ກົດໝາຍວ່າດ້ວຍຊຸມຊົນທີ່ປອດໄພຫລາຍຂຶ້ນປີ 2022 ຂະຫຍາຍການກວດສອບປະ ຫວັດຄວາມເປັນມາສຳລັບຜູ້ຊື້ປືນ ທີ່ມີອາຍຸຕ່ຳກວ່າ 21 ປີ ແລະ ສະກັດກັ້ນການ ຄ້າຂາຍປືນລະຫວ່າງລັດຕ່າງໆ
ການເດີນທາງຂອງທ່ານ ຈະເພັ່ງເລັງໃສ່ເລື້ອງການຈັດຕັ້ງປະຕິບັດຂໍ້ຕົກລົງສັນຕິພາບ ທີ່ໄດ້ຖືກໄກ່ເກ່ຍເມື່ອເດືອນພະຈິກທີ່ຜ່ານມາ ທີ່ໄດ້ຍຸຕິການສູ້ລົບກັນ ໃນຂົງເຂດທິເກຣ ທາງພາກເໜືອຂອງປະເທດ
ຫຼຸດລົງເຖິງ 6 ເປີເຊັນ ໃນປີທີ່ຜ່ານມາ, ເຊິ່ງເປັນການຂຶ້ນລາຄາປະຈຳປີທີ່ຊ້າທີ່ສຸດນັບຕັ້ງແຕ່ປີ 2021 ເປັນຕົ້ນມາ
ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ ການຕັດສິນໃຈທີ່ຈະແບ່ງປັນເທັກໂນໂລຈີດ້ານນິວເຄລຍ ທີ່ລະອຽດອ່ອນ ຂອງສະຫະລັດ ກັບອອສເຕຣເລຍ ແມ່ນຂໍ້ຕົກລົງໃຫຍ່ ແລະເປັນນຶ່ງໃນຄວາມຈຳເປັນ
ກອງທັບເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ໄດ້ທຳການຍິງລູກສອນໄຟຂີປະນາວຸດ ໃນວັນອັງຄານມື້ນີ້, ເຊິ່ງເປັນການທົດລອງອາວຸດ ຂອງເກົາຫຼີເໜືອ ຄັ້ງຫຼ້າສຸດ ແລະ ການປະນາມຕໍ່ການຊ້ອມລົບຮ່ວມ ລະຫວ່າງສະຫະລັດ ແລະ ເກົາຫຼີໃຕ້ ທີ່ເລີ່ມຂຶ້ນໃນອາທິດນີ້
ມີລາຍງານການກໍ່ອາຊະຍາກຳດ້ວຍຄວາມກຽດຊັງເພີ້ມຂຶ້ນ 31 ເປີເຊັນ ຈາກປີກ່ອນ ເປັນ 10,840 ກໍລະນີ ໃນປີ 2021 ອີງຕາມບົດເພີ້ມຕື່ມຂອງລາຍງານອົງການສັນຕິບານກາງ
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ມີກຳນົດຈະຖະແຫຼງໃນວັນຈັນມື້ນີ້ ກ່ຽວກັບລະບົບທະນາຄານ ຫລັງຈາກລັດຖະບານ ໄດ້ດຳເນີນການເພື່ອພະຍາຍາມທີ່ຈະຄວບຄຸມໂອກາດທີ່ຈະເກີດວິກິດການຈາກການລົ້ມລະລາຍ ຂອງສອງທະນາຄານທີ່ສຳຄັນ
ເກົາຫລີເໜືອໄດ້ຍິງລູກສອນໄຟນຳວິຖີຍຸດທະວິີທີ 2 ລູກຈາກເຮືອດຳນ້ຳ ນອກຊາຍຝັ່ງທະເລຕາເວັນອອກຂອງຕົນ ອີງຕາມການລາຍງານຂອງສື່ມວນຊົນ ໃນວັນຈັນມື້ນີ້ວ່າ, ໜຶ່ງມື້ຫລັງຈາກພຽງຢາງໄດ້ເຕືອນ ກ່ຽວກັບການຕອບໂຕ້ທີ່ມີ "ອະນຸພາບ" ຕໍ່ການຊ້ອມລົບທາງທະຫານລະຫວ່າງສະຫະລັດ ແລະ ເກົາຫຼີໃຕ້
ນອກຈາກການກະກຽມດ້ານພາສາ ແລະຄວາມຮູ້ທາງວິຊາສະເພາະແລ້ວ ນັກສຶກສາຕ່າງປະເທດ ກໍຍັງຕ້ອງໄດ້ຮຽນຮູ້ວັດທະນະທຳອາເມຣິກັນບໍ່ຫລາຍກໍໜ້ອຍ
ເງິນກອນດັ່ງກ່າວ ຈະຕໍ່ເວລາຂອງຂໍ້ຕົກລົງຕື່ມອີກ 20 ປີ ກັບທັງສາມປະເທດ ເຊິ່ງສະຫະລັດ ຈະສະໜອງການບໍລິການທີ່ຈໍາເປັນໃຫ້ແກ່ພວກເຂົາເຈົ້າ ແລະການສະໜັບສະໜຸນເສດຖະກິດ ເພື່ອແລກກັບສິດທິໃນການຕັ້ງຖານທັບ ແລະສິດພິເສດອື່ນໆ
ບັນດາຜູ້ຊ່ຽວຊານກ່າວວ່າ ການຍົກຍ້າຍທີ່ສັບສົນວຸ້ນວາຍ ແມ່ນຜົນມາຈາກການຕັດສິນໃຈທີ່ຜິດເປັນເວລາຫຼາຍທົດສະຫວັດ ໃນອັຟການິສຖານ
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຈະພົບປະກັບປະທານຄະນະກຳມະການຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢັນ ໃນວັນສຸກມື້ນີ້ ຢູ່ທີ່ທຳນຽບຂາວ ເພື່ອຫາລືກ່ຽວກັບການລົງໂທດທີ່ອາດມີຂຶ້ນຕໍ່ຈີນ
ໂຫລດຕື່ມອີກ
No live streaming currently available