ທ່ານ ທຣໍາ ໄດ້ຮັບການພິຈາລະນາວ່າບໍ່ມີຄວາມຜິດໃນນະຄອນນິວຢອກ ສໍາລັບຂໍ້ຫາ 34 ກະທົງ ກ່ຽວກັບ ການບິດເບືອນປະຫວັດທຸລະກິດ, ແລະທ່ານກໍຍັງກ່າວປາໄສແບບທ້າທາຍ ກັບບັນດາຜູ້ສະໜັບສະໜຸນທ່ານ ໃນລັດຟລໍຣິດາ
ບັນດາສະມາຊິກສະພາສະຫະລັດ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການເຕືອນຈາກສະຖານທູດຈີນວ່າ ເຂົາເຈົ້າບໍ່ຄວນພົບປະ ກັບປະທານາທິບໍດີໄຕ້ຫວັນ ທ່ານນາງໄຊ ອິງ-ເຫວີນ ໂດຍກ່າວໃນວັນພະຫັດວານນີ້ວ່າ ພັກຄອມມິວນິສຈີນ ບໍ່ມີອຳນາດຢັບຢັ້ງ ກ່ຽວກັບການພົບປະຂອງສະພາ
ທ່ານນາງ ໄຊ (Tsai) ໄດ້ກ່າວວ່າ “ການມີໜ້າ ແລະການສະໜັບສະໜູນຢ່າງ ໝັ້ນຄົງ ຂອງພວກເພິ່ນ ໄດ້ເຮັດໃຫ້ປະຊາຊົນໄຕ້ຫວັນໝັ້ນໃຈວ່າພວກເຮົາບໍ່ໄດ້ໂດດດ່ຽວ. ແລະພວກເຮົາບໍ່ໄດ້ຢູ່ຄົນດຽວ”
“ຈີນ ໄດ້ຄັດຄ້ານການຈັດຕຽມຂອງ ສະຫະລັດ ສຳລັບການຢ້ຽມຢາມໃນລະຫວ່າງການເດີນທາງຜ່ານປະເທດຂອງທ່ານນາງ ສາຍ ອິງ ເຫວິນ ຢ່າງແຮງ"
ບັນດາສະມາຊິກສະພາ ໃນວັນພຸດວານນີ້ ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການເຕືອນຈາກສະຖານທູດຈີນທີ່ບອກວ່າ ເຂົາເຈົ້າບໍ່ຄວນພົບປະກັບປະທານາທິບໍດີຂອງໄຕ້ຫວັນ ທ່ານນາງໄຊ ອິງ-ເຫວີນ ທີ່ກຳລັງຢ້ຽມຢາມລັດຄາລິຟໍເນຍ
ພວກເຈົ້າໜ້າທີ່ຕາລິບານໃນອັຟການິສຖານ ໄດ້ບອກໃຫ້ສະຫະປະຊາຊາດຊາບວ່າ ເຂົາເຈົ້າກຳລັງຫ້າມພວກແມ່ຍິງບໍ່ໃຫ້ເຮັດວຽກແກ່ອົງການຈັດຕັ້ງຕ່າງໆ ທີີ່ອົງການສະຫະປະຊາຊາດໄດ້ກ່າວໃນວັນອັງຄານວານນີ້ ກ່ຽວກັບການດັດແປງເທື່ອຫລ້າສຸດຂອງກຸ່ມ
ໃນປີທີ່ຜ່ານມາ, ທ່ານນາງໄຊ ໄດ້ຕ້ອນຮັບປະທານສະພາຕ່ຳ ໃນເວລານັ້ນ ທ່ານນາງແນນຊີ ເປໂລຊີ ໃນໄຕ້ຫວັນ, ແລະຈີນໄດ້ໂຕ້ຕອບໂດຍການຈັດການຊ້ອມລົບທາງທະຫານຄັ້ງໃຫຍ່ສຸດ ໃນຮອບທົດສະວັດ ອ້ອມເກາະໄຕ້ຫວັນ
ອະດີດປະທານາທິບໍດີດໍໂນລ ທຣໍາ ກ່າວວ່າ ທ່າບໍ່ມີຄວາມຜິດ ໃນວັນອັງຄານວານນີ້ ຢູ່ໃນສານຂອງລັດນິວຢອກ ທີ່ກ່າວຫາທ່ານວ່າມີຄວາມຜິດ 34 ກະທົງ ໃນການປອມແປງບັນທຶກທຸລະກິດ ໃນການກະທຳຜິດທີ່ບໍ່ເຈາະຈົງ ທີ່ໄດ້ບັນລະຍາຍໂດຍບັນດາໄອຍະການ
ການຊ່ວຍເຫຼືອຂອງສະຫະລັດ ຊ່ອຍໃຫ້ຢູເຄຣນສາມາດເກັບກູ້ ແລະ ທຳລາຍທາດລະເບີດໄດ້ 530 ກວ່າໜ່ວຍ
ບັນດາໄອຍະການເວົ້າວ່າ ການຈ່າຍເງິນ 130,000 ໂດລາແມ່ນສ່ວນນຶ່ງຂອງແຜນການຜິດກົດໝາຍ
ທ່ານນາງ ໄຊ ພົບປະກັບກັບທ່ານ ແມັກຄາຣ໌ທີ ແລະກຸ່ມສະມາຊິກສະພາຄົນອື່ນໆ ທີ່ຫໍສະຫມຸດ ແລະພິພິທະພັນປະທານາທິບໍດີໂຣນັລ ເຣແກນ ໃນ ຊິມີ ວັລເລ ລັດຄາລິຟໍເນຍ, ໃນວັນພຸດມື້ອື່ນ ເຊິ່ງຫ້ອງການຂອງທ່ານແມັກຄາຣ໌ທີ ເອີ້ນວ່າ ກອງປະຊຸມ "ສອງຝ່າຍ"
ທະນາຍຄວາມຂອງທ່ານທຣໍາ ໄດ້ໂຕ້ແຍ້ງຄັດຄ້ານຕໍ່ການອະນຸຍາດໃຫ້ມີກ້ອງຖ່າຍຮູບຢູ່ໃນຫ້ອງພິຈາລະນາຄະດີໃນວັນອັງຄານມື້ນີ້.
ໂຫລດຕື່ມອີກ
No live streaming currently available