ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ບໍ່ມີສິ່ງທີ່ຊີ້ບອກເຖິງຄວາມເຊື່ອມໂຍງກັບການກໍ່ການຮ້າຍ ຈາກອຸບັດຕິເຫດທາງລົດ ໃນວັນພຸດວານນີ້ ທີ່ດ່ານກວດກາຢູ່ນ້ຳຕົກ ຕາດ ໄນແອກາຣາ (Niagara), ລັດນິວຢອກ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ໃນລົດ ແລະໄດ້ເຮັດໃຫ້ເຈົ້າໜ້າທີ່ ຕ້ອງປິດດ່ານກວດກາຫຼາຍແຫ່ງ ທ່າມ ກາງຄຳຖາມກ່ຽວກັບສິ່ງທີ່ເກີດຂຶ້ນ
ການໂຈມຕີທາງອາກາດຂອງສະຫະລັດ ໄດ້ແນເປົ້າໝາຍໃສ່ສູນປະຕິບັດການ ແລະສູນບັນຊາການແລະເຄື່ອງຄວບຄຸມ ທີ່ຖືກນຳໃຊ້ໂດຍພວກກຸ່ມຫົວຮຸນແຮງໜຸນຫຼັງໂດຍອີຣ່ານ ກາທຽບ ເຮສໂບລາ (Kataib Hezbollah) ຢູ່ໃກ້ໆເຂດ ອາລ ອານບາຣ ແລະ ຈູຣຟ໌ ອາລ-ຊາກຣ໌ ອີງຕາມເຈົ້າໜ້າທີ່ດ້ານການປ້ອງກັນປະເທດ ທີ່ໄດ້ກ່າວຕໍ່ວີໂອເອ
ເມື່ອຮອດເວລານັ້ນຂອງປີອີກຄັ້ງນຶ່ງ ໃນສະຫະລັດ ເຊິ່ງກໍຄືວັນຂອບຄຸນພະເຈົ້າ ຫຼື Thanksgiving. ແລະມີງານທີ່ແນ່ນອນບາງຢ່າງ ເຊິ່ງເກີດຂຶ້ນທຸກໆປີ ຢູ່ທີ່ທຳນຽບຂາວ ລະຫວ່າງປະທານາທິບໍດີ ແລະໄກ່ງວງທີ່ມີຊີວິດຊີວານຶ່ງຫຼືສອງໂຕ. ນັກຂ່າວອາວຸໂສຂອງວີໂອເອ ຢູ່ຫ້ອງການວໍຊິງຕັນ ແຄໂຣລິນ ເປຣສຸຕຕີ
“ການມາຂອງທ່ານ ເປັນສັນຍານທີ່ສຳຄັນຫຼາຍສຳລັບຢູເຄຣນ” ທ່ານເຊເລນສກີ ກ່າວ. ແລະກ່າວຕໍ່ໄປວ່າ “ພວກເຮົາຂອບໃຈຫຼາຍປະຊາຊົນອາເມຣິກັນ. ພວກເຂົາເຈົ້າແມ່ນຢູ່ກັບພວກເຮົາ ຜ່ານຜ່າຄວາມຫຍຸ້ງຍາກທັງຫຼາຍເຫຼົ່ານີ້, ຄວາມລຳບາກຫຼາຍເດືອນ ແລະຫຼາຍປີຜ່ານມານີ້”
ຫ້ອງການຄວາມປອດໄພດ້ານການສັນຈອນຄາດວ່າຈະກວດກາຜູ້ໂດຍສາຍ 2 ລ້ານ 6 ແສນຄົນ ໃນວັນອັງຄານ ແລະ 2 ລ້ານ 7 ແສນຄົນໃນວັນພຸດ
ພິທີໃຫ້ອະໄພຍາໂທດໄກ່ງວງ ເປັນຂີດໝາຍຂອງການເລີ່ມຕົ້ນລະດູວັນພັກໃນນະຄອນຫຼວງ ວໍຊິງຕັນ
ຊີວິດຂອງອະດີດສະຕີໝາຍເລກນຶ່ງ ໃນຍຸກຫຼັງທຳນຽບຂາວ ແມ່ນເນັ້ນໜັກໃສ່ບັນຫາສຸຂະພາບຈິດ ແລະພະຍາດເຂດຮ້ອນ ທີ່ບໍ່ຄ່ອຍໄດ້ຮັບຄວາມສົນໃຈ ແລະຊຸກຍູ້ປະຊາທິປະໄຕ
ປະທານາທິບໍດີ ໂຈ ໄບເດັນ ກໍາລັງໃຊ້ເວລາສ່ວນນຶ່ງຂອງວັນເກີດຄົບຮອບ 81 ປີຂອງທ່ານ ໃນການສະຫຼອງບຸນປະເພນີ ໂດຍການໃຫ້ອະໄພໂທດໄກ່ງວງ ໃນເທດສະການວັນຂອບຄຸນພະເຈົ້າ (Thanksgiving) ຂອງທໍານຽບຂາວ
ອະດີດສະຕີໝາຍເລກນຶ່ງ ໄດ້ຮັບຮູ້ໃນການໃຫ້ສຳພາດກັບວີໂອເອເມື່ອປີ 2014 ວ່າ ເຄັດລັບຕໍ່ການແຕ່ງງານທີ່ຍືນຍາວນານກັບທ່ານຈິມມີ ຄາຣເຕີ ນັ້ນ ກໍແມ່ນວ່າ “ໃຫ້ພື້ນທີ່” ແລະ “ຄວາມນັບຖື”
ສ່ວນບັນດານັກວິເຄາະ ກ່າວວ່າ ຜົນສຳເລັດຂອງກອງປະຊຸມສຸດຍອດ ຂອງບັນດາເສດຖະກິດ ເອເຊຍ-ປາຊີຟິກ ທີ່ກຳລັງເກີດຂຶ້ນພ້ອມກັນຢູ່ໃນນະຄອນແຊນ ແຟຣນຊິສໂກ - ກໍຂຶ້ນຢູ່ກັບສອງປະເທດທີ່ມີເສດຖະກິດໃຫຍທີ່ສຸດຂອງໂລກ ຈະຢູ່ຮວມກັນຢ່າງສັນຕິ
ການຕັດສິນໃຈດັ່ງກ່າວ ມີຂຶ້ນຂະນະທີ່ ລັດຖະບານຂອງປະທານາທິບໍດີສະຫະລັດ ໂຈ ໄບເດັນ ກຳລັງເຈລະຈາກັບຈີນ ເພື່ອຟື້ນຟູການຮ່ວມມືສອງຝ່າຍຄືນໃໝ່ ແລະຈັດຕັ້ງກຸ່ມປະຕິບັດງານ ທີ່ແນໃສ່ຢຸດຢັ້ງການຫລັ່ງໄຫລຂອງຢາສັງເຄາະ ແລະສານເຄມີຕັ້ງຕົ້ນທັງຫຼາຍເຂົ້າມາໃນສະຫະລັດ
ທຸກໆປີໃນວັນພະຫັດຂອງອາທິດທີສີ່ໃນເດືອນພະຈິກ, ປະຊາຊົນອາເມຣິກັນຈະສະເຫຼີມສະຫຼອງວັນຂອບຄຸນພະເຈົ້າ ຫຼື Thanksgiving
ໂຫລດຕື່ມອີກ
No live streaming currently available