ການປະນີປະນອມກັນ ຈະອຳນວຍໃຫ້ພັກເດໂມແຄຣັດ ກ່າວວ່າ ພວກເຂົາເຈົ້າຮັກສາໂຄງການພາຍໃນປະເທດສ່ວນຫຼາຍຈາກການຖືກຕັດຢ່າງໃຫຍ່ ແລະພັກຣີພັບບລີກັນ ກ່າວວ່າ ພວກເຂົາເຈົ້າໄດ້ຫລຸດຜ່ອນການໃຊ້ຈ່າຍຂອງລັດຖະບານກາງ ອີງຕາມໜັງສືພີມນິວຢອກໄທມ໌
ສະຫະລັດ ໃນວັນພະຫັດວານນີ້ ໄດ້ວາງມາດຕະການລົງໂທດ ຕໍ່ຫົວໜ້າກຸ່ມທະຫານຮັບຈ້າງແວັກເນີ ໃນມາລີ, ໂດຍກ່າວຫາພວກເຂົາວ່າ ປິດບັງຄວາມພະຍາຍາມ ໃນການຈັດຫາອຸປະກອນທາງທະຫານ ເພື່ອໃຊ້ຢູ່ໃນຢູເຄຣນ, ແລະດຳເນີນການຜ່ານມາລີ ແລະປະເທດອື່ນໆ
ທ່ານນາງເທີນເນີ ໄດ້ເລີ້ມຕົ້ນອາຊີຂອງເພິ່ນໃນຊຸມປີ 1950 ລະຫວ່າງຕອນຕົ້ນປີຂອງເພງຣັອກແອນໂຣລ ແລະໄດ້ວິວັດທະນາການເຂົ້າໄປໃນປາກົດການຂອງອັນທີ່ເອີ້ນວ່າ MTV
ສະຫະລັດ ໄດ້ຍິງບາລລູນ ຈີນ ໜ່ວຍນຶ່ງຕົກ ແລະ ວັດຖຸຈາກລະດັບສູງທີ່ມີຄວາມສົງໄສອື່ນໆອີກຫຼາຍອັນ, ດ້ວຍການໃຊ້ອາວຸດທີ່ທັນສະໄໝ
ລັດຖະບານ ອາດຈະໝົດເງິນກ່ອນການຊໍາລະໜີ້ຂອງຕົນ ເຊິ່ງຈະເລີ້ມຕົ້ນຂຶ້ນໃນວັນທີ 1 ມິຖຸນາ ນີ້
ກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ (DHS) ໄດ້ອອກຄຳເຕືອນໃໝ່ ຢູ່ໃນລະບົບເຕືອນກ່ຽວກັບການກໍ່ການຮ້າຍແຫ່ງຊາດໃນວັນພຸດວານນີ້ ໂດຍກ່າວວ່າ ຄວາມໂກດແຄ້ນ ທີ່ປະສົມປະ ສານ ບັນດາແນວຄິດ ແລະໂອກາດຕ່າງໆ “ຍັງເປັນໄພຂົ່ມຂູ່ຢ່າງສະໝໍ່າສະເໝີ ແລະຢ່າງຮ້າຍແຮງຕໍ່ປະເທດຊາດ
ບໍລິສັດ Microsoft ໄດ້ເນັ້ນໜັກໃສ່ ເກາະກວມ ຊຶ່ງເປັນດິນແດນຂອງສະຫະ ລັດຢູ່ໃນມະຫາສະໝຸດປາຊີຟິກ ໂດຍມີຖານທັບທີ່ສຳຄັນໆ ຊຶ່ງເປັນນຶ່ງໃນເປົ້າໝາຍຂອງການໂຈມຕີ ແຕ່ໄດ້ກ່າວວ່າ ມີກິດຈະກຳທີ່ “ປອງຮ້າຍ” ຍັງໄດ້ຖືກກວດພົບຢູ່ແຫ່ງອື່ນ ໃນສະຫະລັດນຳດ້ວຍ
ທຳນຽບຫ້າແຈບໍ່ສາມາດທີ່ຈະຢືນຢັນຄວາມໜ້າເຊື່ອຖືຂອງພາບຕ່າງໆທີ່ມີຍານພາຫະນະ ທີ່ຖືກກ່າວຫາວ່າ ສະໜອງໃຫ້ໂດຍ ສະຫະລັດ ຢູ່ໃນ ຣັດເຊຍ
ການຢັ່ງຫາງສຽງແຫ່ງຊາດ ສະແດງໃຫ້ເຫັນວ່າ ທ່ານດິແຊນຕິສ ມີຄະແນນເປັນອັນດັບສອງ ຮອງຈາກທ່ານທຣຳ ແຕ່ກໍຍັງຫາງໄກກັນຢູ່
ດິນແດນທີ່ຢູ່ພາຍໃຕ້ການຄວບຄຸມຂອງສະຫະລັດກໍາລັງຢູ່ໃນພາວະສຸກເສີນ ເນື່ອງຈາກພາຍຸໃຕ້ຝຸ່ນ Mawar ກໍາລັງພັດເຂົ້າໃສ່ຂົງເຂດແຫ່ງນີ້ ໃນຄວາມແຮງລະດັບ 4
ການເຈລະຈາລະຫວ່າງລັດຖະບານພັກເດໂມແຄຮັດຂອງປະທານາທິບໍດີສະຫະ ລັດ ທ່ານໂຈ ໄບເດັນ ແລະບັນດາສະມາຊິກຢູ່ໃນພັກຣີພັບບລິກກັນ ທີ່ຄວບຄຸມສະພາຕໍ່າ ກ່ຽວກັບຂີດຈຳກັດເພດານໜີ້ສິນຂອງລັດຖະບານ ຈະເລີ້ມຂຶ້ນອີກໃນວັນພຸດມື້ນີ້
ນັກພັດທະນາຊອບແວໃນລັດນິວເຈີຊີ ທີ່ໄອຍະການກ່າວວ່າ ຄັ້ງນຶ່ງໄດ້ຖ່າຍຮູບສະຖານທີ່ສໍາຄັນໃນນະຄອນນິວຢອກ, ບອສຕັນ ແລະນະຄອນຫຼວງວໍຊິງຕັນດີຊີ, ສຳລັບການໂຈມຕີຂອງຜູ້ກໍ່ການຮ້າຍ ທີ່ອາດຈະເປັນໄປໄດ້ ໄດ້ຖືກຕັດສິນໂທດຈໍາຄຸກ 12 ປີ
ໂຫລດຕື່ມອີກ
No live streaming currently available