ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວວ່າ ທ່ານບລິງເກັນ ຈະປຶກສາຫາລື ກັບເຈົ້າໜ້າທີ່ອະວຸໂສຂອງປາແລັສໄຕນ໌ ເຖິງຄວາມສຳຄັນໃນການແກ້ ໄຂບັນຫາແບບມີສອງປະເທດ ພ້ອມດ້ວຍ ການປະຕິຮູບດ້ານການເມືອງ
ທ່ານແມັກຄາຣທີ ຜູ້ນຳຂອງສະພາຕ່ຳທີ່ຄວບຄຸມໂດຍພັກຣີພັບບລີກັນ ໄດ້ກ່າວຕໍ່ລາຍການ “Face the Nation” ຂອງອົງການຂ່າວ CBS ວ່າ ທ່ານຈະພົບປະກັບປະທານາທິບໍດີ ໂຈ ໄບເດັນ ທີ່ສັງກັດພັກເດໂມແຄຣັດ ໃນວັນພຸດຈະມາເຖິງນີ້
ລຸນຫຼັງທີ່ນາຍພົນຂອງສະຫະລັດ ໄດ້ສ້າງຄວາມຢ້ານກົວ ດ້ວຍການເຕືອນຢູ່ໃນບົດບັນທຶກທີ່ເວົ້າວ່າ ສະຫະລັດ ອາດຈະສູ້ລົບກັບຈີນໃນອີກສອງປີຕໍ່ໜ້ານີ້
ທ່ານໄດ້ກ່າວວ່າ “ຈິລ ແລະ ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ຕ້ອນຮັບທ່ານເຂົ້າສູ່ ງານລ້ຽງກຸດຈີນຄັ້ງທຳອິດ ໃນຂະໜາດນີ້ ຢູ່ທຳນຽບຂາວ, ເຊິ່ງແມ່ນບ້ານຂອງ ພວກເຈົ້າ, ນີ້ແມ່ນບ້ານຂອງພວກເຈົ້າ.”
ສະຫະລັດຮຽກຮ້ອງໃຫ້ຫລຸດຜ່ອນຄວາມເຄັ່ງຕຶງລົງ ຫຼັງຈາກມີລາຍງານວ່າ ຊາວປາແລສໄຕນ໌ 9 ຄົນ ລວມທັງແມ່ຍິງເຖົ້າຄົນນຶ່ງຖືກຂ້າຕາຍ ໃນລະຫວ່າງການບຸກໂຈມຕີຂອງກຳລັງທະຫານອິສຣາແອລ ທີ່ເມືອງເຈນິນ ໃນເຂດຍຶດຄອງຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ
ກົດໝາຍວ່າດ້ວຍບັນທຶກເອກະສານຂອງປະທານາທິບໍດີ ຂອງປີ 1987 ທີ່ຄຸ້ມຄອງບັນທຶກເອກະສານທາງການຂອງບັນດາປະທານາທິບໍດີ ແລະຮອງປະທານາທິບໍດີ ພາຍຫຼັງຈາກເດືອນມັງກອນ 1981 ແລະການໂອນສິດໃນການເປັນເຈົ້າຂອງບັນທຶກເອກະສານເຫຼົ່ານັ້ນ
ຕາມບົດບັນທຶກ “ປະກົດວ່າ ມີເອກະສານຈຳນວນໜ້ອຍດຽວ ທີ່ຖືກໝາຍເປັນ ຄວາມລັບ ທີ່ໄດ້ຖືກນຳໃສ່ກ່ອງຢ່າງບໍ່ຕັ້ງໃຈແລະໄດ້ຖືກຂົນສົ່ງໄປຍັງບ້ານພັກສ່ວນຕົວຂອງອະດີດຮອງປະທານາທິບໍດີ ເມື່ອສິ້ນສຸດໜ້າທີ່ ໃນຄະນະລັດຖະບານເມື່ອປີກາຍນີ້” ນັ້ນຄືຄຳເວົ້າຂອງທ່ານ ເກຣກ ເຈກັອບ ທະນາຍຄວາມຂອງທ່ານເພັນສ໌
ເຖິງແມ່ນຈະມີຄວາມຫຍຸ້ງຍາກຫຼາຍ ໃນການໃຊ້ງານລົດຖັງເອບຣຳສ໌ M1 ທີ່ໃຊ້ນ້ຳມັນອາຍພົ່ນ ກໍຕາມ ມີລາຍງານວ່າ ຄະນະລັດຖະບານຂອງທ່ານໄບເດັນ ກຳລັງຊັ່ງຊາເບິ່ງການສົ່ງພວກລົດຖັງດັ່ງກ່າວ ໄປໃຫ້ຢູເຄຣນ
ການຍິງກັນທີ່ໄດ້ເກີດຂຶ້ນພຽງສອງວັນຫ່າງກັນ ຫຼັງຈາກມືປືນໄດ້ສັງຫານຢ່າງໜ້ອຍ 11 ຄົນຢູ່ຫ້ອງເຕັ້ນລຳໃນເມືອງ ມອນເຕຣີ ພາກ, ລັດຄາລິຟໍເນຍ
ໃນຄະດີຕ່າງຫາກອີກອັນນຶ່ງ ທີ່ມີຄຳຟ້ອງດ້ວຍຂໍ້ຫາ 9 ກະໂທງຢູ່ໃນນະຄອນຫຼວງວໍຊິງຕັນ ທ່ານແມັກໂກນິໂກລ ໄດ້ຖືກກ່າວຫາວ່າ ຮັບເງິນສົດຢ່າງໜ້ອຍ 225,000 ໂດລາ ຈາກອະດີດເຈົ້າໜ້າທີ່ສືບລັບຂອງອາລບາເນຍ
ທ່ານນາງ ຄຣິສຕີນາ ຄໍປັສ ໄດ້ກ່າວວ່າຜູ້ຕ້ອງສົງໄສແມ່ນໄດ້ໃຫ້ການຮ່ວມມືກັບບັນດານັກສືບສວນສອບສວນ, ແຕ່ແຮງຈູງໃຈແມ່ນຍັງບໍ່ກະຈ່າງແຈ້ງເທື່ອ
ມີຢ່າງໜ້ອຍ 10 ຄົນເສຍຊີວິດ ແລະ ອີກ 10 ຄົນໄດ້ຮັບບາດເຈັບ ຢູ່ທີ່ຫ້ອງເຕັ້ນລໍາ ໃນເມືອງມອນເຕຣີ ພາກ
ໂຫລດຕື່ມອີກ
No live streaming currently available