ທ່ານສີທອງ ຈັນທະຄຳ ຄົນອາເມຣິກັນເຊື້ອສາຍລາວກໍແມ່ນຜູ້ນຶ່ງທີ່ມັກໃຊ້ເວລາຫວ່າງໄປຊອກເກັບຂີ້ກະເດືອນຂາຍໃຫ້ຜູ້ທີ່ຕ້ອງການ ໂດຍສະເພາະຂາຍໃຫ້ແກ່ຮ້ານຂາຍເຄື່ອງລ່າສັດ ຫາປາຕຶກເບັດ
ສະຫະລັດກ່າວວ່າ ຕົນຈະສະໜອງເງິນ 89 ລ້ານໂດລາ ໃນການຊ່ວຍເຫລືອເກັບກູ້ລະເບີດຝັງດິນ ອຸບປະກອນລະເບີດທີ່ເຮັດຂຶ້ນເອງ ແລະລະເບີດຕົກຄ້າງ ທີ່ຝັງໄວ້ໂດຍກຳລັງຣັດເຊຍ ອັນເປັນສ່ວນນຶ່ງ ໃນການຮຸກຮານຢູເຄຣນຂອງວັງເຄຣັມລິນ ເປັນເວລາ 5 ເດືອນເຄິ່ງ
ທ່ານໄດ້ເອີ້ນຮ່າງກົດໝາຍທີ່ເປັນເອກະສັນຈາກທັງສອງພັກການເມືອງສະບັບນີ້ ວ່າ “ການລົງທຶນຄັ້ງນຶ່ງໃນຍຸກສະໄໝນຶ່ງ” ຂອງປະເທດ ແລະໄດ້ກ່າວວ່າ ມັນຈະສ້າງວຽກເຮັດງານທຳທີ່ດີ ເຮັດໃຫ້ເສດຖະກິດເຕີບໂຕ ແລະປົກປ້ອງຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.
ທ່ານດໍໂນລ ທຣຳ ກໍາລັງປະເຊີນກັບການສືບສວນຄະດີອາຍາຂອງລັດຖະບານກາງ ແລະຂອງລັດທີ່ສໍາຄັນ ຕໍ່ການກະທໍາຂອງທ່ານໃນທັນທີທັນໃດ ພາຍຫລັງການໂຄສະນາຫາສຽງເລືອກຕັ້ງຄືນໃຫມ່ ຂອງທ່ານລົ້ມແຫລວ ໃນປີ 2020 ນັ້ນໂລດ.
ຜູ້ນຳສຽງສ່ວນນ້ອຍສະພາຕ່ຳທ່ານ ເຄວິນ ແມັກຄາທີ ໄດ້ປະຕິຍານ ທີ່ຈະເປີດການສືບສວນສອບສວນ ຖ້າພັກຣີພັບບລີກັນ ຄວບຄຸມສະພາຕ່ຳ ຈາກພັກເດໂມແຄຣັດ ໃນຕົ້ນປີໜ້າ
ທຳນຽບຫ້າແຈ ໄດ້ປະກາດການຊ່ວຍເຫລືອດ້ານຄວາມປອດໄພ 1 ພັນລ້ານໂດລາສະຫະລັດ ໃຫ້ແກ່ຢູເຄຣນ ຊຶ່ງເປັນການຊ່ວຍເຫລືອຄັ້ງດຽວທີ່ໃຫຍ່ສຸດ ນັບແຕ່ຣັດເຊຍໄດ້ບຸກລຸກໃນເດືອນກຸມພາທີ່ຜ່ານມາ
ຮ່າງກົດໝາຍນີ້ຮຽກຮ້ອງໃຫ້ມີການລົງທຶນຂະໜາດໃຫຍ່ທີ່ສຸດທີ່ບໍ່ເຄີຍມີມາກ່ອນ ໃນການແກ້ໄຂຜົນກະທົບຂອງໂລກຮ້ອນ ດ້ວຍທຶນ 370 ຕື້ໂດລາ ເພື່ອສົ່ງເສີມການນຳໃຊ້ພະລັງງານສະອາດ, ຊຸກຍູ້ໃຫ້ຊາວອາເມຣິກັນຊື້ຍານພາຫະນະທີ່ໃຊ້ໄຟຟ້າ ແລະຫລຸດຜ່ອນການປ່ອຍແກັສເຮັດໃຫ້ໂລກຮ້ອນຂອງພວກໂຮງງານໃຫ້ໄດ້ເຖິງ 40 ເປີເຊັນ ພາຍໃນປີ 2030
ປະຊາຊົນອາໄສຢູ່ໃນຂົງເຂດ ທີ່ໄດ້ຮັບຜົນກະທົບເປັນປະຈໍາກ່າວວ່າ ສິ່ງທີ່ຈະຕ້ອງກຽມ ກໍມີເຂົ້າ, ນໍ້າ, ສະບຽງຕ່າງໆ, ໄຟ ແລະໄຟສາຍ ແລະອື່ນໆທີ່ອໍານວນຄວາມສະດວກ
ລັດຖະມົນຕີຕ່າງປະເທດສະລັດ ທ່ານແອນໂທນີ ບລິງເກັນ ໄດ້ເດີນທາງໄປເຖິງອາຟຣິກາໃຕ້ ໃນວັນອາທິດວານນີ້ ຊຶ່ງເປັນບ່ອນຢຸດແວ່ ແຫ່ງທຳອິດ ໃນ ການຢ້ຽມຢາມສາມປະເທດໃນອາຟຣິກາຂອງທ່ານ
ທ່ານວ໌ເຣ ກ່າວວ່າ ຢ່າງໃດກໍຕາມ ໃນໄລຍະເວລາອັນໃກ້ນີ້ ກຸ່ມອາລ-ໄກດາ ຂະນະທີ່ການນຳພາຂອງຕົນໄດ້ຖືກຕັດລົງ ມີແນວໂນ້ມສູງທີ່ຈະສຸມໃສ່ໃນເລື້ອງ “ການກໍ່ສ້າງເຄືອຂ່າຍຕ່າງໆຢູ່ຕ່າງປະເທດ ແລະການສະໜັບສະໜຸນການໂຈມຕີຂະໜາດນ້ອຍ” ໃນພາກພື້ນຕ່າງໆເຊັ່ນວ່າ ອາຟຣິກາຕາເວັນອອກ ແລະຕາເວັນຕົກ
ສີ່ຄົນໄດ້ຖືກສົ່ງເຂົ້າໂຮງໝໍ ດ້ວຍການບາດເຈັບສາຫັດເຖິງແກ່ຊີວິດ ໃນວັນພະຫັດວານນີ້ ຫລັງຈາກທີ່ປາກົດວ່າ ຖືກຟ້າຜ່າຢູ່ໃກ້ໆກັບ ທຳນຽບຂາວ.
ໂຫລດຕື່ມອີກ
No live streaming currently available