ແຜນການຊ່ວຍເຫຼືອມູນຄ່າ 40 ພັນລ້ານໂດລາດັ່ງກ່າວ ແມ່ນຮວມທັງການຊ່ວຍເຫຼືອທາງດ້ານທະຫານ ແລະມະນຸດສະທຳ ສຳລັບໄລຍະຫ້າເດືອນຕໍ່ໜ້າ ໃນການສູ້ລົບກັບຣັດເຊຍ
ຢູ່ໃນສຳນວນຟ້ອງທີ່ຖືກເປີດເຜີຍຢູ່ສານລັດຖະບານກາງໃນລັດນິວຢອກ ໄດ້ກ່າວຫາ ທ້າວຊູຈຸນ ຫວັງ, ວ່າປະຕິບັດໜ້າທີ່ເປັນໜ່ວຍສືບລັບ ໃຫ້ແກ່ລັດຖະບານຈີນ
ປະທານາທິບໍດີໂຈ ໄບເດັນອອກເດີນທາງຢ້ຽມຢາມເກົາຫຼີໃຕ້ ແລະ ຍີ່ປຸ່ນ ເປັນ ເວລາ 6 ວັນ ເພື່ອແນໃສ່ສ້າງສາຍ ສຳພັນກັບຜູ້ນຳຂອງສອງປະເທດ ພ້ອມດຽວ ກັນນັ້ນ ກໍສົ່ງຂໍ້ຄວາມທີ່ບໍ່ຜິດຕໍ່ຈີນວ່າ: ການບຸກລຸກທີ່ປະສົບບັນຫາຂອງຣັດເຊຍໃນຢູເຄຣນ ຄວນເຮັດໃຫ້ປັກກິ່ງຢຸດຕິການສົ່ງສຽງຂົ່ມຂູ່ຂອງຕົນ ຢູ່ໃນຂົງເຂດມະຫາສະໝຸດປາຊີຟິກໃ
ທ່ານໄບເດັນ ໃນວັນພຸດວານນີ້ ໄດ້ຍ້ອງຍໍອັນທີ່ທ່ານເອີ້ນວ່າ “ການຕັດສິນໃຈ ທີ່ສຳຄັນ” ຂອງສະວີເດັນແລະຟິນແລນ ພາຍຫຼັງທີ່ພວກເຂົາເຈົ້າໄດ້ຂໍສະໝັກ ເຂົ້າເປັນສະມາຊິກຂອງພັນທະມິດທາງທະຫານຂອງອົງການເນໂຕ້ຢ່າງເປັນ ທາງການເພື່ອເປັນການຕອບໂຕ້ ຕໍ່ການຮຸກຮານຂອງຣັດເຊຍໃນຢູເຄຣນ.
ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໄດ້ປະກາດໃນວັນອັງຄານວານ ນີ້ວ່າ ການຍິງສັງຫານ ໝູ່ໃນທ້າຍອາທິດແລ້ວນີ້ ຢູ່ທີ່ເມືອງບັບຟາໂລ, ລັດນິວຢອກ ທີ່ມືປືນໄວໜຸ່ມຄົນນຶ່ງ ຖືກກ່າວຫາວ່າ ໄດ້ສັງຫານຄົນຜິວດຳ 10 ຄົນ ທີ່ ຮ້ານຂາຍເຄື່ອງ ແຫ່ງນຶ່ງໃນການກໍ່ຄວາມວຸ້ນວາຍ ທາງເຊື້ອຊາດນັ້ນ ເປັນ “ການກໍ່ການຮ້າຍພາຍໃນປະເທດ”
ມີຫ້າລັດ ທີ່ໄດ້ຈັດການເລືອກຕັ້ງຂັ້ນຕົ້ນ ຂອງພັກຣີພັບບລີກັນ ແລະເດໂມແຄຣັດ
ບໍລິສັດຂາຍລົດພາກັນສວຍໂອກາດ ໂດຍຊອກຫາວິທີທາງແລະເຫດຜົນນຳເອົາເຄື່ອງປະກອບຕ່າງໆ ມາເພີ້ມເຂົ້າໄປໃສ່ລົດ ເພື່ອຫາທາງຂຶ້ນລາຄາ ແລະບໍ່ມີຄວາມເປັນຫ່ວງເລີຍວ່າ ພວກລູກຄ້າມີຄວາມຕ້ອງການ ຫລືບໍ່
ແມັກດອນໂນລສ໌ ໄດ້ກ່າວວ່າ ມັນເປັນຄັ້ງທຳອິດທີ່ບໍ່ເຄີຍມີມາກ່ອນ ທີ່ບໍລິສັດຈະ “ປິດກິດຈະການ” ຫຼືອອກໄປຈາກຕະໃຫຍ່ແຫ່ງນຶ່ງ
ສານສູງສຸດຂອງສະຫະລັດໄດ້ຕັດສິນໃນວັນຈັນວານນີ້ວ່າ ສານລັດຖະບານກາງ ບໍ່ສາມາດທົບທວນຄືນ ການຕັດສິນໃຈຂອງຜູ້ພິພາກສາຄົນເຂົ້າເມືອງໃນບາງກໍ ລະນີການເນລະເທດ ເຖິງແມ່ນວ່າ ລັດຖະບານຈະໄດ້ເຮັດໃນສິ່ງທີ່ຜູ້ພິພາກສາ ນີວ ກໍ ຊັສຈ໌ ເອີ້ນວ່າ "ຄວາມຜິດພາດຈາກຄວາມຈິງຢ່າງ ຮ້າຍແຮງ” ກໍຕາມ.
ທ່ານໄບເດັນ ໄດ້ເວົ້າວ່າ “ພວກເຮົາໝົດທຸກຄົນ ຕ້ອງປຸ້ມລຸມກັນ ເພື່ອແກ້ໄຂຄວາມກຽດຊັງ ທີ່ຍັງຫຼົງເຫຼືອ ອັນເປັນຮອຍດ່າງ ໃນຈິດໃຈຂອງອາເມຣິກາ.”
ສະຫະລັດ ແລະສະຫະພາບຢູໂຣບມີແຜນທີ່ຈະປະກາດໃນວັນຈັນມື້ນີ້ ກ່ຽວກັບຄວາມພະຍາຍາມຮ່ວມ ທີ່ແນໃສ່ລະບຸການຢຸດສະງັກ ຂອງການສະໜອງເຊມີຄອນດັກເຕີ ພ້ອມທັງການຕ້ານການອອກ ໃຫ້ຂ່າວທີ່ບິດເບືອນຂອງຣັດເຊຍ, ອີງຕາມພວກເຈົ້າໜ້າທີ່ເວົ້າ.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຮູ້ວ່ານີ້ແມ່ນບັນຫາທີ່ສຳຄັນສຳລັບຜູ້ລົງຄະແນນສຽງໃນເດືອນພະຈິກນີ້.
ໂຫລດຕື່ມອີກ
No live streaming currently available