ຄຳໂຕ້ແຍ້ງຂັ້ນສຸດທ້າຍ ໃນຄະດີອາຍາທີ່ບໍ່ເຄີຍມີມາກ່ອນ ຕໍ່ປະທານາທິບໍດີຂອງສະຫະລັດ ອາດຈະໃຊ້ເວລາຫຼາຍຊົ່ວໂມງ ແລະພາຍຫຼັງຈາກການໃຫ້ປາກຄຳຂອງບັນດາພະຍານ ທີ່ໃຊ້ເວລາຫ້າອາທິດທີ່ຜ່ານມາແລ້ວນັ້ນ
ພາຍຸຫຼາຍຫົວເຫລົ່ານີ້ ໄດ້ພັດເຮັດໃຫ້ບ້ານເຮືອນຫຼາຍຫຼັງພັງພິນາດ ແລະໄດ້ທຳລາຍສະຖານທີ່ຈອດພັກຂອງລົດບັນທຸກແຫ່ງນຶ່ງ ທີ່ພວກຄົນຂັບລົດພາກັນໄປຫລົບໄພ ໃນລະຫວ່າງສະພາບອາກາດທີ່ຮ້າຍແຮງຄັ້ງຫຼ້າສຸດທີ່ໄດ້ກະທົບຕໍ່ພາກກາງຂອງສະຫະລັດ
ກົມຮັກສາຄວາມໝັ້ນຄົງດ້ານການຂົນສົ່ງ ຫຼື TSA ໄດ້ກ່າວໃນວັນເສົາຜ່ານມາ ນີ້ວ່າ ບັນດາຜູ້ເດີນທາງຫຼາຍກວ່າ 2 ລ້ານ 9 ແສນຄົນ ໄດ້ຖືກກວດຢູ່ທີ່ສະ ໜາມບິນແຫ່ງຕ່າງໆໃນວັນສຸກທີ່ຜ່ານມາ, ກາຍສະຖິຕິກ່ອນໜ້ານີ້ ທີ່ໄດ້ຖືກບັນທຶກໄວ້ເມື່ອປີທີ່ຜ່ານມາ ໃນວັນອາທິດຫຼັງຈາກວັນຂອບຄຸນພະເຈົ້າ ຫຼື Thanksgiving
ໃນເດືອນແລ້ວນີ້ ລັດຖະບານ ທ່ານ ໄບເດັນ ໄດ້ປະກາດທຶນໂດຍກົງຈໍານວນ 6.4 ຕື້ໂດລາ ເພື່ອສະຫນັບສະຫນູນກຸ່ມບໍລິສັດ semiconductor ໃຫມ່ຂອງ Samsung ທີ່ຕັ້ງຢູ່ໃນພາກກາງຂອງລັດເທັກຊັສ
ການເຄື່ອນໄຫວດັ່ງກ່າວ ເປັນສັນຍານຂອງການຫັນປ່ຽນດ້ານຍຸດທະສາດອັນສຳຄັນທີ່ສຸດ ໃນການຮ່ວມມືດ້ານຄວາມໝັ້ນຄົງຂອງ ສະຫະລັດ ທີ່ໃຫ້ສິດແກ່ປະເທດໃນເຂດອາຟຣິກາຕາເວັນອອກ, ໃນຂະນະທີ່ກອງກຳລັງຂອງສະຫະລັດ ກຽມພ້ອມຖອນຕົວອອກຈາກປະເທດໄນເຈີ ໂດຍເຮັດໃຫ້ເກີດຊ່ອງຫວ່າງທີ່ກອງກຳລັງຂອງຣັດເຊຍ ເລີ້ມເຂົ້າໄປແທນທີ່
ທ້າວ ສຕີບເວັນ ເຄຣມເມີ ອາຍຸ 54 ປະເຊີນກັບຂໍ້ຫາທາງອາຍາ 13 ກະທົງວ່າດ້ວຍ ການສະກັດກັ້ນຜູ້ລົງຄະແນນສຽງ ແລະ ການປອມຕົວເປັນຜູ້ສະໝັກ ຫຼັງຈາກທີ່ພົນລະເມືອງຂອງລັດນິວແຮມເຊີຣ ຫຼາຍພັນຄົນ ໄດ້ຮັບ ຂໍ້ຄວາມຈາກ ໂຣໂບຄອລ (robocall) ທີ່ຂໍໃຫ້ພວກເຂົາເຈົ້າ ບໍ່ໄປລົງຄະແນນສຽງ ຈົນກວ່າຈະຮອດເດືອນພະຈິກ
ທຸກລະດູບານໃໝ່ ກຸ່ມນັກເຕັ້ນກຸ່ມນຶ່ງ ທີ່ນຸ່ງຊຸດມີສີສັນໄດ້ນັດກັນອອກມາເຕັ້ນຢູ່ຕາມສະຖານທີ່ສາທາລະນະ ໃນນະຄອນແຊນດີເອໂກ
ເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ ພະນັກງານຄົນດັ່ງກ່າວມີອາການເຈັບຕາເລັກນ້ອຍ ແລະເຊົາເປັນປົກກະຕິແລ້ວ ໂດຍກ່າວຕື່ມວ່າ ພະນັກງານຊາຍຄົນນີ້ ໄດ້ເຮັດວຽກໃກ້ຊິດກັບງົວຢູ່ໃນຟາມທີ່ມີສັດລ້ຽງຕິດເຊື້ອ
ພະແນກສຶກສາໄດ້ປະກາດຍົກເລີກຮອບຫລ້າສຸດໃນວັນພຸດວານນີ້ ໂດຍກ່າວວ່າ ຕົນຈະລຶບລ້າງເງິນກູ້ຢືມຂອງລັດຖະບານກາງສໍາລັບນັກສຶກສາ ຈໍານວນ 7.7 ຕື້ໂດລາ
ພົນເຮືອໂທ ແບຣດ ຄູເປີ ໄດ້ກ່າວວ່າ ສະຫະລັດ ຫວັງວ່າຈະນຳສົ່ງການ ຊ່ວຍເຫຼືອໄປປະມານ 500 ໂຕນ ໃນແຕ່ລະວັນໂດຍຜ່ານທ່າເຮືອດັ່ງກ່າວ ຫຼື ລົດບັນທຸກປະມານ 90 ຄັນຕໍ່ມື້ ອີງຕາມອົງການຂ່າວ CNN
ກົດໝາຍທີ່ຄ້າຍຄືກັນໃນລັດ ເທັກຊັສ ແລະ ໄອໂອວາ ແມ່ນໄດ້ປະເຊີນກັບສິ່ງທ້າຍດ້ານກົດໝາຍແລ້ວ
ທ່ານນາງ ເຢລເລັນ ກ່າວວ່າ 'ສະຫະລັດ ແລະ ຢູໂຣບ ຈໍາເປັນຕ້ອງເອົາໃຂໃສ່ຕໍ່ການຜະລິດກ່ຽວກັບພະລັງງານສະອາດທີ່ຫຼາຍເກີນໄປ'
ໂຫລດຕື່ມອີກ
No live streaming currently available