ໃນກໍລະນີນຶ່ງ, ສາຍລັບຈີນພະຍາຍາມຂັດຂວາງຕໍ່ການໂຄສະນາຫາສຽງຂອງຊາວອາເມຣິກັນເຊື້ອສາຍຈີນ ທີ່ສະໝັກລົງເລືອກຕັ້ງໃນສະພາຕໍ່າ.
ປະທານາທິບໍດີສະຫະລັດ, ທ່ານ ໄບເດັນ ໄດ້ສະໜອງຕອບຄຳຮ້ອງຂໍການຊ່ວຍເຫລືອຈາກຢູເຄຣນໃນວານນີ້ ດ້ວຍບ້ວງເງິນຊ່ວຍເຫລືອ 800 ລ້ານ ໂດລາ ຊຶ່ງເປັນການຕອບສະໜອງ ທີ່ບໍ່ມີການກຳນົດເຂດຫ້າມບິນ ທີ່ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລັນສ໌ກີ ສະແຫວງຫາ.
ແຕ່ບຣາຊິນ ຈົນເຖິງບັງກລາແດັສ, ແຕ່ເນປານຈົນເຖິງຫວຽດນາມ ກະຊວງການຕ່າງປະເທດສະຫະລັດໄດ້ໃຫ້ກຽດແກ່ແມ່ຍິງ 12 ຄົນ ຈາກ ທົ່ວໂລກ ໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ການໃຊ້ຄວາມ ຮຸນແຮງ ແລະການຈຳແນກທີ່ອີງໃສ່ເພດ ເພື່ອກໍ່ສ້າງສັງຄົມ ທີ່ເປີດກວ້າງ ແລະ ສະຫງົບ.
ທ່ານ ແລະ ທ່ານ ຊາເກີຊິວສກີ ແມ່ນນັກຂ່າວທີ່ມີປະສົບການ ຜູ້ທີ່ໄດ້ລາຍງານຂ່າວຄວາມຂັດແຍ້ງໃນ ອັຟການິສຖານ, ອີຣັກ ແລະ ຊີເຣຍ.
ທ່ານ ໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ “ການມຸ່ງຮ້າຍຂອງທ່ານ ປູຕິນ ຕໍ່ ຢູເຄຣນ ໄດ້ເຮັດໃຫ້ປະຊາຊົນທົ່ວ ອາເມຣິກາ ສາມັກຄີກັນ.
ນ້ຳມັນເຊື້ອໄຟ ເປັນປັດໄຈສຳຄັນສຳລັບພົນລະເມືອງສະຫະລັດທົ່ວປະເທດ ເພາະຄົນສ່ວນໃຫຍ່ຕ້ອງໃຊ້ລົດເດີນທາງໄປວຽກໄປການ ແລະໄປເຮັດທຸລະສ່ວນຕົວເປັນຫຼັກ ສະນັ້ນລາຄານ້ຳມັນຈຶ່ງມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊາວອາເມຣິກັນ ຫຼາຍທີ່ສຸດຢ່າງຫລີກລ່ຽງບໍ່ໄດ້.
ນາຍົກລັດຖະມົນຕີຈີນ, ທ່ານຫລີ ເກີ້ຈຽງ ກ່າວວ່າ ສະຫະລັດ ແລະຈີນບໍ່ຄວນ “ປິດ” ປະຕູວັດທະນະທຳລະຫວ່າງປະເທດເຂົາເຈົ້າ ໃນຂະນະທີ່ການລົງໂທດທາງເສດຖະກິດຕໍ່ບັນດາປະເທດບ້ານຂອງຣັດເຊຍເພີ່ມທະວີຂຶ້ນ.
ໂຄສົກສຳລັບສະຖານທູດ ຈີນ ໃນນະຄອນຫຼວງ ວໍຊິງຕັນ ໄດ້ກ່າວຕໍ່ອົງການຂ່າວຫຼາຍແຫ່ງວ່າ “ຂ້າພະເຈົ້າບໍ່ເຄີຍໄດ້ຍິນສິ່ງນັ້ນ” ເວລາຖືກຖາມ ກ່ຽວກັບ ການຮ້ອງຂໍທີ່ຖືກກ່າວຫາດັ່ງກ່າວ.
ທ່ານເບຣັນ ເຣໂນລ ເດີນທາງໄປຢູເຄຣນ ເພື່ອເກັບກຳຂ່າວພວກອົບພະຍົບ. ທ່ານໄດ້ຖືກຍກິງຕາຍ ແລະເພື່ອນຮ່ວມງານບາດເຈັບ ເວລາລົດຂອງພວກທ່ານ ຖືກຍິງໂຈມຕີ.
ຍ້ອນມີຄວາມຄິດ ຢາກມີທຸລະກິດເປັນຂອງໂຕເອງ ບວກກັບປະສົບການ ໃນການເຮັດວຽກທີ່ ພົວພັນກັບເອກະສານຕ່າງໆ ແລະກໍຮູ້ລາຍລະອຽດມາເປັນເວລາດົນ, ລາວຈຶ່ງມາສຸມໃສ່ເຮັດອາຊີບດັ່ງກ່າວຈົນເຖິງປັດຈຸບັນ.
ລາຄານໍ້າມັນໄດ້ເພີ່ມຂຶ້ນສູງໃນ ສະຫະລັດ. ໃນລັດ ຄາລິຟໍເນຍ ຄົນຂັບລົດແມ່ນໄດ້ຈ່າຍຄ່ານໍ້າມັນປະມານ 30 ເປີເຊັນ ຫຼາຍກວ່ານຶ່ງປີທີ່ຜ່ານມາ.
ທ່ານມາກ ວານເນີ ກ່າວຕໍ່ບັນດາເຈົ້າໜ້າທີ່ສືບລັບຂັ້ນສູງຂອງສະຫະລັດວ່າ “ຂ້າພະເຈົ້າຢ້ານວ່າ ອັນນີ້ອາດຈະເປັນທິດທາງໃໝ່ ຂອງການປະຕິບັດງານດ້ານໃຫ້ຂ່າວປອມທີ່ສໍາຄັນຂອງຣັດເຊຍ.
ໂຫລດຕື່ມອີກ
No live streaming currently available