ປະຊາຊົນອາໄສຢູ່ໃນຂົງເຂດ ທີ່ໄດ້ຮັບຜົນກະທົບເປັນປະຈໍາກ່າວວ່າ ສິ່ງທີ່ຈະຕ້ອງກຽມ ກໍມີເຂົ້າ, ນໍ້າ, ສະບຽງຕ່າງໆ, ໄຟ ແລະໄຟສາຍ ແລະອື່ນໆທີ່ອໍານວນຄວາມສະດວກ
ລັດຖະມົນຕີຕ່າງປະເທດສະລັດ ທ່ານແອນໂທນີ ບລິງເກັນ ໄດ້ເດີນທາງໄປເຖິງອາຟຣິກາໃຕ້ ໃນວັນອາທິດວານນີ້ ຊຶ່ງເປັນບ່ອນຢຸດແວ່ ແຫ່ງທຳອິດ ໃນ ການຢ້ຽມຢາມສາມປະເທດໃນອາຟຣິກາຂອງທ່ານ
ທ່ານວ໌ເຣ ກ່າວວ່າ ຢ່າງໃດກໍຕາມ ໃນໄລຍະເວລາອັນໃກ້ນີ້ ກຸ່ມອາລ-ໄກດາ ຂະນະທີ່ການນຳພາຂອງຕົນໄດ້ຖືກຕັດລົງ ມີແນວໂນ້ມສູງທີ່ຈະສຸມໃສ່ໃນເລື້ອງ “ການກໍ່ສ້າງເຄືອຂ່າຍຕ່າງໆຢູ່ຕ່າງປະເທດ ແລະການສະໜັບສະໜຸນການໂຈມຕີຂະໜາດນ້ອຍ” ໃນພາກພື້ນຕ່າງໆເຊັ່ນວ່າ ອາຟຣິກາຕາເວັນອອກ ແລະຕາເວັນຕົກ
ສີ່ຄົນໄດ້ຖືກສົ່ງເຂົ້າໂຮງໝໍ ດ້ວຍການບາດເຈັບສາຫັດເຖິງແກ່ຊີວິດ ໃນວັນພະຫັດວານນີ້ ຫລັງຈາກທີ່ປາກົດວ່າ ຖືກຟ້າຜ່າຢູ່ໃກ້ໆກັບ ທຳນຽບຂາວ.
ການຄາດການນັບຄະແນນສຽງຂອງອົງການຂ່າວ AP ໄດ້ຊີ້ໃຫ້ເຫັນວ່າຜູ້ປ່ອນບັດໄດ້ເລືອກເອົາ ບໍ່ ຫຼື ຄັດຄ້ານຕໍ່ຂໍ້ສະເໜີນັ້ນ 58.8 ເປີເຊັນ ແລະ ສະໜັບສະໜູນແມ່ນ 41.2 ເປີເຊັນ.
ຄະນະຕຸລາການຂອງລັດເທັກຊັສໄດ້ສັ່ງໃຫ້ທ້າວອາເລັກສ໌ ໂຈນສ໌ (Alex Jones) ນັກທິດສະດີສົມຮູ້ຮ່ວມຄິດ ຈ່າຍເງິນຫຼາຍກວ່າ 4 ລ້ານໂດລາ ຊຶ່ງຫນ້ອຍກວ່າ 150 ລ້ານໂດລາທີ່ຖືກຮຽກຮ້ອງໃຫ້ຈ່າຍນັ້ນຫລາຍ.
ຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ ເວັນດີ ເຊີແມນ ແລະເອກອັກຄະລັດຖະທູດສະຫະລັດປະຈຳ ອອສເຕຣເລຍ, ທ່ານນາງ ແຄໂຣໄລນ ເຄັນເນດີ ຈະເດີນທາງໄປເກາະໂຊໂລມອນ ໃນທ້າຍອາທິດນີ້ເພື່ອລະນຶກເຖິງການ ເລີ່ມຕົ້ນຂອງການສູ້ລົບຂອງສະຫະລັດຢູ່ທີ່ນັ້ນເມື່ອ 80 ປີ ກ່ອນ.
Families are reaching out to assistance groups and pantries for help
ເປັນການສະໜັບສະໜຸນຂອງສອງພັກທີ່ເຂັ້ມແຂງ ເພື່ອຕໍ່ຕ້ານກັບໄພຄຸກຄາມຂອງ ຣັດເຊຍ ຢູ່ໃນ ຢູໂຣບ
ໂດຍແຕ່ລະລັດໃນ 50 ລັດຂອງສະຫະລັດ ປັດຈຸບັນນີ້ມີອິດສະຫຼະໃນການຂຽນຮ່າງກົດໝາຍການເອົາລູກອອກຕາມທີ່ເຫັນວ່າເໝາະສົມນັ້ນ, ການທົດສອບ ໃນເບື້ອງຕົ້ນໄດ້ມີຂຶ້ນໃນວັນອັງຄານວານນີ້ ເມື່ອຜູ້ລົງຄະແນນສຽງໃນລັດ ແຄນຊັສ ຢູ່ພາກຕາເວັນຕົກສຽງໃຕ້ໄດ້ລົງຄະແນນສຽງຢ່າງເດັດດ່ຽວ ໃຫ້ຮັກສາ ໄວ້ສິດໃນການເອົາລູກອອກຂອງລັດດັ່ງກ່າວ
ໃນສອງສາມມື້ທີ່ຜ່ານມານີ້ ລັດຄາລິຟໍເນຍ ຕິດຕາມດ້ວຍລັດອິລລິນອຍ ແລະນິວຢອກ ໄດ້ປະກາດພາວະສຸກເສີນດ້ານສຸຂະພາບ. ປັດຈຸບັນນີ້ ມີລາຍງານເກືອບ 6.000 ກໍລະນີ ກ່ຽວກັບຕິດເຊື້ອພະຍາດ Monkeypox ຫລື ຕຸ່ມໝາກສຸກລີງຢູ່ທົ່ວ 48 ລັດ ຮວມທັງນະຄອນຫລວງວໍຊິງຕັນ ແລະ ເປີໂຕຣິໂກ .
ຜູ້ສະໜັບສະໜຸນເຂື່ອນກ່າວວ່າ ເຂື່ອນສ້າງຜົນປະໂຫຍດໃຫ້ແກ່ຊາວສະສິກອນ ແລະພະລັງງານໝູນວຽນ.
ໂຫລດຕື່ມອີກ
No live streaming currently available