ກອງທັບເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ໄດ້ທຳການຍິງລູກສອນໄຟຂີປະນາວຸດ ໃນວັນອັງຄານມື້ນີ້, ເຊິ່ງເປັນການທົດລອງອາວຸດ ຂອງເກົາຫຼີເໜືອ ຄັ້ງຫຼ້າສຸດ ແລະ ການປະນາມຕໍ່ການຊ້ອມລົບຮ່ວມ ລະຫວ່າງສະຫະລັດ ແລະ ເກົາຫຼີໃຕ້ ທີ່ເລີ່ມຂຶ້ນໃນອາທິດນີ້
ມີລາຍງານການກໍ່ອາຊະຍາກຳດ້ວຍຄວາມກຽດຊັງເພີ້ມຂຶ້ນ 31 ເປີເຊັນ ຈາກປີກ່ອນ ເປັນ 10,840 ກໍລະນີ ໃນປີ 2021 ອີງຕາມບົດເພີ້ມຕື່ມຂອງລາຍງານອົງການສັນຕິບານກາງ
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ມີກຳນົດຈະຖະແຫຼງໃນວັນຈັນມື້ນີ້ ກ່ຽວກັບລະບົບທະນາຄານ ຫລັງຈາກລັດຖະບານ ໄດ້ດຳເນີນການເພື່ອພະຍາຍາມທີ່ຈະຄວບຄຸມໂອກາດທີ່ຈະເກີດວິກິດການຈາກການລົ້ມລະລາຍ ຂອງສອງທະນາຄານທີ່ສຳຄັນ
ເກົາຫລີເໜືອໄດ້ຍິງລູກສອນໄຟນຳວິຖີຍຸດທະວິີທີ 2 ລູກຈາກເຮືອດຳນ້ຳ ນອກຊາຍຝັ່ງທະເລຕາເວັນອອກຂອງຕົນ ອີງຕາມການລາຍງານຂອງສື່ມວນຊົນ ໃນວັນຈັນມື້ນີ້ວ່າ, ໜຶ່ງມື້ຫລັງຈາກພຽງຢາງໄດ້ເຕືອນ ກ່ຽວກັບການຕອບໂຕ້ທີ່ມີ "ອະນຸພາບ" ຕໍ່ການຊ້ອມລົບທາງທະຫານລະຫວ່າງສະຫະລັດ ແລະ ເກົາຫຼີໃຕ້
ນອກຈາກການກະກຽມດ້ານພາສາ ແລະຄວາມຮູ້ທາງວິຊາສະເພາະແລ້ວ ນັກສຶກສາຕ່າງປະເທດ ກໍຍັງຕ້ອງໄດ້ຮຽນຮູ້ວັດທະນະທຳອາເມຣິກັນບໍ່ຫລາຍກໍໜ້ອຍ
ເງິນກອນດັ່ງກ່າວ ຈະຕໍ່ເວລາຂອງຂໍ້ຕົກລົງຕື່ມອີກ 20 ປີ ກັບທັງສາມປະເທດ ເຊິ່ງສະຫະລັດ ຈະສະໜອງການບໍລິການທີ່ຈໍາເປັນໃຫ້ແກ່ພວກເຂົາເຈົ້າ ແລະການສະໜັບສະໜຸນເສດຖະກິດ ເພື່ອແລກກັບສິດທິໃນການຕັ້ງຖານທັບ ແລະສິດພິເສດອື່ນໆ
ບັນດາຜູ້ຊ່ຽວຊານກ່າວວ່າ ການຍົກຍ້າຍທີ່ສັບສົນວຸ້ນວາຍ ແມ່ນຜົນມາຈາກການຕັດສິນໃຈທີ່ຜິດເປັນເວລາຫຼາຍທົດສະຫວັດ ໃນອັຟການິສຖານ
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຈະພົບປະກັບປະທານຄະນະກຳມະການຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢັນ ໃນວັນສຸກມື້ນີ້ ຢູ່ທີ່ທຳນຽບຂາວ ເພື່ອຫາລືກ່ຽວກັບການລົງໂທດທີ່ອາດມີຂຶ້ນຕໍ່ຈີນ
ທ່ານນາງ ເບັນເນັດ ໄດ້ກ່າວວ່າ “ຖ້າພວກເຮົາພາດໂອກາດທີ່ຈະແນເປົ້າການ ລົງທຶນເພື່ອຕໍ່ຕ້ານການໂຈມຕີທີ່ ຣັດເຊຍ ແລະ ຈີນ ກຳລັງເຮັດນັ້ນ, ພວກເຮົາຈະມີຄວາມສ່ຽງທີ່ຈະສູນເສຍສົງຄາມ ຂໍ້ມູນໃນທົ່ວໂລກ”
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ເປີດເຜີຍແຜນການໃຊ້ຈ່າຍຂອງລັດຖະບານມູນຄ່າ 6.8 ພັນຕື້ໂດລາສຳລັບປີ 2024 ເພື່ອຮຽກຮ້ອງໃຫ້ມີຂໍ້ລິເລີ່ມດ້ານນະໂຍບາຍໃໝ່ຫລາຍສິບຂໍ້
ໃນເງື່ອນໄຂຕ່າງໆທີ່ກວ້າງຂວາງ ການສູ້ຊົນດ້ານງົບປະມານໂດຍທົ່ວໄປແລ້ວ ຈະຖືກແບ່ງແຍກຕາມແນວທາງຂອງພັກແຕ່ລະຝ່າຍ ໂດຍພັກຣີພັບບລີກັນ ລົນນະລົງໃຫ້ມີລັດຖະບານຂ້ອນຂ້າງນ້ອຍກວ່າເກົ່າ ທີ່ໃຊ້ຈ່າຍເງິນໜ້ອຍລົງ ແລະດັ່ງນັ້ນ ຈຶ່ງເກັບພາສີລາຍໄດ້ຈາກພົນລະເມືອງຂອງຕົນ ໜ້ອຍລົງ
ດ້ວຍຄະແນນສຽງ 13 ຕໍ່ 8, ຄະນະກຳມະການພົວພັນຕ່າງປະເທດ ຂອງສະພາສູງສະຫະລັດ ໄດ້ຍົກເລີກການອະນຸຍາດໃນປີ 2001 ແລະ 2002 ສໍາລັບການໃຊ້ກໍາລັງທະຫານ, ຫຼື AUMFs
ໂຫລດຕື່ມອີກ
No live streaming currently available