ທ້າວ ສຕີບເວັນ ເຄຣມເມີ ອາຍຸ 54 ປະເຊີນກັບຂໍ້ຫາທາງອາຍາ 13 ກະທົງວ່າດ້ວຍ ການສະກັດກັ້ນຜູ້ລົງຄະແນນສຽງ ແລະ ການປອມຕົວເປັນຜູ້ສະໝັກ ຫຼັງຈາກທີ່ພົນລະເມືອງຂອງລັດນິວແຮມເຊີຣ ຫຼາຍພັນຄົນ ໄດ້ຮັບ ຂໍ້ຄວາມຈາກ ໂຣໂບຄອລ (robocall) ທີ່ຂໍໃຫ້ພວກເຂົາເຈົ້າ ບໍ່ໄປລົງຄະແນນສຽງ ຈົນກວ່າຈະຮອດເດືອນພະຈິກ
ທຸກລະດູບານໃໝ່ ກຸ່ມນັກເຕັ້ນກຸ່ມນຶ່ງ ທີ່ນຸ່ງຊຸດມີສີສັນໄດ້ນັດກັນອອກມາເຕັ້ນຢູ່ຕາມສະຖານທີ່ສາທາລະນະ ໃນນະຄອນແຊນດີເອໂກ
ເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ ພະນັກງານຄົນດັ່ງກ່າວມີອາການເຈັບຕາເລັກນ້ອຍ ແລະເຊົາເປັນປົກກະຕິແລ້ວ ໂດຍກ່າວຕື່ມວ່າ ພະນັກງານຊາຍຄົນນີ້ ໄດ້ເຮັດວຽກໃກ້ຊິດກັບງົວຢູ່ໃນຟາມທີ່ມີສັດລ້ຽງຕິດເຊື້ອ
ພະແນກສຶກສາໄດ້ປະກາດຍົກເລີກຮອບຫລ້າສຸດໃນວັນພຸດວານນີ້ ໂດຍກ່າວວ່າ ຕົນຈະລຶບລ້າງເງິນກູ້ຢືມຂອງລັດຖະບານກາງສໍາລັບນັກສຶກສາ ຈໍານວນ 7.7 ຕື້ໂດລາ
ພົນເຮືອໂທ ແບຣດ ຄູເປີ ໄດ້ກ່າວວ່າ ສະຫະລັດ ຫວັງວ່າຈະນຳສົ່ງການ ຊ່ວຍເຫຼືອໄປປະມານ 500 ໂຕນ ໃນແຕ່ລະວັນໂດຍຜ່ານທ່າເຮືອດັ່ງກ່າວ ຫຼື ລົດບັນທຸກປະມານ 90 ຄັນຕໍ່ມື້ ອີງຕາມອົງການຂ່າວ CNN
ກົດໝາຍທີ່ຄ້າຍຄືກັນໃນລັດ ເທັກຊັສ ແລະ ໄອໂອວາ ແມ່ນໄດ້ປະເຊີນກັບສິ່ງທ້າຍດ້ານກົດໝາຍແລ້ວ
ທ່ານນາງ ເຢລເລັນ ກ່າວວ່າ 'ສະຫະລັດ ແລະ ຢູໂຣບ ຈໍາເປັນຕ້ອງເອົາໃຂໃສ່ຕໍ່ການຜະລິດກ່ຽວກັບພະລັງງານສະອາດທີ່ຫຼາຍເກີນໄປ'
ບໍລິສັດ Gotion Inc. ໄດ້ຈັດຕັ້ງຂໍ້ຕົກລົງການພັດທະນາກັບຄະນະກຳມະການຂອງເມືອງ Green Charter Township. ຜູ້ພິພາກສາສານເມືອງຂອງສະຫະລັດ ທ່ານນາງ ເຈນ ເບັກເກີຣິງ, ໃນຄຳສັ່ງຫ້າມເບື້ອງຕົ້ນຂອງມື້ວັນສຸກທີ່ຜ່ານມາ ທີ່ໄດ້ຕັດສິນວ່າ ຂໍ້ຕົກລົງຂອງເມືອງກັບບໍລິສັດ Gotion ຍັງຄົງໃຊ້ໄດ້ຢູ່
ປະມານ 5000 ຄົນຜູ້ທີ່ມີເຊື້ອ HIV ເກີດລູກໃນ ສະຫະລັດ ໃນແຕ່ລະປີ.
ບັນດາເຈົ້າໜ້າທີ່ກ່າວ ໂດຍຄາດວ່າ ໄຟຟ້າຈະໄດ້ຮັບການຟື້ນຟູໃຫ້ແກ່ເຮືອນຊານຫຼາຍຮ້ອຍພັນຫຼັງທີ່ສ່ວນໃຫຍ່ຍັງຢູ່ໃນຄວາມມືດ ແລະປາສະຈາກແອເຢັນທ່າມກາງສະພາບອາກາດທີ່ຮ້ອນ ແລະອົບເອົ້າ ພາຍໃນຕອນແລງຂອງວັນອາທິດວານນີ້
ມະຫາວິທະຍາໄລ ແດຣກໂຊລ ໄດ້ກ່າວໃນຖະແຫລງການເມື່ອວັນເສົາຜ່ານ ມານີ້ວ່າ ພວກປະທ້ວງປະມານ 75 ຄົນ ໄດ້ເລີມຕັ້ງຄ້າຍຊົ່ວຄາວ ທີ່ບັນດາ ເຈົ້າໜ້າທີ່ໄດ້ “ຕິດຕາມເບິ່ງຢ່າງໃກ້ຊິດ”
ບັນດາເຈົ້າໜ້າທີ່ ຮຽກຮ້ອງໃຫ້ພົນລະເມືອງທັງຫຼາຍ ຈົ່ງຢ່າອອກໄປຖະໜົນຫົນທາງ ໃນຂະນະທີ່ເສັ້ນທາງຫຼາຍສາຍແລ່ນຜ່ານບໍ່ໄດ້ ແລະຄາດວ່າ ຈະບໍ່ມີໄຟສັນຍານຈາລະຈອນຫຼາຍແຫ່ງຕະຫຼອດຄືນ
ໂຫລດຕື່ມອີກ
No live streaming currently available