ຣັດເຊຍໄດ້ຮຽກຮ້ອງໃຫ້ປະເທດຢູໂຣບ, ຊຶ່ງຫຼາຍປະເທດໃນນັ້ນ ແມ່ນເພິ່ງພາອາໄສຣັດເຊຍ ໃນການສະໜອງພະລັງງານສ່ວນໃຫຍ່ໃຫ້ ຈ່າຍຄ່າອາຍແກັສທຳມະຊາດເປັນເງິນຣູໂບຂອງຣັດເຊຍ.
ທ່ານ ໄດ້ຮັບໄຊຊະນະຢູ່ໃນລັດໂອເຣກອນ ແລະລັດວໍຊິງຕັນໃນຈໍຳນວນ ຄະແນນທີ່ກວ້າງຂວາງ ເມື່ອປີ 2020, ດ້ວຍແຮງຈູງໃຈຂອງຜູ້ລົງຄະແນນສຽງ ກ່ຽວກັບການປ່ຽນແປງທາງສະພາບອາກາດ.
ນອກຈາກຈະປະເຊີນກັບບັນຫາພາວະເງິນເຟີ້ ແລະລາຄາອາຫານການກິນແພງຂຶ້ນ ພວກຜູ້ເຖົ້າຜູ້ແກ່ທັງຫຼາຍ ຍັງປະເຊີນກັບໄພອັນຕະລາຍຈາກໄວຣັສໂຄວິດ-19 ນຳດ້ວຍ.
ໃນຂໍ້ຄວາມທີ່ກ່າວຢ້ຳເຖິງຖະແຫຼງການຂອງທ່ານນັ້ນ, ທ່ານ ມັສຄ໌ ໄດ້ສະເຫຼີມສະຫຼອງຂໍ້ຕົກລົງດັ່ງກ່າວດ້ວຍສັນຍາລັກ ໝາກຫົວໃຈ, ດາວ ແລະ ຈະຫຼວດ.
ສະຫະລັດຈະເປີດການເຈລະຈາທາງຍຸດທະສາດລະດັບສູງ ກັບໝູ່ເກາະໂຊໂລມອນ ໃນເດືອນກັນຍາປີນີ້ ເພື່ອແກ້ໄຂຄວາມເປັນຫ່ວງດ້ານຄວາມໝັ້ນຄົງຂອງກັນແລະກັນ ແລະເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ, ການເງິນ ແລະບັນຫາອື່ນໆ.
ກອງປະຊຸມນີ້ ມີຂຶ້ນພາຍຫຼັງທີ່ທ່ານອອສຕິນ ແລະລັດຖະມົນຕີການຕ່າງປະເທດ ແອນໂທນີ ບລິງເກັນ ໄດ້ເດີນທາງໄປນະຄອນຫຼວງກີຢິບ ບ່ອນທີ່ພວກເພິ່ນໄດ້ ປະຕິຍານວ່າ ຈະໃຫ້ການຊ່ອຍເຫຼືອດ້ານການທະຫານແກ່ຢູເຄຣນຕື່ມອີກ ແລະສືບຕໍ່ປຸກລະດົມປະເທດອື່ນໆ ໃຫ້ປະກອບສ່ວນນຳ.
ບັນດານັກການທູດອາເມຣິກັນ ຈະເລີ່ມກັບໄປປະເທດຢູເຄຣນອາທິດນີ້, ທຳອິດແມ່ນໄປເມືອງ ລິວິບ ທາງພາກຕາເວັນຕົກ ແລະ ໃນທີ່ສຸດ ແມ່ນນະຄອນຫຼວງ ກີຢິບ.
ຜູ້ພິພາກສາລັດຖະບານກາງສະຫະລັດ ໄດ້ຍົກເລີກຂໍ້ຮຽກຮ້ອງໃຫ້ໃສ່ໜ້າກາກໃນລົດເມ, ລົດໄຟ, ເຮືອບິນ ແລະການຂົນສົ່ງສາທາລະນະອື່ນໆໃນວັນຈັນທີ່ຜ່ານມາ.
ການຄົ້ນພົບຕ່າງໆຈະເປັນຂ່າວທີ່ໜ້າຍິນດີ ສຳລັບລັດຖະບານປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ.
ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໄດ້ຂຶ້ນເຮືອບິນປະຈຳຕຳແໜ່ງ Air Force One ແລະ ບິນໄປຍັງເຂດຝັ່ງທະເລຢູ່ພາກຕາເວັນຕົກຂອງປະເທດ ເພື່ອລະດົມທຶນໃຫ້ແກ່ພັກເດໂມແຄຣັດ.
ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ກ່າວວ່າ ພວກເຂົາເຈົ້າ ໄດ້ເຫັນຈຳນວນພວກຄົນຍົກຍ້າຍຖິ່ນຖານຊາວຄິວບາທີ່ບໍ່ມີເອກະສານມຸ້ງໜ້າມາຍັງສະຫະລັດ ເພີ້ມຂຶ້ນຢ່າງຫຼວງຫຼາຍຜິດປົກກະຕິ ໂດຍຜ່ານເສັ້ນທາງທັງພາກພື້ນດິນແລະທະເລ.
ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ມີກຳນົດຈະໃຫ້ການຖະແຫລງໃນ ວັນພະຫັດມື້ນີ້ ກ່ຽວກັບການບຸກໂຈມຕີຂອງຣັດເຊຍ ໃນຢູເຄຣນ ລວມທັງການ ຊ່ວຍເຫຼືອຂອງສະຫະລັດ ແກ່ກີຢິບ ໃນຂະນະທີ່ລັດຖະບານຂອງທ່ານ ໄດ້ກະ ກຽມການຊ່ວຍເຫລືອດ້ານຄວາມໝັ້ນຄົງອີກຮອບນຶ່ງ ທີ່ຄາດວ່າ ຈະມີມູນຄ່າທັງໝົດປະມານ 800 ລ້ານໂດລາ.
ໂຫລດຕື່ມອີກ
No live streaming currently available