ທ່ານນາງລິນ ເທຣຊີ ເອກອັກຄະລັດຖະທູດສະຫະລັດປະຈຳຣັດເຊຍ ໄດ້ກ່າວ ຕໍ່ບັນດານັກຂ່າວຫຼັງຈາກການຮັບຟັງຄວາມເຫັນຂອງສານ ວ່າ “ຂ້າພະເຈົ້າພຽງສາມາດກ່າວວ່າ ມັນໜ້າເປັນຫ່ວງ ຊ່ຳໃດທີ່ໄດ້ເຫັນທ່ານແອບວັນ ນັກຂ່າວຜູ້ທີ່ບໍລິສຸດ ຖືກຄຸມຕົວໃນສະຖານະການ ທັງຫຼາຍເຫຼົ່ານີ້"
ຫົວໜ້າຜູ້ບໍລິຫານ ຫລື CEO ຂອງບໍລິສັດຕິກຕັອກ (TikTok) ພະຍາຍາມ ເຮັດໃຫ້ຄວາມຢ້ານກົວຂອງພວກຕຳໜິຄວາມປອດໄພໃນແອັບ ຂອງບໍລິສັດ ທ່ານສະຫງົບລົງ ໃນລະຫວ່າງການໄປປາກົດຕົວໃນວັນພະຫັດວານນີ້
ທ່ານ ໄບເດັນ, ອາຍຸ 80 ປີ, ໄດ້ກ່າວຢ່າງຊ້ຳແລ້ວຊ້ຳອີກວ່າ ທ່ານມີເຈຕະນາທີ່ຈະລົງແຂ່ງຂັນເປັນສະໄໝທີສອງ
ໃນຂະນະທີ່ມີລາຍງານກ່ອນໜ້ານີ້ແລ້ວ ກ່ຽວກັບມົສກູ ແລະປັກກິງ ປະສານງານກັນໃນດ້ານຍຸດທະວິທີ ທີ່ກ່ຽວຂ້ອງກັບການກວດຂ່າວ ແລະຮູບແບບຕ່າງໆຂອງການປາບປາມ, ເນື້ອໃນຂອງການສົນທະນາທີ່ສະເພາະເຈາະຈົງ ຊຶ່ງບໍ່ເຄີຍຖືກລາຍງານໃນເມື່ອກ່ອນ
ທ່ານຄູນສ໌ ຍັງໄດ້ກ່າວກ່ຽວກັບ ການເຂົ້າຮ່ວມໃນກອງປະຊຸມລັບຂອງສະພາສູງ ທີ່ໃກ້ຈະມາເຖິງນີ້ ກ່ຽວກັບການຮົ່ວໄຫລຂອງເອກະສານລັບ ຫຼາຍກວ່າ 100 ສະບັບ ເມື່ອບໍ່ດົນມານີ້ ໂດຍສະມາຊິກກອງກຳລັງພິທັກອາກາດແຫ່ງຊາດ ສະຫະລັດ.
ທ້າວ ເທເຊຣາ ແມ່ນມີກຳນົດໄປໃຫ້ຄຳໃຫ້ການໃນສານຢູ່ນະຄອນບອສຕັນ ໃນວັນພຸດວານນີ້.
ຄວາມຮຸນແຮງໄດ້ຫຼຸດລົງມາໄປທົ່ວຫຼາຍສິບເມືອງ ລຸນຫຼັງການເພີ້ມຂຶ້ນຂອງ ການຍິງກັນ, ການຄາດຕະກຳ ແລະການປຸ້ນຈີ້ກັນທີ່ຖືກກະຕຸ້ນໂດຍການລະ ບາດໃຫຍ່ຂອງພະຍາດໂຄວິດ-19 ໃນໄລຍະປີ 2020-2021
ເຈົ້າໜ້າທີ່ສະຫະລັດ ໃນລັດຖະສະພາ ແລະທຳນຽບຂາວ ໃນວັນອັງຄານວານນີ້ ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ສູ້ລົບກັນຂອງຊູດານຢຸດລົງ ຫລັງຈາກມີການ ປະທະກັນເປັນເວລາ 4 ມື້ໃນນະຄອນຫຼວງ
ປະທານາທິບໍດີເກົາຫຼີໃຕ້, ທ່ານຢູນ ຊຸກ ຢອລ ຈະມາທີ່ວໍຊິງຕັນໃນທ້າຍເດືອນນີ້ ເພື່ອປຶກສາຫາລືກ່ຽວກັບຄວາມພະຍາຍາມຂອງໂຊລໃນການຍົກລະດັບການຂັດຂວາງຕໍ່ເກົາຫຼີເຫນືອ
ອົງການສັນຕິບານກາງ (FBI) ໄດ້ຈັບຊາວນະຄອນນິວຢອກສອງຄົນ ໃນຂໍ້ຫາປະຕິບັດງານລັບ ໃນການຕັ້ງຫ້ອງການຕຳຫລວດທີ່ຜິດກົດໝາຍ ໃຫ້ແກ່ ກະຊວງຮັກສາຄວາມປອດໄພສາທາລະນະຂອງຈີນ ຢູ່ໃນຄຸ້ມຂອງຊາວຈີນ ທີ່ເອີ້ນກັນວ່າ Chinatown
ທ່ານແອນໂທນີ ບລິງເຄັນ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳຂອງສອງຝ່າຍທີ່ສູ້ລົບກັນຂອງຊູດານ ແລະໄດ້ຮຽກຮ້ອງໃຫ້ເຂົາເຈົ້າຕົກລົງເຫັນດີນຳກັນໃນການຢຸດຍິງ ຂະນະທີ່ມີຜູ້ເສຍຊີວິດເກືອບຮອດ 200 ຄົນ
ກອງບັນຊາການສູນກາງຂອງສະຫະລັດ ໃນວັນຈັນວານນີ້ ໄດ້ຢືນຢັນການເສຍຊີວິດຂອງທ້າວ ອັບ-ອາລ-ຮາດີ ມາມູດ ອາລ-ຮາຈີ ອາລີ ໃນລະຫວ່າງການປະຕິບັດງານຢູ່ ໃນພາກເໜືອຂອງຊີເຣຍ
ໂຫລດຕື່ມອີກ
No live streaming currently available