ມັນບໍ່ມີຫຼັກຖານທີ່ໜ້າຈັບໃຈ ກ່ຽວກັບການສໍ້ໂກງຢ່າງກວ້າງຂວາງທີ່ທ່ານ ທຣຳ ກ່າວວ່າໄດ້ປາກົດອອກມາໃນສອງປີເຄິ່ງນັບຕັ້ງແຕ່ການເລືອກຕັ້ງ
ຜູ້ປົກຄອງລັດຮາວາຍ ສັນຍາໃນວັນພຸດແລ້ວນີ້ ທີ່ຈະປົກປ້ອງບັນດາເຈົ້າຂອງທີ່ດິນໃນທ້ອງຖິ່ນ ຈາກການ 'ຖືກກິນປຽບ' ໂດຍບັນດາຜູ້ຊື້ທີ່ສວຍໂອກາດ
ໄຟປ່າ, ເຊິ່ງໃນຈຸດນຶ່ງໄດ້ແຜ່ລາມໄປຫຼາຍກວ່ານຶ່ງກິໂລແມັດໃນທຸກໆນາທີ, ໄດ້ທຳລາຍເມືອງ ລາໄຮນາ ທັງໝົດ, ເຊິ່ງແມ່ນສະຖານທີ່ທ່ອງທ່ຽວແຄມທະເລທີ່ໄດ້ຮັບຄວາມນິຍົມ
ໃນຕອນທ້າຍຂອງກອງປະຊຸມສຸດຍອດ ປະທານາທິບໍດີ ໂຈ ໄບເດັນ, ປະທານາທິບໍດີ ຢຸນ ຊຸກ ຢອລ ຂອງເກົາຫຼີໃຕ້ ແລະ ນາຍົກລັດຖະມົນຕີ ຟູມີໂອະ ກີຊິດະ ຂອງຍີ່ປຸ່ນ ຄາດວ່າ ຈະປະກາດແຜນການທີ່ຈະຈັດກອງປະຊຸມຕາມປົກກະຕິ ແລະເອົາມາດຕະການເພື່ອເສີມຂະຫຍາຍການຮ່ວມມືດ້ານຄວາມໝັ້ນຄົງເກີນກວ່າການສະກັດກັ້ນໄພຄຸກຄາມຂອງເກົາຫຼີເໜືອ
ຜູ້ລອດຊີວິດ ຕ້ອງຕໍ່ສູ້ກັບພະລັງງານໄຟຟ້າທີ່ບໍ່ສະໜໍ່າສະເໝີ ແລະການບໍລິການໂທລະສັບມືຖືທີ່ບໍ່ໜ້າເຊື່ອຖື ໃນຂະນະທີ່ພວກເຂົາຊອກຫາຄວາມຊ່ວຍເຫຼືອໃນການຟື້ນຟູຊີວິດຂອງເຂົາເຈົ້າ ຄືນໃໝ່
ມັນຈະເປັນຄັ້ງທຳອິດທີ່ບັນດາຜູ້ນຳຕ່າງປະເທດຈະໄດ້ຢ້ຽມຢາມ Camp David ໃນລັດ ແມຣີແລນ ນັບຕັ້ງແຕ່ປີ 2015
ຫຼາຍໆຂໍ້ຫາ ມີໂທດໜັກເຖິງຂັ້ນຕິດຄຸກ 10 ຫາ 20 ປີ ຖ້າຖືກພົບເຫັນວ່າ ມີຄວາມຜິດ. ທ່ານທຣຳ ຜູ້ທີ່ມີອາຍຸ 77 ປີ ອາດຕ້ອງໃຊ້ຊີວິດຂອງທ່ານ ຢູ່ໃນຄຸກ ຖ້າຖືກພົບເຫັນວ່າ ມີຄວາມຜິດໃນຂໍ້ຫາໃດນຶ່ງ ຫຼື ຂໍ້ຫາທັງຫຼາຍ ແລະໄດ້ຖືກຕັດສິນລົງໂທດ
ບັນດາຜູ້ນຳພັກເດໂມແຄຣັດ ໄດ້ບັນລະຍາຍການເຄື່ອນໄຫວນີ້ ທີ່ສະແດງໃຫ້ເຫັນວ່າ ບໍ່ມີໃຜທີ່ຢູ່ເໜືອກົດໝາຍ ໃນຂະນະທີ່ບັນດາສະມາຊິກພັກຣີພັບບລິກັນທີ່ສຳຄັນໄດ້ກ່າວວ່າ ເປັນການກະທຳເລື້ອງການເມືອງ ຕໍ່ຜູ້ສະໝັກຄົນນຶ່ງ ໃນການເລືອກຕັ້ງປີ 2024
ຜູ້ສະໝັກຈາກພັກຣີພັບບຣີກັນ ກໍາລັງໂຄສະນາຫາສຽງຢູ່ທີ່ງານບຸນປະຈໍາປີຂອງລັດໄອໂອວາ ເພື່ອດຶງດູດເອົາຄວາມສົນໃຈຂອງບັນດາຜູ້ມີສິດປ່ອນບັດ
ທ່ານໄດ້ເຍາະເຍີ້ຍການຟ້ອງຂອງລັດຈໍເຈຍ ໂດຍກ່າວໃນວັນອັງຄານວານນີ້ ຢູ່ໃນບັນຊີສື່ສັງຄົມ Truth Social ຂອງທ່ານ ວ່າ ທ່ານຈະເປີດເຜີຍ “ລາຍງານທີ່ບໍ່ສາມາດໂຕ້ແຍ້ງໄດ້” ໃນວັນຈັນໜ້າ
ເຈົ້າໜ້າທີ່ຂອງອົງການສັນຕິບານກາງ ຫຼື FBI ແລະໄອຍະການ ອ້າງວ່າ ໄວລຸ້ນຊາຍອາຍຸ 17 ປີ ໄດ້ຕິດຕໍ່ເຄືອຂ່າຍຂອງກຸ່ມ ອາລ-ກາອີດາ ທີ່ອາໄສຢູ່ໃນ ຊີເຣຍ
ຈົນເຖິງວັນຈັນວານນີ້ ນັກຂ່າວໄວ 31 ປີ ໄດ້ຖືກຄຸມຂັງເປັນເວລາເກືອບ 20 ອາທິດແລ້ວ. ລາວຖືກຂັງໃນສະຖານຄຸມຂັງ ເລຟໍໂຕໂວ (Lefortovo) ຂອງມົສກູ
ໂຫລດຕື່ມອີກ
No live streaming currently available