ທ່ານເມີຣິກ ກາແລນ ໄດ້ປະກາດຄໍາຮ້ອງຂໍດັ່ງກ່າວ ໂດຍກ່າວວ່າ ທ່ານເອງເປັນຜູ້ອະນຸຍາດໃຫ້ມີການຕັດສິນໃຈຊອກຫາທາງອອກຄໍາສັ່ງຄົ້ນເຮືອນດັ່ງກ່າວ ທີ່ກ່ຽວຂ້ອງກັບການສືບສວນທີ່ກຳລັງດຳເນີນໄປຢູ່ ໃນການຈັດການ ກ່ຽວກັບເອກະສານບັນທຶກຂອງ ທໍານຽບຂາວຂອງທ່ານທຣຳ
“ຂ້າພະເຈົ້າຂໍປະຕິເສດບໍ່ຕອບຄຳຖາມຕ່າງໆພາຍໃຕ້ສິດແລະສິດທິພິເສດທີ່ພົນ ລະເມືອງທຸກໆຄົນໄດ້ຮັບພາຍໃຕ້ລັດຖະທຳມະນູນຂອງສະຫະລັດ” ທ່ານທຣຳ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ຊຶ່ງທ່ານໄດ້ຮ້າຍທ່ານນາງເຈມສ໌ ວ່າ “ເປັນໄອຍະການທີ່ທໍລະຍົດແລະຄວບຄຸມບໍ່ໄດ້” ຜູ້ທີ່ສະແຫວງຫາການລ້າງແຄ້ນຕໍ່ທ່ານ
ເຮືອບິນລົບ ສະຫະລັດ F-22 ໄດ້ເຂົ້າສະກັດກັ້ນ ລຳທີສອງ ກ່ອນເຂົ້າໄປໃນນ່ານຟ້າດັ່ງກ່າວ
ລັດຖະບານພາຍໃຕ້ການນຳຂອງປະທານາທິບໍດີ ໂຈ ໄບເດັນໄດ້ໃຫ້ເງິນຊ່ວຍເຫລືອຫລາຍເຖິງ 9,000 ໂດລາ ເພື່ອໃຊ້ຈ່າຍເຂົ້າໃນການສົ່ງສະການຂອງຜູ້ທີ່ເສຍຊີວິດຍ້ອນພະຍາດໂຄວິດ-19
ທ່ານສີທອງ ຈັນທະຄຳ ຄົນອາເມຣິກັນເຊື້ອສາຍລາວກໍແມ່ນຜູ້ນຶ່ງທີ່ມັກໃຊ້ເວລາຫວ່າງໄປຊອກເກັບຂີ້ກະເດືອນຂາຍໃຫ້ຜູ້ທີ່ຕ້ອງການ ໂດຍສະເພາະຂາຍໃຫ້ແກ່ຮ້ານຂາຍເຄື່ອງລ່າສັດ ຫາປາຕຶກເບັດ
ສະຫະລັດກ່າວວ່າ ຕົນຈະສະໜອງເງິນ 89 ລ້ານໂດລາ ໃນການຊ່ວຍເຫລືອເກັບກູ້ລະເບີດຝັງດິນ ອຸບປະກອນລະເບີດທີ່ເຮັດຂຶ້ນເອງ ແລະລະເບີດຕົກຄ້າງ ທີ່ຝັງໄວ້ໂດຍກຳລັງຣັດເຊຍ ອັນເປັນສ່ວນນຶ່ງ ໃນການຮຸກຮານຢູເຄຣນຂອງວັງເຄຣັມລິນ ເປັນເວລາ 5 ເດືອນເຄິ່ງ
ທ່ານໄດ້ເອີ້ນຮ່າງກົດໝາຍທີ່ເປັນເອກະສັນຈາກທັງສອງພັກການເມືອງສະບັບນີ້ ວ່າ “ການລົງທຶນຄັ້ງນຶ່ງໃນຍຸກສະໄໝນຶ່ງ” ຂອງປະເທດ ແລະໄດ້ກ່າວວ່າ ມັນຈະສ້າງວຽກເຮັດງານທຳທີ່ດີ ເຮັດໃຫ້ເສດຖະກິດເຕີບໂຕ ແລະປົກປ້ອງຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.
ທ່ານດໍໂນລ ທຣຳ ກໍາລັງປະເຊີນກັບການສືບສວນຄະດີອາຍາຂອງລັດຖະບານກາງ ແລະຂອງລັດທີ່ສໍາຄັນ ຕໍ່ການກະທໍາຂອງທ່ານໃນທັນທີທັນໃດ ພາຍຫລັງການໂຄສະນາຫາສຽງເລືອກຕັ້ງຄືນໃຫມ່ ຂອງທ່ານລົ້ມແຫລວ ໃນປີ 2020 ນັ້ນໂລດ.
ຜູ້ນຳສຽງສ່ວນນ້ອຍສະພາຕ່ຳທ່ານ ເຄວິນ ແມັກຄາທີ ໄດ້ປະຕິຍານ ທີ່ຈະເປີດການສືບສວນສອບສວນ ຖ້າພັກຣີພັບບລີກັນ ຄວບຄຸມສະພາຕ່ຳ ຈາກພັກເດໂມແຄຣັດ ໃນຕົ້ນປີໜ້າ
ທຳນຽບຫ້າແຈ ໄດ້ປະກາດການຊ່ວຍເຫລືອດ້ານຄວາມປອດໄພ 1 ພັນລ້ານໂດລາສະຫະລັດ ໃຫ້ແກ່ຢູເຄຣນ ຊຶ່ງເປັນການຊ່ວຍເຫລືອຄັ້ງດຽວທີ່ໃຫຍ່ສຸດ ນັບແຕ່ຣັດເຊຍໄດ້ບຸກລຸກໃນເດືອນກຸມພາທີ່ຜ່ານມາ
ຮ່າງກົດໝາຍນີ້ຮຽກຮ້ອງໃຫ້ມີການລົງທຶນຂະໜາດໃຫຍ່ທີ່ສຸດທີ່ບໍ່ເຄີຍມີມາກ່ອນ ໃນການແກ້ໄຂຜົນກະທົບຂອງໂລກຮ້ອນ ດ້ວຍທຶນ 370 ຕື້ໂດລາ ເພື່ອສົ່ງເສີມການນຳໃຊ້ພະລັງງານສະອາດ, ຊຸກຍູ້ໃຫ້ຊາວອາເມຣິກັນຊື້ຍານພາຫະນະທີ່ໃຊ້ໄຟຟ້າ ແລະຫລຸດຜ່ອນການປ່ອຍແກັສເຮັດໃຫ້ໂລກຮ້ອນຂອງພວກໂຮງງານໃຫ້ໄດ້ເຖິງ 40 ເປີເຊັນ ພາຍໃນປີ 2030
ໂຫລດຕື່ມອີກ
No live streaming currently available