ສະຫະລັດກ່າວວ່າ ຕົນໄດ້ໃຫ້ “ຂໍ້ສະເໜີອັນສຳຄັນ” ຕໍ່ຣັດເຊຍ ເຊິ່ງ ເປັນການແລກປ່ຽນ ນັກໂທດທີ່ຈະມີການສົ່ງນັກໂທດຄ້າອາວຸດຊາວຣັດເຊຍ, ທ້າວວິກຕໍ ບູດ ກັບຄືນໄປມົສກູ ເພື່ອຮັບປະກັນການປ່ອຍຕົວນັກບານບ້ວງ ອາຊີບຊາວອາເມຣິກັນ, ນາງບຣິດນີ ກຣາຍເນີ ແລະທ້າວພອລ ເວແລນ.
ທໍານຽບຂາວເພີ້ມການກວດສອບ, ການຮັກສາ ແລະຈໍານວນຢາວັກຊີນ ເຂົ້າໃນວຽກງານປ້ອງກັນໄວຣັສ monkeypox
ທຳນຽບຂາວກ່າວວ່າ ຄວາມເຄັ່ງຕຶງກ່ຽວກັບໄຕ້ຫວັນ ແລະການບຸກໂຈມຕີຂອງຣັດເຊຍຢູ່ຢູເຄຣນ ຄິດວ່າຈະເປັນຫົວຂໍ້ຂອງການໂອ້ລົມທາງໂທລະສັບ ໃນອາ ທິດນີ້ ລະຫວ່າງປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ແລະທ່ານສີ ຈິ້ນຜິງ ຜູ້ນຳຂອງຈີນ.
ໃນຖານະທີ່ເປັນຜູ້ມີປະສົບການ 37 ປີ ຂອງກະຊວງຍຸຕິທຳສະຫະລັດ ທ່ານອີລີ ໂຣເຊນບອມ (Eli Rosenbaum) ໄດ້ໃຊ້ເວລາສ່ວນໃຫຍ່ ໃນອາຊີບວຽກງານຂອງທ່ານ ເພື່ອຟ້ອງຮ້ອງດຳເນີນຄະດີ ແລະຈັບ ກຸມພວກອາດຊະຍາກອນສົງຄາມນາຊີ ທີ່ໄດ້ຫລົບລີ້ໜີກົດໝາຍ
ໂຄສົກກະຊວງການຕ່າງປະເທດຈີນ ຢືນຢັນຕໍ່ສິ່ງທີ່ຂຽນຢູ່ ບົດລາຍງານຂອງໜັງສືພິມ Financial Times ໃນທ້າຍອາທິດແລ້ວນີ້ ທີ່ ກ່າວວ່າ ຄໍາເຕືອນຂອງຈີນແມ່ນ "ແຮງຂຶ້ນຢ່າງຫຼວງຫຼາຍ" ຕໍ່ການຢ້ຽມຢາມທີ່ອາດມີຂຶ້ນຂອງປະທານສະພາຕ່ຳ ກ່ວາຄັ້ງທີ່ຜ່ານມາ ທີ່ຈີນບໍ່ພໍໃຈກັບນະໂຍບາຍຂອງສະຫະລັດຕໍ່ໄຕ້ຫວັນ.
ແຜນການປອມແປງຜູ້ແທນເລືອກຕັ້ງ ໄດ້ຖືກສະແດງໃຫ້ເຫັນໂດຍສ່ວນໃຫຍ່ ໃນການພິຈາລະນາຮັບຟັງຄຳໃຫ້ການຫຼາຍຮອບ ຂອງຄະນະກຳມະການ ນຳພາໂດຍບັນດາສະມາຊິກສະພາຕ່ຳສະຫະລັດ ສັງກັດພັກເດໂມແຄຣັດ ທີ່ສືບສວນການໂຈມຕີຕໍ່ລັດຖະສະພາສະຫະລັດ
ອາການຂອງປະທານາທິບໍດີໂຈ ໄບເດັນ ດີຂຶ້ນເລື້ອຍໆ ຫຼັງຈາກໄດ້ຮັບການປິ່ນປົວເປັນເວລາ 4 ມື້ ດ້ວຍຢາ ພັກສໂລວິດ Paxlovid
ທາງພາກໃຕ້ຂອງສະຫະລັດ ເພິ່ນຈະເປີດສົກຮຽນ ໄວກວ່າຢູ່ທາງພາກເໜືອປະມານ 1 ເດືອນ, ຜູ້ປົກຄອງຂອງນັກຮຽນຕ່າງກໍພາກັນຫ້າງຫາກະກຽມເຄື່ອງຂອງສໍາລັບໂຮງຮຽນຂອງລູກໆຕົນເອງ
ທ່ານທຣຳ ໄດ້ຕຳໜິອະດີດທີ່ປຶກສາຂອງທ່ານຫຼາຍໆຄົນ ທີ່ຫັນມາຕໍ່ຕ້ານທ່ານ ແລະເປັນພະຍານ ກ່ຽວກັບສິ່ງທີ່ພວກເຂົາເຈົ້າໄດ້ເຫັນຢູ່ໃນທຳນຽບຂາວໃນມື້ເກີດເຫດຈະລາຈົນນັ້ນ ໃນຂະນະທີ່ທ່ານເບິ່ງມັນຢູ່ທາງໂທລະພາບຕອນນັ່ງຢູ່ໃນຫ້ອງຮັບປະທານອາຫານ ທີ່ຢູ່ຂ້າງຫ້ອງການຂອງທ່ານນັ້ນ.
ຮອງລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງເວັນດີ ເຊີແມນ (Wendy Sherman) ແລະເອກອັກຄະລັດ ຖະທູດສະຫະລັດປະຈຳອອສເຕຣເລຍ ທ່ານນາງຄາໂຣລາຍນ໌ ເຄນເນດີ (Caroline Kennedy) ໄດ້ວາງແຜນ ໃນເດືອນ ໜ້າ ທີ່ຈະເດີນທາງໄປຢ້ຽມຢາມໝູ່ເກາະໂຊໂລມອນ (Solomon)
ທ່ານ ໄບເດັນ ຈະສືບຕໍ່ແຍກປ່ຽວຢູ່ທຳນຽບຂາວ ຕາມການແນະນຳຂອງສູນກາງເພື່ອການຄວບຄຸມ ແລະ ປ້ອງກັນພະຍາດ ສະຫະລັດ.
"ປະທານາທິບໍດີທຣຳນັ່ງຢູ່ໂຕະກິນເຂົ້າຂອງທ່ານ ແລະເບິ່ງການໂຈມຕີທາງໂທລະພາບໃນຂະນະທີ່ພະນັກ ງານຂັ້ນສູງສ່ວນໃຫຍ່ຂອງທ່ານ, ທີ່ປຶກສາທີ່ໃກ້ຊິດ ແລະສະມາຊິກໃນຄອບຄົວຂອງທ່ານໄດ້ອ້ອນວອນໃຫ້ທ່ານເຮັດໃນສິ່ງທີ່ຄາດວ່າ ປະທານາທິບໍດີອາເມຣິກາຈະເຮັດ", ນັ້ນຄືຄຳເວົ້າຂອງສະມາຊິກສະພາຕ່ຳອີເລນ ລູເຣຍ.
ໂຫລດຕື່ມອີກ
No live streaming currently available