ທະນາຍຄວາມຂອງທ່ານ ດໍໂນລ ທຣຳ ກ່າວຕໍ່ຜູ້ພິພາກສາລັດຖະບານກາງໃນວັນຈັນວານນີ້ວ່າ ການດຳເນີນຄະດີອາຍາຕໍ່ອະດີດປະທານາທິບໍດີໃນຂໍ້ຫາທີ່ວ່າ ທ່ານເກັບມ້ຽນມເອກະສານລັບນັ້ນ ໄດ້ຮັບການສະໜອງທຶນໃຫ້ຢ່າງຜິດກົດໝາຍ, ໃນຂະນະທີ່ພວກເຂົາພະຍາຍາມອີກຄັ້ງ ທີ່ຈະຍົກເອົາຂໍ້ກ່າວຫາດັ່ງກ່າວອອກຈາກສານ
ຈາກເຂດມະຫາສະໝຸດ ແອັດແລນຕິກ ຕອນກາງ ໄປຫາລັດ ເມນ ຈົນເຖິງຂົງ ເຂດທະເລສາບ Great Lakes ແລະຕະຫຼອດເຖິງ ພາກຕາເວັນຕົກ ຫາ ລັດຄາລີຟໍເນຍ ບັນດາເຈົ້າໜ້າທີ່ລັດໄດ້ເຕືອນພົນລະເມືອງກ່ຽວກັບໄພອັນຕະ ລາຍຂອງອາກາດຮ້ອນເອົ້າຢ່າງໜັກໜ່ວງ
ສະຖານທີ່ແຫ່ງດັ່ງກ່າວ ເປັນບ່ອນທີ່ຜູ້ນັບຖືສາສະໜາ 11 ຄົນຖືກຄາດຕະກຳ ໃນປີ 2018, ຊຶ່ງເປັນການກະທຳຂອງການຕໍ່ຕ້ານຊາວຢິວທີ່ຮ້າຍແຮງທີ່ສຸດ ໃນປະຫວັດສາດຂອງສະຫະລັດ
ອົງການ World Weather Attribution ເຊິ່ງເປັນກຸ່ມບັນດານັກວິທະຍາສາດທີ່ວິໄຈຜົນກະທົບຂອງການປ່ຽນແປງດິນຟ້າອາກາດກ່າວວ່າ ອຸນຫະພູມໃນຕອນກາງເວັນທີ່ເຮັດໃຫ້ເປັນວິນຫຼາຍກໍລະນີ ຍ້ອນອາກາດຮ້ອນຢູ່ໃນສະຫະລັດນັ້ນ ເຫັນວ່າ ມີແນວໂນມທີ່ຈະເກີດຫຼາຍຂຶ້ນເຖິງ 35 ເທົ່າ, ແລະອາກາດກໍສູງຂຶ້ນຫຼາຍກວ່າ 2.5 ອົງສາ
ທ່ານ ເທີເນີ ໄດ້ກ່າວວ່າ “ວິກິດການນີ້ແມ່ນວິກິດການລູກສອນໄຟ ຄິວບາ ໃນອະວະກາດ”
ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໄດ້ເປັນເຈົ້າພາບຫົວໜ້າຂອງອົງການ ເນໂຕ້ ໃນວັນຈັນທີ່ຜ່ານມາ, ບໍ່ຮອດນຶ່ງເດືອນກ່ອນທີ່ພັນທະມິດດ້ານຄວາມໝັ້ນ ຄົງທີ່ຂະຫຍາຍອອກໃໝ່ ຈະມາເຕົ້າໂຮມກັນຢູ່ທີ່ນະຄອນຫຼວງ ວໍຊິງຕັນ ສຳລັບກອງປະຊຸມສຸດຍອດປະຈຳປີຂອງເຂົາເຈົ້າ
ຊື່ຂອງວັນພັກ ແມ່ນມາຈາກວັນທີ 19 ມິຖຸນາ ປີ 1865, ໃນເວລາທີ່ ພົນຕີ ກໍຣ໌ດອນ ແກຣັງເຈີ ໄດ້ນຳທັບເຂົ້າໄປໃນເມືອງ ກາລເວສຕັນ, ລັດເທັກຊັສ ແລະແຈ້ງໃຫ້ຂ້າທາດປະມານ 250,000 ຄົນ ວ່າພວກເຂົາໄດ້ຮັບການປົດປ່ອຍ
ທ້າວ ກໍຣ໌ດອນ ແບລັກ ຊັ້ນຈ່າສິບເອກຂອງສະຫະລັດ ອາຍຸ 34 ປີ, ຜູ້ທີ່ໄດ້ຖືກຄຸມຕົວໃນວັນທີ 2 ພຶດສະພາ ຢູ່ເມືອງວລາດີໂວສຕ໊ອກ ທີ່ຕັ້ງຢູ່ທາງພາກຕາເວັນອອກສຸດຂອງຣັດເຊຍ ໄດ້ກ່າວວ່າ ລາວບໍ່ມີຄວາມຜິດຕໍ່ຂໍ້ກ່າວຫາຂົ່ມຂູ່ຈະຂ້າແຟນສາວຂອງລາວ, ແຕ່ຍອມຮັບຜິດ “ບາງສ່ວນ” ຂອງຂໍ້ຫາລັກຂະໂມຍຈາກແຟນຂອງລາວ
ບັນດານັກພະຍາກອນອາກາດ ກ່າວວ່າ ຫິມະປຽກທີ່ຕົກລົງມາໃນທ້າຍລະດູ ຢູ່ໃນເຂດພູຫີນ ຫຼື Rocky Mountain ແລະພາຍຸຟ້າຮ້ອງຫຼາຍຫົວ ໄດ້ກໍ່ຕົວຂຶ້ນຈາກເຂດທົ່ງພຽງທາງພາກເໜືອໄປເຖິງເຂດຕອນກາງຫາຕາເວັນ ຕົກຕອນເທິງຂອງສະຫະລັດ
ກ່ອນໜ້ານີ້ ມີການລະບາດຂອງໄຂ້ຫວັດນົກໃນສະຫະລັດ, ແຕ່ການລະບາດໃນປັດຈຸບັນນີ້ ໄດ້ເລີ້ມຂຶ້ນເມື່ອເດືອນ ກຸມພາ ປີ 2022, ແລະໄດ້ກົດດັນໃຫ້ມີການຂ້າໄກ່ ແລະຂ້າໄກ່ງວງ ເກືອບ 100 ລ້ານໂຕ
ທຳນຽບຫ້າແຈ ຍັງບໍ່ໄດ້ບອກວ່າ ຄວນເປັນຈະຫຼວດຂອງບໍລິສັດໃດທີ່ຕົນຈະທໍາ ການເລືອກ, ແຕ່ໄດ້ຢ້ຳວ່າ ມີ 7 ບໍລິສັດໄດ້ທໍາການປະມູນເຂົ້າໃນໂຄງການດັ່ງ ກ່າວ
EU announcing sanctions on Chinese electric vehicles
ໂຫລດຕື່ມອີກ
No live streaming currently available