ຜູ້ພິພາກສາບາງຄົນໄດ້ກ່າວຢໍ້າວ່າລັດຖະບານປະທານາທິບໍດີມັກຈະຢຸດການປ້ອງກັນນະໂຍບາຍບາງຢ່າງ ທີ່ເຂົາເຈົ້າຄັດຄ້ານຢູ່ໃນສານ.
ທ່ານນາງທີນາ ມະຫາລາດ, ສະມາຊິກສະພາສູງປະຈຳລັດໂອຮາຍໂອ ກໍໄດ້ຂຽນແລະນຳສະເໜີຮ່າງກົດໝາຍວ່າດ້ວຍການສອນປະຫວັດສາດຄົນອາເມຣິກັນເຊື້ອສາຍເອເຊຍ ຢູ່ໃນຫ້ອງຮຽນນັບແຕ່ຫ້ອງອະນຸບານ ຈົນຮອດຊັ້ນ 12 ຫລື ປີສຸດທ້າຍຂອງມັດທະຍົມປາຍ.
ກະຊວງຍຸຕິທຳຂອງສະຫະລັດ ໄດ້ຍົກເລີກຊື່ ຂໍ້ລິເລີ້ມໃນສະໄໝຂອງທ່ານທຣໍາ ທີ່ມີຄວາມຕັ້ງໃຈແນໃສ່ເພື່ອຈະທັບມ້າງການຈາລະກຳທາງດ້ານເສດຖະກິດໂດຍປັກກິ່ງ.
ຍານາງເຫວີຍ ບໍ່ມີພື້ນຖານໝໍລຳມາກ່ອນ ແລະໄດ້ຮຽນລຳດ້ວຍຕົນເອງ ຈາກການສັງເກດ ແລະຟັງໝໍລຳຄົນອື່ນໆ ຜ່ານທາງຢູທູບ.
ໃນປີ 2020, ລັດຖະບານໄດ້ມອບເງິນ 9 ລ້ານ 6 ແສນໂດລາໃຫ້ແກ່ບໍລິສັດ ທີ່ເປັນເຈົ້າຂອງບໍ່ແຮ່ທີ່ຫາຍາກຂອງອາເມຣິກາທີ່ມີພຽງແຫ່ງດຽວ.
ດ້ວຍເຫດຜົນທີ່ເມືອງນີ້ເປັນເມືອງນ້ອຍ ພໍ່ແມ່ຜູ້ປົກຄອງຂອງນັກຮຽນທັງຫຼາຍ ບໍ່ມີຂໍ້ຄັດຂ້ອງກັບຫຼັກການດ້ານການໃສ່ໜ້າກາກຂອງໂຮງຮຽນ ຈຶ່ງບໍ່ຄ່ອຍມີບັນຫາໃດໆ.
ມື້ນີ້ເປັນວັນຄົບຮອບ 60 ປີ ໃນການສ້າງຕັ້ງພະແນກພາສາລາວຂອງວີໂອເອ ເມື່ອວັນທີ 22 ກຸມພາ ປີ 1962 ດັ່ງນັ້ນ ບົວສະຫວັນ ຈະນຳເອົາການສຳພາດກັບທ່ານນາງນາເດຍ ມາຈິດ ຫົວໜ້າກົມເອເຊຍ-ປາຊິຟິກຂອງວີໂອເອມາສະເໜີທ່ານໃນອັນດັບຕໍ່ໄປ.
“ພວກເຮົາໄດ້ຄາດຄະເນການເຄື່ອນໄຫວຄືແບບນີ້ຈາກຣັດເຊຍ ແລະພ້ອມແລ້ວ ທີ່ຈະຕອບໂຕ້ໃນທັນທີ” ນັ້ນແມ່ນຄຳເວົ້າ ຂອງໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ທີ່ໄດ້ກ່າວໄປໃນວັນຈັນວານນີ້.
ປະທານາທິບໍດີໂຈ ໄບເດັນ ໃນວັນພະຫັດວານນີ້ໄດ້ໄປຢ້ຽມຢາມເມືອງນ້ອຍທີ່ຜະລິດເຫຼັກແລະມີອຸດສາຫະກຳຫລຸດລົງໃນລັດໂອຮາຍໂອ ເພື່ອປະກາດແຜນການໃຊ້ຈ່າຍຫຼາຍພັນຕື້ໂດລາ.
ຜູ້ພິພາກສາ ທ່ານອາຣເທີ ເອນໂກຣອນ ໄດ້ສັ່ງໃຫ້ທ່ານທຣຳ ແລະລູກກົກຂອງທ່ານສອງຄົນ ທ່ານນາງອີວັນກາ ແລະທ່ານດໍໂນລ ທຣຳ ຈູເນຍ ປະຕິບັດຕາມໝາຍຮຽກທີ່ໄດ້ອອກໃນເດືອນທັນວາ ໂດຍຫົວໜ້າ ພະແນກຍຸຕິທຳ ເລທິເຊຍ ເຈມສ໌.
ທ່ານລອຍ ອອສຕິນ ໄດ້ເດີນທາງໄປ ແບລຈ້ຽມ ເປັນເວລາສອງມື້ ເພື່ອປຶກສາຫາລືກັບຜູ້ນໍາ ຂອງອົງການ NATO ແລະລັດຖະມົນຕີປ້ອງກັນປະເທດຂອງບັນດາປະເທດພັນທະມິດ.
Ninja Foods ນຳເຂົ້າເຄື່ອງປະກອບສິນຄ້າຂອງເຂົາເຈົ້າຈາກປະເທດ ໄທ.
ໂຫລດຕື່ມອີກ
No live streaming currently available