ດາວທຽມດວງນຶ່ງ ສໍາລັບຫ້ອງການສອດແນມແຫ່ງຊາດຂອງສະຫະລັດ ຫລື NRO ໄດ້ຖືກສົ່ງຂຶ້ນສູ່ອະວະກາດຈາກລັດຄາລິຟໍເນຍ.
ລາຄາຂອງທຸກຢ່າງ ຈາກນ້ຳມັນເຊື້ອໄຟ ຫາປຸຍ ແລະອາຫານ ແມ່ນສູງຂຶ້ນຢູ່ທົ່ວໂລກ ໃນປະເທດຕ່າງໆຫ່າງອອກໄປ ໄກຈາກບັນຫາຂັດແຍ້ງ ຄືປະເທດໂມຣອກໂກ ບຣາຊີລ ແລະອິນເດຍ.
ທ່ານນາງເຈນເນັດ ເຢລເລັນ ຮຽກຮ້ອງໃຫ້ຊັ່ງຊາຕີລາຄາ ຄວາມສຳພັນດ້ານການຄ້າ ລະຫວ່າງສະຫະລັດ ກັບຈີນ ຄືນໃໝ່
ລົດບັສໄດ້ເດີນທາງອອກຈາກເມືອງ ແດລ ຣີໂອ (Del Rio), ລັດເທັກຊັສ, ໃນວັນອັງຄານວານນີ້
ທ້າວແຟຣັງ ຣ. ເຈມສ, ອາຍຸ 62 ປີ, ໄດ້ຖືກຈັບໂຕໃນບໍລິເວນທີ່ຢູ່ອາໄສ East Village ຂອງແມນຮັດຕັນ ພາຍຫຼັງທີ່ຕໍາຫຼວດໄດ້ຮັບຂໍ້ມູນກ່ຽວກັບລາວ.
ບົດລາຍງານປະຈໍາປີຂອງກະຊວງການຕ່າງປະເທດສະຫະລັດໄດ້ຊີ້ໃຫ້ເຫັນເຖິງຄວາມເປັນຫ່ວງ ກ່ຽວກັບການ ສືບຕໍ່ລ່ວງລະເມີດສິດທິມະນຸດ ໃນຣັດເຊຍ, ຈີນ, ອີຣ່ານ, ເວເນຊູເອລາ, ອີຈິບ ແລະປະເທດທີ່ປົກຄອງດ້ວຍ ອໍານາດຜະເດັດການອື່ນ.
ໃນອາທິດແລ້ວນີ້ ຢູ່ທີ່ເມືອງວັອກກີຊາ ໃນລັດວິສຄັນຊິນ ຕັ້ງຢູ່ພາກກາງທາງເໜືອສຸດຂອງສະຫະລັດ ໄດ້ມີຜູ້ຕິດໂຄວິດ-19 ຢ່າງຮ້າຍແຮງອີກ.
ທ່ານໄບເດັນ ຍັງໄດ້ໃຊ້ຄຳເວົ້າທີ່ຮຸນແຮງຂຶ້ນຕໍ່ຣັດເຊຍ, ໂດຍກ່າວຫາປະທາ ນາທິບໍດີ ວລາດິເມຍ ປູຕິນ ກ່ຽວກັບ “ການຂ້າລ້າງເຜົ່າພັນ” ໃນຢູເຄຣນ.
ທ່ານແອັສສິກ ໄດ້ກ່າວເຖິງທ້າວເຈມສ໌ ວ່າ “ພວກເຮົາມີຄວາມມຸ້ງໝັ້ນທີ່ຈະຊອກຫາລາວເພື່ອກຳນົດວ່າ ລາວມີສ່ວນກ່ຽວຂ້ອງກັບການຍິງຄົນໃນລົດໄຟໃຕ້ດິນນັ້ນຫຼືບໍ່.”
ທ່ານນາງຊາກີ ໄດ້ກ່າວວ່າ “ທ່ານປະທານາທິບໍດີ ຍັງໄດ້ກ່າວຢ່າງຈະແຈ້ງວ່າ ທ່ານບໍ່ເຊື່ອ ມັນເປັນຜົນປະໂຫຍດຂອງອິນເດຍ ທີ່ຈະເລັ່ງຫຼືເພີ້ມການນຳເຂົ້າພະລັງງານຂອງຣັດເຊຍ ຫຼືເຄື່ອງຂອງອື່ນໆທັງຫຼາຍ.”
ທ່ານໄບເດັນ ກ່າວຢູ່ທີ່ງານຂອງທຳນຽບຂາວ ໃນຂະນະທີ່ທ່ານຖືປືນຜີກະບອກນຶ່ງວ່າ “ຂະແໜງການປະຕິບັດກົດໝາຍ ກຳລັງໄດ້ຍິນສຽງເຕືອນໃຫ້ລະວັງ.” "ປະຊາຄົມຂອງພວກເຮົາເປັນຜູ້ຮັບເຄາະ."
ລະດູໃບໄມ້ປົ່ງ ໄດ້ນໍາເອົາສີສັນຂອງດອກໄມ້ ແລະຕົ້ນໄມ້ກັບມາມີຊີວິດຊີວາອີກຄັ້ງ, ແຕ່ທຸກໆປີຂອງຍາມນີ້ ກໍເປັນຍາມທີ່ຫຼາຍໆຄົນ ພົບກັບບັນຫາເຊັ່ນກັນ.
ໂຫລດຕື່ມອີກ
No live streaming currently available