານຄວາມໝັ້ນຄົງແຫ່ງຊາດອື່ນໆອີກ. ຢູເຄຣນ ຈະໄດ້ຮັບທຶນຫຼາຍກວ່າ 61 ຕື້ໂດລາ
ໄອຍະການສາພິເສດຂອງສະຫະລັດ ທ່ານ ແຈັກ ສມິທ (Jack Smith) ໄດ້ຮ້ອງຂໍໃຫ້ສານສູງສຸດ ໃນວັນຈັນ ພິຈາລະນາໂດຍໄວ ວ່າອະດີດປະທານາທິ ບໍດີ ດໍໂນລ ທຣຳ ໄດ້ຮັບການຄຸ້ມກັນຈາກການຟ້ອງຮ້ອງ ທີ່ກ່າວຫາວ່າທ່ານສົມຮູ້ຮ່ວມຄິດຢ່າງຜິດກົດໝາຍ ເພື່ອຕ່າວປີ້ນຄວາມພ່າຍແພ້ໃນການເລືອກຕັ້ງ ປີ 2020 ຂອງທ່ານ ກັບທ່ານ ໂຈ ໄບເດັນ ຫຼືບໍ່
ບໍລິສັດ ເອັນວີເດຍ ຊຶ່ງໄດ້ລົງທຶນ 250 ລ້ານໂດລາຢູ່ໃນຫວຽດນາມ ມາເຖິງປັດຈຸບັນນີ້ ໄດ້ມີຄູ່ຮ່ວມງານ ກັບຫຼາຍບໍລິສັດເທັກໂນໂລຈີຊັ້ນນຳ ເພື່ອນຳເອົາ AI ລົງເຂົ້າໃນລະບົບຄລາວ, ຍານພາຫະນະ ແລະອຸດສາຫະກຳດ້ານສາທາລະນະສຸກ ອີງຕາມເອກະສານ ທີ່ໄດ້ພິມເຜີຍແຜ່ອອກມາ ໂດຍທຳນຽບຂາວ
ທ່ານນາງ ອາແມນດາ ເບັນເນັດ ໄດ້ກ່າວວ່າຄະນະກຳມະການທີ່ໄດ້ຮັບການອະນຸມັດໃໝ່ດັ່ງກ່າວ “ຈະນຳເອົາພອນສະຫວັນ, ຄວາມຊ່ຽວຊານ ແລະ ຄວາມກະຕືລືລົ້ນຢ່າງຫຼວງຫຼາຍມາສູ່ພາລະກິດຂອງພວກເຮົາ
ນອກເໜືອໄປຈາກຄຳຟ້ອງດັ່ງກ່າວ ກະຊວງການເງິນສະຫະລັດ ໄດ້ປະກາດວ່າ ຕົນໄດ້ວາງມາດຕະການລົງໂທດ ທາງດ້ານການເງິນຕໍ່ ທ້າວເປເຣດຢາຕໂກ ແລະທ້າວຄໍຣີເນັຕສ໌ ສຳລັບບົດບາດຂອງພວກເຂົາໃນກິດຈະກຳປອງຮ້າຍທາງໄຊເບີ
ເຫຼືອເວລາເຮັດວຽກອີກພຽງ 4 ມື້ ກ່ອນວັນພັກຍາວ, ລັດຖະສະພາສະຫະລັດ ຍັງບໍ່ຮັບຜ່ານຄຳຮ້ອງຂໍການຊ່ວຍເຫຼືອຢູເຄຣນ ມູນຄ່າ 60 ຕື້ໂດລາ ຂອງທຳນຽບຂາວ
ທ່ານເຄີຣຕ໌ ແຄມແບລ ຍັງໄດ້ກ່າວວ່າ ມັນສຳຄັນຢ່າງຍິ່ງ ສຳລັບສະຫະລັດ ທີ່ຈະໃຫ້ການສະໜັບສະໜຸນພະນັກ ງານການທູດຂອງຕົນ ທ່າມກາງການແຂ່ງຂັນຢ່າງຂຸ້ນຂ້ຽວຈາກຈີນ
ທ່ານອາເລຮານໂດຣ ມາຢອກກາສ ກຳລັງລົມສາຍທາງໂທລະສັບກັບອົງການຈັດຕັ້ງທາງສາສະໜາຕ່າງໆ ແລະໄດ້ຊຸກຍູ້ໃຫ້ພວກເຂົາເຈົ້າ ຍົກລະດັບການຮັກສາຄວາມປອດໄພຂຶ້ນ.
ການໂຕ້ວາທີ ກ່ຽວກັບ ຄົນເຂົ້າເມືອງໃນຕອນນີ້ ໄດ້ເພັ່ງເລັງໃສ່ຫຼາຍມາດຕະການທີ່ມີຈຸດປະສົງເພື່ອກີດກັນພວກຍົກຍ້າຍຖິ່ນຖານບໍ່ໃຫ້ເຂົ້າມາ
ໂຫລດຕື່ມອີກ
No live streaming currently available