ທ່ານບລິງເຄັນ ໄດ້ປະກາດວ່າ ພາຍຫຼັງການເຈລະຈາຢ່າງຂຸ້ນຂ້ຽວໃນຮອບ 48 ຊົ່ວໂມງ ທີ່ຜ່ານມາ, ກອງທັບຊູດານ ແລະກອງກຳລັງເຄື່ອນທີ່ຢ່າງວ່ອງໄວ ໄດ້ເຫັນດີໃຫ້ມີການຢຸດຍິງໃນທົ່ວປະເທດ ເລີ່ມແຕ່ທ່ຽງຄືນວັນຈັນວານນີ້ໄປຈົນເຖິງ 72 ຊົ່ວໂມງ
ທ່ານໂຈ ໄບເດັນ ຈະເຮັດທຸກສິ່ງທຸກຢ່າງເທົ່າທີ່ເຮັດໄດ້ ໃນມື້ອື່ນນີ້ ເວລາທີ່ທ່ານເປັນເຈົ້າພາບຕ້ອນຮັບປະທານາທິບໍດີເກົາຫລີໃຕ້, ທ່ານຢູນ ຊຸກ-ຢອລ ທີ່ມາຢ້ຽມຢາມທາງລັດຖະການ ທີ່ເຕັມໄປດ້ວຍການຈັດພິທີອັນໃຫຍ່ໂຕ ເປັນເວລານຶ່ງມື້ເຕັມ
ສາຍພົວພັນລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້ ແມ່ນໄດ້ປະເຊີນກັບສິ່ງທ້າທາຍແບບບໍ່ເຄີຍມີມາກ່ອນ
ສະຫະລັດ ໃນວັນຈັນວານນີ້ ໄດ້ວາງມາດຕະການລົງໂທດ ເຈົ້າໜ້າທີ່ອາວຸໂສ ຂອງອີຣ່ານ 4 ຄົນ ທີ່ຖືກກ່າວວ່າ ເປັນຜູ້ຮັບຜິດຊອບໃນ "ການປາບປາມຢ່າງໂຫດຮ້າຍ" ຂອງການປະທ້ວງ ທີ່ເກີດຂຶ້ນໃນປີກາຍນີ້
ວໍຊິງຕັນ ບໍ່ໄດ້ວາງແຜນທີ່ຈະປະສານງານການຍົກຍ້າຍຂະໜາດໃຫຍ່ພົນລະ ເມືອງສະຫະລັດ ທີ່ອາໄສຢູ່ໃນຊູດານ ເນື່ອງຈາກສະຖານະການດ້ານຄວາມປອດໄພ ທີ່ອາດປ່ຽນແປງຢ່າງວ່ອງໄວ ແລະການປິດສະໜາມບິນຫຼັກ ຂອງ ຄາຣ໌ທູມ
ສະວີເດັນ ແລະປະເທດເພື່ອນບ້ານ ຟິນແລນ ຊຶ່ງໄດ້ກາຍເປັນສະມາຊິກຂອງອົງການເນໂຕ້ ໃນຕົ້ນເດືອນນີ້ ໄດ້ຖືກຂໍໃຫ້ເຂົ້າຮ່ວມກຸ່ມພັນທະມິດນີ້ ຫຼັງຈາກທີ່ໄດ້ເບິ່ງການບຸກລຸກຢູເຄຣນ ຢ່າງໂຫດຮ້າຍຂອງຣັດເຊຍ
ອັງກິດ ກໍໄດ້ປະກາດວ່າເຂົາເຈົ້າໄດ້ອົບພະຍົບພະນັກງານການທູດ ແລະ ຄອບຄົວຂອງເຂົາເຈົ້າອອກຈາກ ຊູດານ ເຊັ່ນກັນ
ທ່ານນາງລິນ ເທຣຊີ ເອກອັກຄະລັດຖະທູດສະຫະລັດປະຈຳຣັດເຊຍ ໄດ້ກ່າວ ຕໍ່ບັນດານັກຂ່າວຫຼັງຈາກການຮັບຟັງຄວາມເຫັນຂອງສານ ວ່າ “ຂ້າພະເຈົ້າພຽງສາມາດກ່າວວ່າ ມັນໜ້າເປັນຫ່ວງ ຊ່ຳໃດທີ່ໄດ້ເຫັນທ່ານແອບວັນ ນັກຂ່າວຜູ້ທີ່ບໍລິສຸດ ຖືກຄຸມຕົວໃນສະຖານະການ ທັງຫຼາຍເຫຼົ່ານີ້"
ຫົວໜ້າຜູ້ບໍລິຫານ ຫລື CEO ຂອງບໍລິສັດຕິກຕັອກ (TikTok) ພະຍາຍາມ ເຮັດໃຫ້ຄວາມຢ້ານກົວຂອງພວກຕຳໜິຄວາມປອດໄພໃນແອັບ ຂອງບໍລິສັດ ທ່ານສະຫງົບລົງ ໃນລະຫວ່າງການໄປປາກົດຕົວໃນວັນພະຫັດວານນີ້
ທ່ານ ໄບເດັນ, ອາຍຸ 80 ປີ, ໄດ້ກ່າວຢ່າງຊ້ຳແລ້ວຊ້ຳອີກວ່າ ທ່ານມີເຈຕະນາທີ່ຈະລົງແຂ່ງຂັນເປັນສະໄໝທີສອງ
ໃນຂະນະທີ່ມີລາຍງານກ່ອນໜ້ານີ້ແລ້ວ ກ່ຽວກັບມົສກູ ແລະປັກກິງ ປະສານງານກັນໃນດ້ານຍຸດທະວິທີ ທີ່ກ່ຽວຂ້ອງກັບການກວດຂ່າວ ແລະຮູບແບບຕ່າງໆຂອງການປາບປາມ, ເນື້ອໃນຂອງການສົນທະນາທີ່ສະເພາະເຈາະຈົງ ຊຶ່ງບໍ່ເຄີຍຖືກລາຍງານໃນເມື່ອກ່ອນ
ທ່ານຄູນສ໌ ຍັງໄດ້ກ່າວກ່ຽວກັບ ການເຂົ້າຮ່ວມໃນກອງປະຊຸມລັບຂອງສະພາສູງ ທີ່ໃກ້ຈະມາເຖິງນີ້ ກ່ຽວກັບການຮົ່ວໄຫລຂອງເອກະສານລັບ ຫຼາຍກວ່າ 100 ສະບັບ ເມື່ອບໍ່ດົນມານີ້ ໂດຍສະມາຊິກກອງກຳລັງພິທັກອາກາດແຫ່ງຊາດ ສະຫະລັດ.
ໂຫລດຕື່ມອີກ
No live streaming currently available