ສະຕີໝາຍເລກນຶ່ງຂອງຢູເຄຣນ, ທ່ານນາງໂອເລນາ ເຊເລັນສ໌ກາ ໃນວັນພຸດວານນີ້ ໄດ້ສະແດງໃຫ້ເຫັນຮູບພາບຂອງຜູ້ເສຍຊີວິດ ຈາກສົງຄາມຣັດເຊຍ ໃນປະເທດຂອງຕົນ ຕໍ່ບັນດາສະມາຊິກສະພາ ສະຫະລັດ ໃນການຮ້ອງຂໍເອົາ ການສະໜອງລະບົບປ້ອງກັນທາງອາກາດເພີ້ມອີກ.
ຄວາມພະຍາຍາມເພື່ອຈະນຳເອົາການຜະລິດຊິບກັບຄືນມາຍັງສະຫະລັດ ແມ່ນຮ່າງກົດໝາຍເພື່ອເສີມຂະຫຍາຍຄວາມສາມາດ ໃນການແຂ່ງຂັນກັບຈີນ
ໃນຈໍານວນຜູ້ທີ່ບໍ່ມີທີ່ຢູ່ອາໄສຫຼາຍກວ່າ 5 ພັນຄົນ, ຖ້າປະເຊີນກັບຄວາມຮ້ອນທີ່ຮຸນແຮງ ກໍສາມາດເຮັດໃຫ້ເສຍຊີວິດໄດ້.
ທ່ານປະທານາທິບໍດີ ເຊເລັນສກີ ເວົ້າວ່າ “ແລະຂ້າພະເຈົ້າເຊື່ອແທ້ໆ ວ່າ ມັນຈະຖືກຮັບຟັງໂດຍບັນດາຜູ້ທີ່ສາມາດຕັດສິນໃຈໄດ້ ຢູ່ໃນສະຫະລັດ”
ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍສະຫະລັດ ກ່າວວ່າ ເຂົາເຈົ້າຍຶດເງິນດີຈິຕອລ ໄດ້ເກືອບເຄິ່ງລ້ານໂດລາ ທີ່ໄດ້ຈ່າຍ ເປັນເງິນຄ່າໄຖ່ໃຫ້ແກ່ພວກລັກເຈາະຂໍ້ມູນເກົາຫລີເໜືອທີ່ຖືກກ່າວຫາ ແລະຜູ້ສົມຮູ້ຮ່ວມຄິດຂອງພວກເຂົາ ໂດຍໂຮງໝໍສອງແຫ່ງ ໃນສະຫະລັດ ແລະຜູ້ເຄາະຮ້າຍອື່ນໆ ອີກ.
ພວກເຂົາເຈົ້າທັງຫຼາຍ ທີ່ຖືກສົ່ງອອກມາຈາກເທັກຊັສໂດຍຜູ້ປົກຄອງລັດ ທ່ານເກຣກສ໌ ອັບບັອດທ໌ ກໍາລັງພົບກັບການຕ້ອນຮັບທີ່ອົບອຸ່ນໃນນະຄອນຫຼວງວໍຊິງຕັນ
ທ່ານອາດາມ ຄິນຊິງເກີກ່າວໃນວັນອາທິດຜ່ານມາ ໃນລະຫວ່າງການໃຫ້ສໍາພາດວ່າ ຄະ ນະກໍາມະການໄດ້ "ມີຂໍ້ມູນເພີ້ມເຕີມ" ສຳລັບຄຳຖາມທີ່ວ່າ ທ່ານທຣຳ ກໍາລັງເຮັດຫຍັງຢູ່ໃນຂະນະທີ່ມີການໂຈມຕີຢູ່ນັ້ນ, ໂດຍກ່າວວ່າ ອະດີດປະທານາທິບໍດີໄດ້ບໍ່ໄດ້ເຮັດຫຍັງຫລາຍ ມີແຕ່ "ເບິ່ງໂທລະພາບຢ່າງເພີດເພີນໃຈໃນຊ່ວງເວລາອັນນີ້."
ໃນການໂທລະສັບລົມກັບບັນດານັກຂ່າວ ເຈົ້າໜ້າທີ່ໃນຄະນະລັດຖະບານທ່ານໄບເດັນ ໄດ້ກ່າວວ່າ ການປ່ຽນແປງນັ້ນ ສາມາດຫລຸດຜ່ອນເວລາໃນຂັ້ນຕອນລົງໄດ້ “ປະມານເດືອນນຶ່ງ”
ສະຕີໝາຍເລກນຶ່ງຂອງ ຢູເຄຣນ ທ່ານນາງ ໂອເລນາ ເຊເລັນສກາ ມີກຳນົດທີ່ຈະພົບປະກັບສະຕີໝາຍເລກນຶ່ງ ສະຫະລັດ ທ່ານນາງ ຈິລ ໄບເດັນ ຢູ່ທຳນຽບຂາວໃນວັນອັງຄານມື້ນີ້.
ສະມາຊິກສະພາຕ່ຳ ທ່ານນາງ ໂຊ ລອຟເກຣັນ (Zoe Lofgren) ໄດ້ກ່າວໃນລາຍການ This Week ຂອງໂທລະພາບ ABC ວ່າ “ພວກເຮົາຄາດວ່າຈະໄດ້ຮັບມັນໃນວັນອັງຄານນີ້. ພວກເຮົາຕ້ອງການທຸກຂໍ້ຄວາມຈາກວັນທີ 5 ແລະ 6 ຂອງເດືອນມັງກອນ.”
ການສືບສວນຄັ້ງໃໝ່ກ່ຽວກັບການຍິງສັງຫານໝູ່ນັກຮຽນ 19 ຄົນ ແລະນາຍຄູ 2 ຄົນ ຢູ່ໂຮງຮຽນປະຖົມແຫ່ງນຶ່ງ ໃນລັດເທັກຊັສ ທາງຕາເວັນຕົກສຽງໃຕ້ຂອງປະເທດນັ້ນ ໄດ້ຖິ້ມໂທດໃສ່ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະຄົນອື່ນໆ ທີ່ທຳການຮັບມືກັບການໂຈມຕີທີ່ໜ້າຢ້ານກົວນັ້ນ ແບບລຳພັງໃຈ ແລະ ຊັກຊ້າ ເມື່ອ 2 ເດືອນກ່ອນນີ້.
Biden, Lipid agree Iran’s nuclear development must be prevented
ໂຫລດຕື່ມອີກ
No live streaming currently available