ນັກວິເຄາະກ່າວວ່າ ການສົນທະນາກ່ຽວກັບໄຕ້ຫວັນຢູ່ໃນການພົບປະທ້າຍອາທິດແລ້ວນີ້ຂອງຍີ່ປຸ່ນ, ເກົາຫຼີໃຕ້ ແລະສະຫະລັດອາດຈະເປັນສັນຍານບົ່ງບອກວ່າ ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ມີຈຸດປະສົງທີ່ຈະຂະຫຍາຍເຄືອ ຂ່າຍຂອງບັນດາປະເທດເອເຊຍປາຊີຟິກ ທີ່ສາມາດຕ້ານຢັນການແຜ່ຂະຫຍາຍ ຂອງຈີນໄດ້.
ລາຍງານຂອງລັດຖະບານສະຫະລັດເຕືອນວ່າ ລະດັບນໍ້າທະເລທີ່ຢູ່ຕາມແຄມຝັ່ງຂອງອາເມຣິກາຈະສູງຂຶ້ນໂດຍສະເລ່ຍ 30.50 ຊັງຕີແມັດໃນຊ່ວງເວລາ 30 ປີໃນຕໍ່ໜ້າ ເຊິ່ງມີລະດັບເກືອບເທົ່າກັນກັບ 100 ປີທີ່ຜ່ານມາ.
ທ່ານ ອອສຕິນ ແລະ ຄູ່ຮ່ວມຕຳແໜ່ງຂອງທ່ານຈະປຶກສາຫາລື ວິທີທີ່ຈະຍັບຢັ້ງ ຣັດເຊຍ ຈາກການບຸກລຸກ ຢູເຄຣນ.
ທ່ານໂຊລສ໌ ໄດ້ສະເໜີເປີດໂອກາດໃໝ່ ໃຫ້ວັງເຄຣມລິນ ຫຼັງຈາກທີ່ໄດ້ພົບປະກັບປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ໃນນະຄອນ ຫຼວງກີຢິບ ທັງໆທີ່ສະຫະລັດ ແລະບັນດາປະເທດພັນທະມິດ ໄດ້ເຕືອນວ່າ ທ່ານປູຕິນ ສາມາດເປີດສາກບຸກໂຈມຕີຢູເຄຣນ ໄດ້ ພາຍໃນບໍ່ເທົ່າໃດວັນ.
ທຸລະກິດຮ້ານອາຫານຂາຍແຕ່ອາຫານສັ່ງໄປກິນຢູ່ບ້ານນີ້ ກໍພໍປະຄອງຕົວໄປໄດ້ຢູ່ ແຕ່ກໍບໍ່ມີກຳໄລຫຼາຍ ສະນັ້ນ ທ່ານເດວິດ ຈຶ່ງຕ້ອງໄດ້ຫາວິທີທາງດຶງລູກຄ້າເຂົ້າມາຮ້ານໃຫ້ຫຼາຍຂຶ້ນ.
ທີມເບັງໂກລສ໌ ພຽງແຕ່ສາມາດນຳເອົາບານຜ່ານໄປເຖິງກາງສະໜາມ ໃນການບຸກຄັ້ງສຸດທ້າຍຂອງພວກເຂົາເຈົ້າ ກ່ອນທີ່ຈະເສຍບານໄປໃຫ້ທີມຝ່າຍຄູ່ຕໍ່ສູ້ ຈຶ່ງໄດ້ກໍ່ໃຫ້ເກີດການສະເຫຼີມສະຫຼອງ ໄຊຊະນະຂອງທີມແຣມສ໌ ຢູ່ນອກເສັ້ນສະໜາມກິລາ.
ແຕ່ໃດໆມາປະຊາຊົນຢູ່ອາເມຣິກາສ່ວນຫຼາຍແມ່ນນິຍົມພາກັນເບິ່ງກິລາຟຸດບອລ ຫຼືທີ່ຮູ້ກັນໃນຊື່ອາເມຣິກັນຟຸດບອລ, ທຸກໆເດືອນກຸມພາຂອງແຕ່ລະປີເປັນເດືອນ ທີ່ມີການແຂ່ງຂັນຊິງໄຊຂອງສອງທີມຟຸດບອລ.
ທ່ານ ບລິງເຄັນ ໄດ້ກ່າວວ່າ “ພວກເຮົາມີຫຼາຍຢ່າງຕ້ອງເຈລະຈາມື້ນີ້” ລວມທັງ “ສິ່ງທ້າທາຍທີ່ໄກອອກໄປຈາກບ່ອນນີ້ ແຕ່ມັນກໍມີຜົນກະທົບ ຕໍ່ພາກພື້ນນີ້ເຊັ່ນກັນ.”
ລັດຖະບານທ່ານໄບເດັນ ພວມຖືກກົດດັນ ໃຫ້ໂຍະຍານຜ່ອນຜັນ ຂໍ້ຈຳກັດຮັດແຄບ ກ່ຽວກັບໂຄວິດ-19
ເຈົ້າໜ້າທີ່ໄດ້ກ່າວວ່າ ຜູ້ທຳຮ້າຍນາງ ເປັນຊາຍອາເມຣິກັນເຊື້ອສາອາຟຣິກາ ທີ່ບໍ່ມີເຮືອນຢູ່ ແລະລາວມີປະຫວັດເປັນຄົນປ່ວຍທາງຈິດ. ການໂຈມຕີທີ່ຮ້າຍແຮງນີ້ ໄດ້ດຶງດູດຄວາມສົນໃຈຈາກຕ່າງປະເທດ.
ນາງ ຈາໂຄແບລລິສ ອາຍຸ 36 ປີແມ່ນໄດ້ເປັນນັກກິລາທີ່ໂດດເດັ່ນໃນປະຫວັດ ສາດທີ່ສັ້ນໆຂອງກິລາດັ່ງກ່າວ.
ແມ່ຍິງອາເມຣິກັນເຊື້ອສາຍລາວ ທີ່ມີປະສົບການສູງໃນດ້ານການບໍລິຫານ ແລະສ້າງຕັ້ງທຸລະກິດມີແຜນການທີ່ຈະໄປລົງທຶນສ້າງຕັ້ງຮ້ານສັບພະສິນຄ້າທີ່ເປັນຂອງລາວ ແລະຂະຫຍາຍໄປທົ່ວຂົງເຂດເອເຊຍຕາເວັນອອກສຽງໃຕ້ ແລະລົງທຶນໃນຫລາຍຂະແໜງເພື່ອສ້າງວຽກເຮັດງານທຳໃຫ້ແກ່ຄົນລາວ.
ໂຫລດຕື່ມອີກ
No live streaming currently available