ການໂອ້ລົມສົນທະນາກັບນາຍົກລັດຖະມົນຕີອັງກິດ ແລະການກ່າວຄຳປາໄສໃນວັນຄົບຮອບ 25 ປີ ຂອງຂໍ້ຕົກລົງວັນສຸກສັກສິດຫລື Good Friday ໄດ້ເປັນການເລີ້ມຕົ້ນການຢ້ຽມຢາມໄອຣ໌ແລນເໜືອ (Northern Ireland) ແລະ ໄອຣ໌ແລນ (Ireland) ມື້ທີ່ນື່ງເຕັມມື້ ຂອງປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໃນວັນພຸດນີ້
ພະນັກງານທະນາຄານຄົນນຶ່ງຢູ່ເມືອງຫລຸຍວີລ ທີ່ມີປືນຍາວເປັນອາວຸດ ໄດ້ເປີດສາກຍິງໃສ່ບ່ອນເຮັດວຽກຂອງລາວ ໃນຕອນເຊົ້າວັນຈັນວານນີ້ ຊຶ່ງໄດ້ສັງຫານຫ້າຄົນ ຮວມທັງເພື່ອນໃກ້ຊິດ ຂອງຜູ້ປົກຄອງລັດເຄນຕັກກີ ໃນຂະນະທີ່ມີຮູບພາບສົດ ຂອງການໂຈມຕີຢູ່ອິນສະເຕີກຣາມ ອີງຕາມພວກເຈົ້າໜ້າທີ່
ເອກະສານທີ່ວ່ານັ້ນລວມມີຂໍ້ມູນທີ່ລະອຽດອ່ອນ ກ່ຽວກັບ ສົງຄາມຂອງ ຣັດເຊຍ ໃນ ຢູເຄຣນ ພ້ອມກັບບັນດາພັນທະມິດຂອງ ສະຫະລັດ
ການຊ້ອມລົບດັ່ງກ່າວ ມີຂຶ້ນຫຼັງຈາກການຊ້ອມລົບຂອງຈີນ ໄລຍະສາມວັນ ທີ່ໄດ້ຈຳລອງການຍິງໂຈມຕີເປົ້າໝາຍຕ່າງໆ ແລະຈຳລອງການປິດລ້ອມໄຕ້ຫວັນ ທີ່ປົກຄອງຕົນເອງດ້ວຍລະບອບປະຊາທິປະໄຕ ຊຶ່ງປັກກິ່ງ ຖືວ່າ ເປັນດິນແດນສ່ວນນຶ່ງຂອງຕົນ
ພ້ອມດຽວກັນນັ້ນ, ປີນີ້ແມ່ນປີຄົບຮອບ 10 ປີ ຂອງການຮ່ວມມືຮອບດ້ານ ລະຫວ່າງສະຫະລັດ ແລະຫວຽດນາມ
ກະຊວງປ້ອງກັນປະເທດສະຫະລັດກ່າວໃນວັນອາທິດວານນີ້ວ່າ ຫຼາຍອົງການກຳລັງ ເຮັດວຽກເພື່ອປະເມີນຜົນກະທົບດ້ານຄວາມປອດໄພແຫ່ງຊາດຈາກການຮົ່ວໄຫລຂອງ ເອກະສານລັບ
ຕຳຫລວດພ້ອມກັບເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງໄດ້ລະເມີດສິດທິມະນຸດໂດຍບໍ່ຖືກໂທດ ຫລືເອົາຄວາມຜິດແຕ່ຢ່າງໃດເລີຍ.
ສານສູງສຸດຂອງສະຫະລັດໃນເດືອນກຸມພາຜ່ານມາ ໄດ້ເລີ້ມໄຕ່ສວນຄະດີທີ່ມີການໂຕ້ແຍ້ງກັນ ກ່ຽວກັບແຜນການບັນເທົາທຸກດ້ານໜີ້ສິນ
ບັນດາສະມາຊິກສະພາສະຫະລັດ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການເຕືອນຈາກສະຖານທູດຈີນວ່າ ເຂົາເຈົ້າບໍ່ຄວນພົບປະ ກັບປະທານາທິບໍດີໄຕ້ຫວັນ ທ່ານນາງໄຊ ອິງ-ເຫວີນ ໂດຍກ່າວໃນວັນພະຫັດວານນີ້ວ່າ ພັກຄອມມິວນິສຈີນ ບໍ່ມີອຳນາດຢັບຢັ້ງ ກ່ຽວກັບການພົບປະຂອງສະພາ.
ທ່ານ ທຣໍາ ໄດ້ຮັບການພິຈາລະນາວ່າບໍ່ມີຄວາມຜິດໃນນະຄອນນິວຢອກ ສໍາລັບຂໍ້ຫາ 34 ກະທົງ ກ່ຽວກັບ ການບິດເບືອນປະຫວັດທຸລະກິດ, ແລະທ່ານກໍຍັງກ່າວປາໄສແບບທ້າທາຍ ກັບບັນດາຜູ້ສະໜັບສະໜຸນທ່ານ ໃນລັດຟລໍຣິດາ
ບັນດາສະມາຊິກສະພາສະຫະລັດ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການເຕືອນຈາກສະຖານທູດຈີນວ່າ ເຂົາເຈົ້າບໍ່ຄວນພົບປະ ກັບປະທານາທິບໍດີໄຕ້ຫວັນ ທ່ານນາງໄຊ ອິງ-ເຫວີນ ໂດຍກ່າວໃນວັນພະຫັດວານນີ້ວ່າ ພັກຄອມມິວນິສຈີນ ບໍ່ມີອຳນາດຢັບຢັ້ງ ກ່ຽວກັບການພົບປະຂອງສະພາ
ທ່ານນາງ ໄຊ (Tsai) ໄດ້ກ່າວວ່າ “ການມີໜ້າ ແລະການສະໜັບສະໜູນຢ່າງ ໝັ້ນຄົງ ຂອງພວກເພິ່ນ ໄດ້ເຮັດໃຫ້ປະຊາຊົນໄຕ້ຫວັນໝັ້ນໃຈວ່າພວກເຮົາບໍ່ໄດ້ໂດດດ່ຽວ. ແລະພວກເຮົາບໍ່ໄດ້ຢູ່ຄົນດຽວ”
ໂຫລດຕື່ມອີກ
No live streaming currently available