ຍັງບໍ່ມີແຜນການທີ່ຈະຕົກລົງກັນເທື່ອ ແຕ່ປະທານາທິບໍດີໄບເດັນ ມີຄວາມຫວັງໄປໃນແງ່ດີ ກ່ຽວກັບການຜິດນັດໃນການຈ່າຍໜີ້ແບບບໍ່ເຄີຍມີມາກ່ອນນັ້ນ ສາມາດທີ່ຈະຫຼີກລ່ຽງໄດ້
ທ່ານນັກຮຽນນັກສຶກສາທັງຫລາຍ ຍິນດີຕ້ອນຮັບເຂົ້າສູ່ລາຍການຮຽນຄຳສັບພາສາອັງກິດໃນຂ່າວ ຂອງວິທະຍຸສຽງອາເມຣິກາ ຊຶ່ງພວກເຮົາຈະສອນທ່ານກ່ຽວກັບ ຄຳສັບທີ່ໃຊ້ໃນຂ່າວ Unleashed
ທ່ານອາເລຮານໂດຣ ມາຢອກກາສ ໄດ້ກ່າວໃນວັນອາທິດວານນີ້ ວ່າ ຈຳນວນຂອງພວກຍົກຍ້າຍຖິ່ນຖານ ທີ່ພະຍາຍາມຂ້າມຊາຍແດນເຂົ້າມາໃນສະຫະລັດ ຈາກເມັກຊິໂກ ນັບຕັ້ງແຕ່ກົດລະບຽບການຂ້າມແດນເຂົ້າປະເທດ ໄດ້ຖືກປ່ຽນແປງ ເມື່ອອາທິດແລ້ວນີ້ ໄດ້ຫລຸດລົງເກືອບເຄິ່ງນຶ່ງ
ຄວາມພະຍາຍາມຂອງວໍຊິງຕັນ ເພື່ອຢາກໃຫ້ຫວຽດນາມເຂົ້າມາເປັນພັນທະມິດໃນການແຂ່ງຂັນທາງຍຸດທະສາດກັບຈີນນັ້ນຄົງຈະບໍ່ປະສົບຜົນສຳເລັດ
ເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ທ່ານເຈກ ຊູລີວານ (Jake Sullivan) ແລະ ຄູ່ຕຳແໜ່ງຝ່າຍ ຈີນ ທ່ານ ຫວັງ ຢີ (Wang Yi) ໄດ້ສົນທະນາກັນ ໃນວັນພຸດ ແລະວັນພະຫັດ ທີ່ນະຄອນວຽນນາ
ນະໂຍບາຍທີ່ກ່ຽວຂ້ອງກັບໂຣກລະບາດ ໃນການຂັບໄລ່ພວກຍົກຍ້າຍຖິ່ນຖານ ໄດ້ໝົດອາຍຸລົງ ໃນຕອນກາງຄືນວັນພະຫັດວານນີ້ ແລະບັນດາເຈົ້າໜ້າທີ່ ໄດ້ເຫັນພວກຍົກຍ້າຍຖິ່ນຖານ ເພີ້ມຂຶ້ນຢ່າງຫຼວງຫຼາຍ ຢູ່ເຂດຊາຍແດນ ທີ່ພະຍາຍາມຂ້າມເຂົ້າມາສະຫະລັດ ກ່ອນທີ່ກົດລະບຽບໃໝ່ ຈະຖືກບັງຄັບໃຊ້
"ນີ້ຄືສິ່ງທີ່ຈະເກີດຂຶ້ນ: ເຈົ້າຈະຖືກສົ່ງກັບຄືນ," ນັ້ນຄືຄຳເວົ້າ ຂອງທ່ານມາຢອກຄັສ ກ່າວໃນມື້ກ່ອນການສິ້ນສຸດຂອງນະໂຍບາຍ ດ້ານການຍົກຍ້າຍເຂົ້າເມືອງ
ທ່ານ ແພັກ, ເຊິ່ງແມ່ນນັກຜະລິດຮູບເງົາສາລະຄະດີຫົວອະນຸລັກນິຍົມ, ຖືກສະເໜີຊື່ໂດຍອະດີດປະທານາທິບໍດີ ດໍໂນລ ທຣຳ ໃຫ້ໄດ້ຮັບຕຳແໜ່ງຫົວໜ້າອົງການດັ່ງກ່າວ
ຄໍາກ່າວຟ້ອງລະບຸວ່າ ທ່ານ ຊານໂຕສ (Santos) ໄດ້ຊັກຈູງບັນດາຜູ້ສະຫນັບສະຫນູນ ໃຫ້ບໍລິຈາກເງິນໃຫ້ແກ່ບໍລິສັດນຶ່ງ ພາຍໃຕ້ການນຳສະເໜີທີ່ບໍ່ຖືກຕ້ອງວ່າ ເງິນດັ່ງກ່າວຈະຖືກນຳໄປໃຊ້ເພື່ອສະຫນັບສະຫນູນການໂຄສະນາຫາສຽງຂອງລາວ
ທ່ານນາຣາ ສີຫາວົງ ພໍ່ຂອງທ້າວດໍ່ຊັນ ກ່າວວ່າ ລາວໄດ້ຮັບການຝຶກຊ້ອມມາເປັນຢ່າງດີໃນໄລຍະທີ່ແຂ່ງຂັນໃຫ້ມະຫາວິທະຍາໄລ ສະນັ້ນສິ່ງເຫຼົ່ານັ້ນຄືການໄດ້ປຽບຂອງລາວ
ໂຮງໄຟຟ້າພະລັງນິວເຄລຍ ລັດວິສາຫະກິດຂອງຢູເຄຣນ ທີ່ດຳເນີນກິດຈະການ ໄດ້ກ່າວໃນວັນພຸດວານນີ້ ວ່າ ຣັດເຊຍ ໄດ້ວາງແຜນທີ່ຈະຍົກຍ້າຍພະນັກງານ 3,100 ຄົນອອກຈາກໂຮງໄຟຟ້າພະລັງນິວເຄລຍ ຊາໂປຣິສເຊຍ
ອະດີດປະທານາທິບໍດີດໍໂນລ ທຣໍາ ຍັງສືບຕໍ່ຕົວະກ່ຽວກັບການເລືອກຕັ້ງປີ 2020 ລະຫວ່າງຄວາມເຄັ່ງຕຶງໃນການຕອບຄຳຖາມກັບອົງການຂ່າວ CNN
ໂຫລດຕື່ມອີກ
No live streaming currently available