ທ່ານໄບເດັນ ຍັງໄດ້ໃຊ້ຄຳເວົ້າທີ່ຮຸນແຮງຂຶ້ນຕໍ່ຣັດເຊຍ, ໂດຍກ່າວຫາປະທາ ນາທິບໍດີ ວລາດິເມຍ ປູຕິນ ກ່ຽວກັບ “ການຂ້າລ້າງເຜົ່າພັນ” ໃນຢູເຄຣນ.
ທ່ານແອັສສິກ ໄດ້ກ່າວເຖິງທ້າວເຈມສ໌ ວ່າ “ພວກເຮົາມີຄວາມມຸ້ງໝັ້ນທີ່ຈະຊອກຫາລາວເພື່ອກຳນົດວ່າ ລາວມີສ່ວນກ່ຽວຂ້ອງກັບການຍິງຄົນໃນລົດໄຟໃຕ້ດິນນັ້ນຫຼືບໍ່.”
ທ່ານນາງຊາກີ ໄດ້ກ່າວວ່າ “ທ່ານປະທານາທິບໍດີ ຍັງໄດ້ກ່າວຢ່າງຈະແຈ້ງວ່າ ທ່ານບໍ່ເຊື່ອ ມັນເປັນຜົນປະໂຫຍດຂອງອິນເດຍ ທີ່ຈະເລັ່ງຫຼືເພີ້ມການນຳເຂົ້າພະລັງງານຂອງຣັດເຊຍ ຫຼືເຄື່ອງຂອງອື່ນໆທັງຫຼາຍ.”
ທ່ານໄບເດັນ ກ່າວຢູ່ທີ່ງານຂອງທຳນຽບຂາວ ໃນຂະນະທີ່ທ່ານຖືປືນຜີກະບອກນຶ່ງວ່າ “ຂະແໜງການປະຕິບັດກົດໝາຍ ກຳລັງໄດ້ຍິນສຽງເຕືອນໃຫ້ລະວັງ.” "ປະຊາຄົມຂອງພວກເຮົາເປັນຜູ້ຮັບເຄາະ."
ລະດູໃບໄມ້ປົ່ງ ໄດ້ນໍາເອົາສີສັນຂອງດອກໄມ້ ແລະຕົ້ນໄມ້ກັບມາມີຊີວິດຊີວາອີກຄັ້ງ, ແຕ່ທຸກໆປີຂອງຍາມນີ້ ກໍເປັນຍາມທີ່ຫຼາຍໆຄົນ ພົບກັບບັນຫາເຊັ່ນກັນ.
ໂຄສົກທຳນຽບຂາວ ເຈັນ ຊາກີ ໄດ້ກ່າວຖະແຫລງວ່າ “ປະທານາທິບໍດີ ໄບເດັນ ຈະສືບຕໍ່ປຶກສາຫາລືຢ່າງໃກ້ຊິດ ກ່ຽວກັບຜົນສະທ້ອນຕ່າງໆຂອງສົງຄາມ ທີ່ໂຫດຮ້າຍຕໍ່ຢູເຄຣນຂອງຣັດເຊຍ ແລະຫລຸດຜ່ອນຜົນກະທົບທີ່ມີຕໍ່ສະຖຽນລະພາບທາງດ້ານການສະໜອງອາຫານການກິນ ແລະຕະຫຼາດສິນຄ້າທັງຫຼາຍ.”
ປະຊາຊົນອາເມຣິກັນປະມານ 55 ເປີເຊັນສະໜັບສະໜູນນປະກັນສຸຂະພາບລາຄາຖືກ, ອີງຕາມການຢັ່ງຫາງສຽງເມື່ອບໍ່ດົນມານີ້ ໂດຍມູນນິທິຄອບຄົວ Kaiser.
ນອກຈາກການເດີນສວນສະໜາມກໍ່ຈະມີງານວາງສະແດງ ແລະ ຂາຍອາຫານນຳດ້ວຍ.
ທ່ານນາງເຄທານຈີ ບຣາວ ແຈັກສັນ, ຜູ້ພິພາກສາສານສູງສຸດຂອງສະຫະລັດ ທີ່ຫາກໍ່ໄດ້ຮັບ ການຮັບຮອງເອົາໃໝ່ໆ ຈະສົນທະນາກ່ຽວກັບການແຕ່ງຕັ້ງທີ່ເປັນຂີດໝາຍປະຫວັດສາດ ຂອງທ່ານນາງ ໃນຕອນບ່າຍວັນສຸກມື້ນີ້ ທີ່ສະໜາມຫຍ້າກ້ຳໃຕ້ຂອງທຳນຽບຂາວ.
ຮ່າງກົດໝາຍສະບັບນຶ່ງ ແມ່ນຖອນຖານະສິດພິເສດທາງດ້ານການຄ້າຂອງຣັດເຊຍ ແລະອີກສະບັບນຶ່ງແມ່ນເຫັນພ້ອມກັບດຳລັດຂອງປະທານາທິບໍດີ ທີ່ຫ້າມນຳເຂົ້າພະລັງງານຈາກຣັດເຊຍ
ເມື່ອທ້າຍເດືອນແລ້ວນີ້ ສະຫະພາບຢູໂຣບ ໄດ້ປະກາດວ່າ ຕົນຄົ້ນຄວ້າຫາວິທີທາງ ເພື່ອຈະບໍ່ກາງຕໍ່ພະລັງງານຂອງຣັດເຊຍ “ໃຫ້ໄດ້ກ່ອນປີ 2030.” ບັນດາບໍລິສັດຂອງອາເມຣິກາ ກໍໄດ້ຮັບຮູ້.
ຄາດກັນວ່າ ສະພາສູງສະຫະລັດ ຈະລົງຄະແນນສຽງ ໃນວັນພະຫັດມື້ນີ້ ເພື່ອອະນຸມັດການແຕ່ງຕັ້ງ ໃຫ້ທ່ານນາງເຄທານຈີ ບຣາວ ແຈັກສັນ ເຂົ້າດຳລົງຕຳແໜ່ງໃນສານສູງສຸດ.
ໂຫລດຕື່ມອີກ
No live streaming currently available